ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫາຍພົນຕີ ວົງຄຳ ພົມມະກອນ ເຄື່ອນໄຫວເຮັດວຽກຢູ່ແຂວງຜົ້ງສາລີ
ເວລາອອກຂ່າວ: 2021-04-07 09:41:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 67 | ຄວາມນິຍົມ:



ໃນວັນທີ 1-3 ເມສາ 2021 ນີ້, ສະຫາຍ ພົນຕີ ວົງຄຳ ພົມມະ ກອນ ກໍາມະການສູນກາງພັກ ຫົວໜ້າກົມໃຫຍ່ພະລາທິການ ກອງທັບ ພ້ອມດ້ວຍພັນລະຍາ ການນຳກະຊວງປ້ອງກັນປະເທດ ໄດ້ເຄື່ອນໄຫວເຮັດວຽກ ແລະ ມອບເຄື່ອງຢູ່ເຂດບ້ານວິລະຊົນ ຂອງ ແຂວງຜົ້ງສາລີ ໂດຍການ ຕ້ອນຮັບຈາກອຳນາດການ ປົກ ຄອງແຂວງ, ເມືອງ ແລະ ບ້ານ.   ການເຄື່ອນໄຫວເຮັດວຽກຢູ່ ແຂວງຜົ້ງສາລີ ຂອງສະຫາຍຫົວ ໜ້າກົມໃຫຍ່ພະລາທິການກອງ ທັບ ໄດ້ເຂົ້າຮ່ວມເປັນປະທານ ເຊັນສັນຍາໂຄງການກໍ່ສ້າງສະ ໜາມຫັດແອບຂອງກອງບັນຊາ ການທະຫານເມືອງໃໝ່ ແລະ ໂຄງ ການກໍ່ສ້າງຫ້ອງຮຽນບ້ານແສນເງິນ ເມືອງໃໝ່ ແຂວງຜົ້ງສາລີ ໂດຍແມ່ນກົມໃຫຍ່ພະລາທິການ ກອງທັບ ເປັນເຈົ້າຂອງໂຄງການ ແລະ ມອບໝາຍໃຫ້ບໍລິສັດຮ່ວມ ມືສາກົນ 705 ເປັນຜູ້ຮັບເໝົາ ກໍ່ສ້າງເຊິ່ງໂຄງການດັ່ງກ່າວ ແມ່ນໄດ້ຮັບການຊຸກຍູ້ທຶນຈາກ ຫຼາຍພາກສ່ວນ ໂດຍສະເພາະ ແມ່ນບໍລິສັດສະຕາໂທລະຄົມ ເພື່ອປະກອບສ່ວນໃນວຽກງານ ການຫັດແອບທາງການທະຫານ ໃຫ້ມີຄວາມເຂັ້ມແຂງສາມາດ ຮັບປະກັນໄດ້ຄວາມສະຫງົບ ປອດໄພໂດຍພື້ນຖານຄຽງຄູ່ ກັບ ການພັດທະນາດ້ານການສຶກ ສາໂດຍ ສະເພາະພື້ນຖານໂຄງ ລ່າງການສຶກໃຫ້ມີຄວາມແໜ້ນ ໜາຖາວອນ. ຈາກນັ້ນ, ສະຫາຍຫົວໜ້າກົມ ໃຫຍ່ພະລາທິການກອງທັບ ໄດ້ ເຂົ້າຮ່ວມ ພິທີ ມອບ-ຮັບໂຮງຮຽນ ມັດທະຍົມສົມບູນ ບ້ານປາກແພ (ວິລະຊົນ) ໂດຍການອຸປະຖຳ ທຶນຈາກບໍລິສັດ ສະຕາໂທລະຄົມ (ຢູນິເທວ) ຈຳນວນ 600 ລ້ານ ກວ່າກີບ ແລະ ໃນໂອກາດດັ່ງກ່າວ ໂດຍຕາງໜ້າກະຊວງປ້ອງກັນ ປະເທດ, ບໍລິສັດ ສະຕາໂທລະຄົມ ແລະ ບັນດາພັນລະຍາການນຳ ກະ ຊວງປ້ອງກັນປະເທດຕະຫຼອດ ຮອດບັນດາບໍລິສັດ ໄດ້ມອບວັດຖຸ ປັດໄຈຈຳນວນໜຶ່ງ ພ້ອມເຄື່ອງ ອຸປະໂພກ-ບໍລິໂພກ ແລະ ເຄື່ອງ ອຸປະກອນການສຶກສາມູນຄ່າທັງ ໝົດ 64 ລ້ານກວ່າກີບ. ພ້ອມ ດຽວກັນນັ້ນ ສະຫາຍ ຫົວໜ້າ ກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍພັນລະຍາການນຳກະ ຊວງປ້ອງກັນປະເທດ ຍັງໄດ້ ເຄື່ອນໄຫວມອບວັດຖຸປັດໄຈ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງອຸປະກອນການສຶກສາຢູ່ ບ້ານ ແສນເງິນ (ວິລະຊົນ) ເມືອງໃໝ່ ເຊິ່ງມີມູນຄ່າທັງໝົດ 70 ລ້ານກວ່າກີບ. ການເຄື່ອນໄຫວເຮັດວຽກ ຂອງ ສະຫາຍ ຫົວໜ້າກົມໃຫຍ່ພະ ລາທິການກອງທັບ ຢູ່ແຂວງຜົ້ງ ສາລີ ຄັ້ງນີ້, ຍັງໄດ້ພົບປະ ແລະ ໂອ້ລົມນາຍທະຫານ, ພະນັກ ງານ-ນັກຮົບຕະຫຼອດເຖິງພໍ່ແມ່ ປະຊາຊົນ ໃຫ້ເອົາໃສ່ເປັນເຈົ້າ ການເຂົ້າໃນວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ໂດຍຕິດພັນກັບການສ້າງສາພັດ ທະນາບ້ານເມືອງ ແລະ ສ້າງເງື່ອນ ໄຂໃຫ້ພໍ່ແມ່ປະຊາຊົນດຳລົງຊີ ວິດ, ຄ້າຂາຍ ແລະ ທຳການຜະລິດ ປູກຟັງ-ລ້ຽງສັດ ຢ່າງສະດວກ ສະບາຍສ້າງໃຫ້ມີລາຍຮັບເພີ່ມ ຂຶ້ນ ເພື່ອພ້ອມກັນ ຫຼຸດພົ້ນອອກ ຈາກຄວາມທຸກຍາກ ແລະ ກ້າວເຂົ້າສູ່ຄວາມຮຸ່ງເຮືອງສີວິໄລຂຶ້ນເລື້ອຍໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ