ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມອບ-ຮັບ ໜ້າທີ່ລະຫວ່າງ ຄະນະສະພາແຫ່ງຊາດ ຊຸດທີ VIII ແລະ ຄະນະສະພາແຫ່ງຊາດ ຊຸດທີ IX
ເວລາອອກຂ່າວ: 2021-04-05 15:29:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 77 | ຄວາມນິຍົມ:



ພິທີມອບ-ຮັບໜ້າທີ່ຄະນະ ສະພາແຫ່ງຊາດ ໄດ້ຈັດຂຶ້ນໃນ ວັນທີ 02 ເມສາ 2021 ນີ້, ໂດຍການເຂົ້າຮ່ວມຂອງ ທ່ານ ນາງປານີ ຢາທໍ່ຕູ້ ປະທານສະພາ ແຫ່ງຊາດ ຊຸດທີ VIII (ຜູ້ເກົ່າ), ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ຊຸດທີ IX (ຜູ້ໃໝ່), ມີບັນດາຄະນະປະ ຈໍາສະພາ ແຫ່ງຊາດ ຊຸດທີ VIII ແລະ ຄະນະປະຈໍາສະພາ ແຫ່ງ ຊາດ ຊຸດທີ IX ເຂົ້າຮ່ວມ. ໂອກາດດັ່ງກ່າວ ທ່ານ ນາງ ສີໃສ ລືເດດມູນສອນ ຮອງປະ ທານສະພາແຫ່ງຊາດ ຊຸດທີ VIII ໄດ້ລາຍງານການເຄື່ອນ ໄຫວຂອງສະພາແຫ່ງຊາດໃນ5 ປີຜ່ານມາ (2015-2020) ວ່າ: ໃນຕະຫຼອດໄລຍະ 5 ປີຜ່ານ ມາຄະນະປະຈໍາສະພາແຫ່ງຊາດ ໄດ້ປະຕິບັດສິດ ແລະ ໜ້າທີ່ຕາມ ກົດໝາຍກໍານົດຄືດັ່ງທີ່ໄດ້ລາຍ ງານຕໍ່ກອງປະຊຸມຄັ້ງປະຖົມມະ ລຶກຂອງສະພາແຫ່ງຊາດຊຸດທີ່ IX ດັ່ງນັ້ນ, ຕາງໜ້າຄະນະປະຈໍາ ສະພາ ແຫ່ງຊາດ ຊຸດທີ VIII ຈຶ່ງຂໍ ລາຍງານໂດຍຫຍໍ້ ເພື່ອເປັນອີງ ໃຫ້ຄະນະປະຈໍາສະພາແຫ່ງຊາດ ຊຸດທີ IX ສືບຕໍ່ນໍາພາການເຄື່ອນ ໄຫວວຽກງານຂອງສະພາແຫ່ງ ຊາດໃຫ້ບັນລຸຄາດໝາຍ. ຄະນະ ປະຈໍາສະພາແຫ່ງຊາດ ຊຸດທີ VIII ມີ 14 ຄົນ, ມີ 8 ກໍາມາທິການ, ມີ ຄະນະເລຂາທິການ 3 ທ່ານ, ກົງ ຈັກທີ່ຄະນະປະຈໍາສະພາແຫ່ງ ຊາດສ້າງຂຶ້ນປະກອບມີຄະນະຮັບ ຜິດຊອບວຽກງານເຂດເລືອກຕັ້ງ, ຄະນະສະມາຊິດສະພາແຫ່ງ ຊາດເພດຍິງ, ສະຖາບັນຄົ້ນຄວ້າ ນິຕິກໍາແຫ່ງ, ຄະນະສະມາຊິກສະ ພາແຫ່ງຊາດປະຈໍາເຂດ ເລືອກ ຕັ້ງ, ກົງຈັກຊ່ວຍວຽກຂອງສະ ພາແຫ່ງຊາດມີ 25 ກົມ ແລະ 2 ສູນທຽບເທົ່າກົມ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ