ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວປກ ຈັດຕັ້ງພິທີປະກາດ ເລື່ອນຊັ້ນ - ທຽບຊັ້ນໃຫ້ນາຍ ແລະ ພົນທະຫານ
ເວລາອອກຂ່າວ: 2018-12-26 10:14:13 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 43 | ຄວາມນິຍົມ:



ຕົ້ນເດືອນທັນວາ 2018 ນິີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ໄດ້ຈັດຕັ້ງ ພິທີປະກາດການເລື່ອນຊັ້ນ-ທຽບຊັ້ນໃຫ້ນາຍ ແລະ ພົນທະ ຫານ ໂດຍການເຂົ້າຮ່ວມເປັນປະ ທານຂອງ ພັນເອກ ປອ ຄຳຜາຍ ສະພັງເໜືອ, ຮອງຫົວໜ້າການ ເມືອງ, ຫົວໜ້າກົມການເມືອງ ວປກ ມີຄະນະພັກ- ຄະນະບັນຊາ ຈາກ 4 ກົມ 1 ຫ້ອງການ, 3 ຄະນະວິຊາຄູ, 3 ຄະນະຮັບຜິດ ຊອບນັກສຶກສາ, ຕະຫຼອດຮອດ ນາຍ ແລະ ພົນທະຫານທີ່ໄດ້ຮັບ ການເລື່ອນຊັ້ນເຂົ້າຮ່ວມ. ຮ້ອຍເອກ ຊາຍ ສຸລິຍະແສງ, ຮອງຫົວໜ້າພະແນກພະນັກ ງານ, ກົມການເມືອງ ວປກ, ໄດ້ ຂຶ້ນອ່ານຂໍ້ຕົກລົງຂອງກະຊວງ ປ້ອງກັນປະເທດວ່າດ້ວຍການ ເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນ ໃຫ້ນາຍທະຫານຢູ່ ວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິ ຫານ, ອີງຕາມກົດໝາຍຂອງ ນາຍທະຫານກອງທັບປະຊາຊົນ ລາວໄດ້ລະບຸໄວ້ໃນໝວດ III ມາດຕາທີ 17 ແລະ 18 ວ່າດ້ວຍ ການເລື່ອນຊັ້ນ ແລະ ເລື່ອນທຽບ ຊັ້ນນາຍທະຫານ, ໂດຍມີຜູ້ສຳ ເລັດການສຶກສາຈາກພາກລັດ ແລະ ເອກະຊົນ 47 ສະຫາຍ, ກົມການເມືອງ, ເລື່ອນຊັ້ນຮ້ອຍ ເອກ ຂຶ້ນ ພັນຕີ 3 ສະຫາຍ, ຮ້ອຍ ໂທ ຂຶ້ນ ຮ້ອຍເອກ 1 ສະຫາຍ, ກົມຄົ້ນຄວ້າ ເລື່ອນຊັ້ນ ພັນຕີ 1 ສະຫາຍ, ຊັ້ນຮ້ອຍເອກ 2 ສະ ຫາຍ, ກົມອົບຮົມ-ກໍ່ສ້າງ ເລື່ອນ ຊັ້ນ ພັນຕີ 4 ສະຫາຍ, ຮ້ອຍເອກ 1 ສະຫາຍ, ຫ້ອງການ ວປກ ເລື່ອນຊັ້ນ ພັນຕີ 2 ສະຫາຍ, ຮ້ອຍເອກ 1 ສະຫາຍ, ຮ້ອຍຕີ 1 ສະຫາຍ, ກົມພະລາ-ເຕັກນິກ ເລື່ອນຊັ້ນພັນຕີ 5 ສະຫາຍ, ຮ້ອຍເອກ 4 ສະຫາຍ, ຮ້ອຍໂທ 4 ສະຫາຍ, ຮ້ອຍຕີ 4 ສະຫາຍ, ຄູການເມືອງ ເລື່ອນຊັ້ນ ພັນຕີ 1 ສະຫາຍ, ຮ້ອຍເອກ 2 ສະຫາຍ, ຄູການທະຫານ ເລື່ອນຊັ້ນ ຮ້ອຍ ເອກ 4 ສະຫາຍ, ຄູເຫຼົ່າຮົບ ເລື່ອນຊັ້ນ ຮ້ອຍເອກ 2 ສະຫາຍ, ຄະນະຮັບຜິດຊອບພາສາຕ່າງ ປະເທດ ເລື່ອນຊັ້ນ ຮ້ອຍເອກ ໃຫ້ນັກສຶກສາ 3 ສະຫາຍ, ຄະ ນະຮັບຜິດຊອບລະບົບກໍ່ສ້າງ ເລື່ອນຊັ້ນ ພັນຕີ ໃຫ້ນັກສຶກສາ 2 ສະຫາຍ, ຄະນະວິຊາຄູພາສາ ຣັດເຊຍເລື່ອນຊັ້ນ ຮ້ອຍເອກ 1 ສະຫາຍ, ການເລື່ອນຊັ້ນນາຍ ທະຫານຄັ້ງນີ້ເປັນການສັນລະ ເສີນຜົນງານ ແລະ ຄຸນງາມ ຄວາມດີຂອງການປະຕິບັດໜ້າທີ່ ວຽກງານວິຊາສະເພາະຂອງແຕ່ ລະສະຫາຍ ທີ່ອຸທິດປັນຍາຄວາມ ຮູ້ຄວາມສາມາດ ແລະ ເຫື່ອແຮງ ຂອງຕົນເຂົ້າໃນການ ຊີ້ນໍາ-ນໍາ ພາ ບັນຊາຕາມຂອບເຂດຄວາມ ຮັບຜິດຊອບຂອງຕົນ ທັງເປັນ ການຍົກສູງປະສິດທິພາບ, ຄຸນະ ພາບຂອງວຽກງານໃຫ້ກ້າວຂຶ້ນ ຕາມທິດຊີ້ນຳຂອງກະຊວງປ້ອງ ກັນປະເທດວາງອອກ. ໂອກາດດັ່ງກ່າວ ພັນເອກ ປອ ຄຳຜາຍ ສະພັງເໜືອ, ກໍໄດ້ໃຫ້ ກຽດກ່າວສະແດງຄວາມຍິນດີ ຊົມເຊີຍ, ພ້ອມຕີລາຄາສູງຕໍ່ ໝາກຜົນທີ່ຍາດມາໄດ້ໃນຄັ້ງນີ້. ທັງຍັງໄດ້ເນັ້ນໜັກໃຫ້ນາຍທະ ຫານທີ່ໄດ້ຮັບການເລື່ອນຊັ້ນໃນ ຄັ້ງນີ້ຈົ່ງເປັນເຈົ້າການສ້າງວິ ໄສທັດໃນການພັດທະນາຕົນ ເອງ, ເປັນແບບຢ່າງນໍາໜ້າທີ່ດີ ໃນທຸກດ້ານເພື່ອສົມກັບໜ້າທີ່ ແລະ ຄວາມໄວ້ວາງໃຈຂອງຄະ ນະພັກ-ຄະນະບັນຊາ ກໍຄືຂັ້ນເທິງ ມອບໝາຍໃຫ້, ຍົກສູງຄວາມ ຮັບຜິດຊອບຕໍ່ໜ້າທີ່ການເມືອງ ຂອງຕົນ, ຕັ້ງໜ້າເຝິກຝົນຫຼໍ່ ຫຼອມຕົນເອງທາງດ້ານຄຸນທາດ ການເມືອງ, ຄຸນສົມບັດສິນທໍາ ປະຕິວັດ, ເປັນເຈົ້າການເສີມຂະ ຫຍາຍມູນເຊື້ອຂອງຊາດຂອງ ພັກ ແລະ ຂອງກອງທັບ, ສ້າງ ຄວາມສາມັກຄີເປັນປຶກແຜ່ນ ແໜ້ນໜາ, ສູ້ຊົນເຮັດສໍາເລັດ ສອງໜ້າທີ່ຍຸດທະສາດຄືປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດໃຫ້ຈະເລີນກ້າວໜ້າ ຂຶ້ນເລື້ອຍໆ. ໂດຍ: ດາວວີນ + ສາວີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ