ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດແຕ່ງຕັ້ງ ທ່ານພົນຕີ ດຣ ທອງລອຍ ສີລິວົງ ເປັນຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກປທ ຫົວໜ້າກົມໃຫຍ່ການເມືອງກອງທັບ
ເວລາອອກຂ່າວ: 2018-12-26 10:08:55 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 130 | ຄວາມນິຍົມ:



ກະຊວງປ້ອງກັນປະເທດໄດ້ຈັດພິທີປະ ກາດແຕ່ງຕັ້ງທ່ານ ພົນຕີ ດຣ ທອງລອຍ ສີລິວົງ ຮອງເລຂາຄະນະພັກ, ຮອງລັດຖະ ມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມ ໃຫຍ່ການເມືອງກອງທັບຜູ້ໃໝ່ ແລະ ມອບ-ຮັບ ໜ້າທີ່ ລະຫວ່າງຫົວໜ້າກົມໃຫຍ່ການເມືອງ ກອງທັບຜູ້ເກົ່າ ແລະ ຜູ້ໃໝ່ຂຶ້ນໃນວັນທີ 25 ທັນວາ 2018 ນີ້, ໂດຍການເປັນປະທານ ຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດ ຖະມົນຕີກະຊວງປ້ອງກັນປະເທດ ມີບັນດາ ຄະນະນຳກະຊວງ, ບັນດາກົມໃຫຍ່, ຫ້ອງວ່າ ການກະຊວງ, ວິທະຍາຄານ ແລະ ກົມ ກອງອ້ອມຂ້າງກະຊວງເຂົ້າ ຮ່ວມ. ທ່ານ ພົນຕີ ສອນທອງ ພົມ ລາວົງ ກຳມະການຄະນະພັກກະ ຊວງ ຮອງຫົວໜ້າກົມໃຫຍ່ການ ເມືອງກອງທັບ ໄດ້ຂຶ້ນຜ່ານຄຳ ສັ່ງຂອງກົມການເມືອງສູນກາງ ພັກສະບັບເລກທີ 053/ກມສພ, ລົງວັນທີ 20 ມັງກອນ 2018 ວ່າດ້ວຍການຍົກຍ້າຍພະນັກງານ ການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ໂດຍຍົກຍ້າຍ ທ່ານ ພົນຕີ ດຣ ທອງລອຍ ສີລິວົງ ກຳມະການ ສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆໄຊສົມບູນ ໄປຮັບ ໜ້າທີ່ໃໝ່ຢູ່ກະຊວງປ້ອງກັນປະ ເທດ, ມະຕິຕົກລົງຂອງຄະນະເລ ຂາທິການສູນກາງພັກ, ສະບັບ ເລກທີ 143/ຄລສພ ລົງວັນທີ 23 ພະຈິກ 2018 ວ່າດ້ວຍການ ແຕ່ງຕັ້ງທ່ານພົນຕີ ດຣ ທອງ ລອຍ ສີລິວົງ ກຳມະການສູນ ກາງພັກ ເປັນຮອງເລຂາຄະນະ ພັກກະຊວງປ້ອງກັນປະເທດ ຄຳ ສັ່ງຂອງນາຍົກລັດຖະມົນຕີ ສະ ບັບເລກ 17/ນຍ ລົງວັນທີ 23 ພະຈິກ 2018 ວ່າດ້ວຍການຍົກ ຍ້າຍ ພະນັກງານຮັບໜ້າທີ່ໃໝ່ ແລະ ດຳລັດຂອງຍາຍົກລັດຖະ ມົນຕີເລກທີ 353/ນຍລົງວັນທີ 23 ພະຈິກ 2018 ວ່າດ້ວຍການ ແຕ່ງຕັ້ງທ່ານພົນຕີ ດຣ ທອງ ລອຍ ສີລິວົງ ເປັນຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ ທັງເປັນຫົວໜ້າກົມໃຫຍ່ການ ເມືອງກອງທັບ. ຈາກນັ້ນ ທ່ານພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນ ກາງພັກ ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບກໍໄດ້ ຂຶ້ນລາຍງານສະພາບໂດຍຫຍໍ້ ກ່ຽວກັບພາລະບົດບາດ, ໜ້າທີ່ ຂອງກົມໃຫຍ່ການເມືອງກອງ ທັບ ແລະ ແຈ້ງສະພາບການ ເຄື່ອນໄຫວຊີ້ນຳ-ນຳພາຕະຫຼອດ ໄລຍະຜ່ານມາ ເຊິ່ງກົມໃຫຍ່ ການເມືອງກອງທັບໄດ້ເຮັດສຳ ເລັດໜ້າທີ່ໃນການເປັນເສນາທິ ການໃຫ້ກົມການເມືອງສູນກາງ ພັກດ້ານວຽກງານພັກ-ວຽກ ງານການເມືອງດ້ວຍດີຕະຫຼອດ ມາ. ຈາກນັ້ນທ່ານພົນໂທວິໄລ ຫຼ້າ ຄຳຟອງ ເລຂາທິການສູນກາງ ພັກ ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ຫົວໜ້າກົມໃຫຍ່ ການເມືອງກອງທັບຜູ້ເກົ່າ ແລະ ທ່ານ ພົນຕີ ດຣ ທອງລອຍ ສີລິ ວົງ ກຳມະການສູນກາງພັກ ຮອງ ລັດຖະມົນຕີກະຊວງປ້ອງກັນ ປະເທດ ຫົວໜ້າກົມໃຫຍ່ການ ເມືອງກອງທັບ ຜູ້ໃໝ່ກໍໄດ້ເຊັນ ບົດບັນທຶກມອບ-ຮັບໜ້າທີ່ຢ່າງ ເປັນທາງການ. ທ່ານພົນເອກ ຈັນສະໝອນ ຈັນຍາລາດ ໄດ້ເປັນກຽດໂອ້ລົມ ຕໍ່ພິທີ ໂດຍທ່ານໄດ້ຮຽກຮ້ອງໃຫ້ ບັນດາສະຫາຍທີ່ໄດ້ຮັບໜ້າທີ່ ໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ ໜ້າທີ່ການເມືອງຂອງຕົນ, ຕັ້ງ ໜ້າເຝິກຝົນຫຼໍ່ຫຼອມຕົນເອງໃນ ທຸກດ້ານເຕົ້າໂຮມຄວາມສາມັກ ຄີ ພາຍໃນໃຫ້ເປັນປຶກແຜ່ນສືບຕໍ່ ປົກປັກຮັກສາ ແລະ ເສີມຂະ ຫຍາຍມູນເຊື້ອອັນດີງາມຂອງ ຕົນສຸມທຸກເຫື່ອແຮງສະຕິປັນຍາ ຂອງຕົນເຂົ້າໃນການປັບປຸງກໍ່ ສ້າງກອງທັບກໍຄືປັບປຸງກໍ່ສ້າງ ກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງ ຢ່າງບໍ່ຢຸດຢັ້ງ. ໂດຍ: ສົມພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ