ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮມຊຸມນຸມ ສະເຫຼີມສະຫຼອງວັນສ້າງຕັ້ງກຳລັງ ປກສ ຄົບຮອບ 60 ປີ
ເວລາອອກຂ່າວ: 2021-04-07 09:44:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 89 | ຄວາມນິຍົມ:



ວັນທີ 5 ເມສາ 2021 ນີ້, ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນສ້າງຕັ້ງກຳ ລັງ ປກສ ຄົບຮອບ 60 ປີ (5 ເມ ສາ 1961-5 ເມສາ 2021), ຢູ່ ທີ່ສະໂມສອນກະຊວງ ປກສ, ເປັນ ກຽດເຂົ້າຮ່ວມໂດຍ ສະຫາຍ ທອງ ລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ສະຫາຍ ພັນຄຳ ວິພາວັນ ກຳມະການກົມການ ເມືອງສູນກາງພັກນາຍົກລັດຖະ ມົນຕີ, ມີບັນດາການນໍາພັກ-ລັດ ຂັ້ນສູງ, ພະນັກງານອາວຸໂສບຳນານ, ນາຍ ແລະ ພົນຕຳຫຼວດ, ນາຍ ແລະ ພົນທະຫານ, ແຂກ ຮັບເຊີນເຂົ້າ ຮ່ວມ. ສະຫາຍ ພົນໂທ ວິໄລ ຫຼ້າຄໍາ ຟອງ ກໍາມະການກົມການເມືອງ ສູນກາງພັກລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບໄດ້ກ່າວ ຄຳເຫັນໃນງານໂຮມຊຸມນຸມສະ ເຫຼີມສະຫຼອງວ່າ: ປະຫວັດສາດ ແຫ່ງການກຳເນີດ ແລະ ຄວາມ ເປັນມາຂອງກໍາລັງ ປກສ ປະຊາ ຊົນ ແມ່ນຕິດພັນສະໜິດແໜ້ນກັບ ມູນເຊື້ອອັນສະຫງ່າງາມຂອງ ຊາດ, ມູນເຊື້ອແຫ່ງການນຳພາ ອັນປີຊາສາມາດສະຫຼາດສ່ອງໃສ ຂອງພັກເຮົາ ໃນພາລະກິດການ ປະຕິວັດປົດປ່ອຍຊາດໃນເມື່ອ ກ່ອນ, ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດໃນປັດຈຸບັນ. ການກຳເນີດ ເກີດຂຶ້ນຂອງກໍາລັງ ປກສ ປະ ຊາຊົນ ແມ່ນເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງ ພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ; ພໍແຕ່ໄດ້ຮັບການ ສ້າງຕັ້ງຂຶ້ນກຳລັງ ປກສ ປະຊາ ຊົນ ກໍໄດ້ປະເຊີນໜ້າໂດຍກົງກັບ ກຸ່ມຄົນບໍ່ດີທີ່ມີກໍາລັງເໜືອກວ່າ ຕັ້ງຫຼາຍເທົ່າທາງດ້ານເສດຖະ ກິດ, ດ້ານກຳລັງພົນ ແລະ ອາວຸດ ຍຸດໂທປະກອນທີ່ທັນສະໄໝ; ຜ່ານ ການເຝິກຝົນທົດສອບໃນແປວ ໄຟແຫ່ງການຕໍ່ສູ້ປະຕິວັດ ໃນ ເງື່ອນໄຂທີ່ຫຍຸ້ງຍາກລໍາບາກກັນ ດານນັ້ນກໍາລັງ ປກສ ພ້ອມກັນ ກັບກອງທັບປະຊາຊົນລາວ ໄດ້ ສ້າງວິລະກໍາອັນລໍ້າເລີດຈາລຶກ ໄວ້ໃນປຶ້ມຄຳປະຫວັດສາດຂອງ ຊາດ ແລະ ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນເຮົາ . ຕະຫຼອດໄລຍະ 60 ປີ ແຫ່ງ ການກຳເນີດ ແລະ ເຕີບໃຫຍ່ຂະ ຫຍາຍຕົວຂອງ ປກສ ປະຊາຊົນ ມັນແມ່ນຂະບວນວິວັດແຫ່ງການ ທົດສອບອັນໃຫຍ່ຫຼວງ ໃນການ ຕໍ່ສູ້ຍືດເຍື້ອຍາວນານ, ລະອິດລະ ອ້ຽວ, ດຸເດືອດຂ້ຽວຂາດ, ຫຍຸ້ງ ຍາກລໍາບາກນາໆປະການ, ດ້ວຍ ນ້ຳໃຈປະຕິວັດອັນສູງສົ່ງຂອງ ກໍາລັງ ປກສ ປະຊາຊົນ ໄດ້ເສີມ ຂະຫຍາຍມູນເຊື້ອຕໍ່ສູ້ອັນເດັດດ່ຽວອາດຫານ, ບໍ່ຍອມຈຳນົນ ຍາດໄດ້ຜົນງານໄຊຊະນະອັນ ໃຫຍ່ຫຼວງ, ພ້ອມກັນນັ້ນ, ກຳລັງ ປກສ ປະຊາຊົນ ໄດ້ຮັບການ ປັບປຸງ-ກໍ່ສ້າງ ແລະ ເຕີບໃຫຍ່ຂະ ຫຍາຍຕົວທາງດ້ານຈຳນວນ ແລະ ຄຸນນະພາບ, ມີຄວາມໜັກແໜ້ນ ທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີ ຄວາມຊຳນິຊຳນານທາງດ້ານວິ ຊາສະເພາະ ແລະ ມີແບບແຜນທັນ ສະໄໝເປັນກ້າວໆ. ໂອກາດທີ່ມີຄວາມໝາຍ ຄວາມສໍາຄັນນີ້້້, ສະຫາຍ ທອງ ລຸນ ສີສຸລິດ ໄດ້ກ່າວສູນທອນພົດ ໂດຍມີເນື້ອໃນບາງຕອນສໍາຄັນ ວ່າ: ພາລະກິດຂອງກໍາລັງ ປກສ ໃນຍຸກໃໝ່ແມ່ນຕ້ານກັບກົນອຸ ບາຍຂອງກຸ່ມຄົນບໍ່ດີທີ່ມີເຈດຕະ ນາອັນບໍ່ດີຕໍ່ປະເທດ ຊາດແມ່ນໜ້າ ທີ່ຂອງກໍາລັງ ປກຊ-ປກສ ເປັນຜູ້ ແບກ ຫາບໜັກກວ່າໝູ່, ເປັນຜູ້ປະ ເຊີນ ໜ້າຫຼາຍກວ່າໝູ່, ນອກຈາກ ຕ້ານກຸ່ມຄົນບໍ່ດີແລ້ວຍັງຕ້ອງ ສ້າງສັງຄົມໃຫ້ມີຄວາມສະຫງົບ ປອດໄພ, ສ້າງສະພາບແວດລ້ອມ ໃຫ້ປະຊາຊົນລາວໃນທົ່ວປະເທດ ມີຄວາມອຸ່ນອ່ຽງໃນການດຳ ລົງຊີວິດ, ການທໍາມາຫາກິນຢ່າງ ສະຫງົບສັນຕິ; ປົກປ້ອງກົດໝາຍ ເຮັດໃຫ້ປະຊາຊົນ ມີທີີ່ເພິ່ງ, ໃຫ້ປະ ຊາຊົນເຊືີ່ອໝັັ້ນໃນຄວາມເປັນ ທຳ, ຍຸຕິທໍາຂອງກໍາລັງປ້ອງກັນ ຄວາມສະຫງົບ, ຕ້ານອາດຊະຍາ ກໍາທຸກຮູບແບບຂອງສັງຄົມ, ຕ້ານການກໍ່ການຮ້າຍອາດຊະຍາ ກໍາຂ້າມຊາດ, ຕ້ານ ແລະ ສະກັດ ກັ້ນໄພສັງຄົມເປັນຕົ້ນບັນຫາ ຢາເສບຕິດ, ອຸປະຕິເຫດຕາມທ້ອງ ຖະໜົນ, ປຸ້ນຈີ້ຊິງຊັບ, ຂີ້ລັກງັດ ແງະ ແລະ ການກໍ່ອາດຊະຍາກໍາ ປະເພດອື່ນໆ. ດັ່ງນັ້ນ, ກໍາລັງປ້ອງກັນຄວາມ ສະຫງົບປະຊາຊົນຈະຕ້ອງໄດ້ ສືບຕໍ່ປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບອັນ ໃຫຍ່ຫຼວງ, ຄວາມມານະອົດທົນ ສູງ ແລະ ຄວາມກ້າຫານປະດິດ ສ້າງ, ສະດຸ້ງໄວ ເພື່ອຮັບມືກັບ ສິ່ງທ້າທາຍທົດສອບທີ່ອາດຈະ ເກີດຂຶ້ນ, ປັບປຸງແບບແຜນວິທີ ຄົ້ນຄິດ, ວິທີເຮັດວຽກຂອງຖັນ ແຖວພະນັກງານໃນຂົງເຂດ ວຽກງານປ້ອງກັນຄວາມສະ ຫງົບ ໃຫ້ຖ່ວງທັນກັບສະພາບ ການໃນປັດຈຸບັນ, ເສີມຂະຫຍາຍ ມູນເຊື້ອກໍາລັງປ້ອງກັນຄວາມສະ ຫງົບ ທົ່ວປວງຊົນຮອບດ້ານ ດ້ວຍ ການສືບຕໍ່ລົງກໍ່ສ້າງຮາກຖານ ຢູ່ທ້ອງຖິ່ນ ໃຫ້ມີຕາໜ່າງປ້ອງກັນ ຄວາມສະຫງົບທີ່ເຂັ້ມແຂງໜັກ ແໜ້ນ, ພະນັກງານ-ນັກຮົບ ຕ້ອງ ເປັນແບບຢ່າງສ້າງຄວາມເຊື່ອ ໝັ້ນໃຫ້ປະຊາຊົນ ເປັນທີ່ເພ່ິງ ຂອງປະຊາຊົນ, ຮ່ວມທຸກຮ່ວມ ສຸກກັບປະຊາຊົນ ປະຕິບັດຕາມ ຄໍາຂັວນທີ່ວ່າ: ຕໍາຫຼວດ ແລະ ປະ ຊາຊົນ ໃຫ້ຄືປາກັບນໍ້າ, ຕໍາຫຼວດ ຕ້ອງມີຈິດໃຈຮັບ ໃຊ້ປະຊາຊົນ ຖືປະຊາຊົນເປັນກົກ, ຕ້ອງເຄັງ ຂັດຕໍ່ລະບຽບກົດໝາຍ, ມີຈັນຍາ ບັນ-ຈັນຍາທໍາ ທີ່ແທ້ຈິງ, ກໍາລັງ ປ້ອງກັນຄວາມສະຫງົບໃນຍຸກ ໃໝ່ຕ້ອງພະຍາຍາມກ້າວເຂົ້າ ສູ່ທັນສະໄໝ ນໍາໃຊ້ເຕັກໂນໂລຊີ ໃໝ່, ວິທະຍາສາດໃໝ່ ທີ່ສາມາດ ສື່ສານໄດ້ຢ່າງທັນການ ເພື່ອພັດ ທະນາໃຫ້ກໍາລັງປ້ອງກັນຄວາມ ສະຫງົບ ເຕີບໃຫຍ່ເຂັ້ມແຂງກ້າວ ຂຶ້ນຢ່າງບໍ່ຢຸດຢັ້ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ