ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ແຂວງ ອັດຕະປື ຈັດງານມະຫະກຳ ທ່ອງທ່ຽວລາວ 2018
ເວລາອອກຂ່າວ: 2018-12-26 10:06:08 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 55 | ຄວາມນິຍົມ:



ອີງຕາມແຫຼ່ງຂ່າວ ຈາກກົມ ປະຊາສຳພັນ ສນຍ ໃຫ້ຮູ້ວ່າ: ໃນ ວັນທີ 24 ທັນວາ 2018 ນີ້, ແຂວງອັດຕະປື ໄດ້ຈັດງານປີ ທ່ອງທ່ຽວລາວ 2018 ໃນໂອ ກາດບຸນນະມັດສະການພະເຈົ້າ ໄຊຍະເສດຖາທິຣາດ ຂຶ້ນທີ່ວັດ ທ່າພະໄຊ, ເມືອງໄຊເສດຖາ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ປະ ທານຄະນະຊີ້ນໍາລະດັບຊາດ ຈັດງານປີທ່ອງທ່ຽວລາວ; ມີ ທ່ານ ຈູມມາລີ ໄຊຍະສອນ, ອະ ດີດເລຂາທິການໃຫຍ່,ອະດີດ ປະທານປະເທດ ແລະ ພັນລະຍາ, ທ່ານ ເລັດ ໄຊຍະພອນ, ເຈົ້າ ແຂວງໆອັດຕະປື ພ້ອມດ້ວຍ ຜູ້ຕາງໜ້າ ຈາກບັນດາແຂວງ ໃກ້ຄຽງ, ກົງສູນໃຫຍ່ ແຫ່ງຣາ ຊະອານາຈັກກຳປູເຈຍ ປະຈໍາ ແຂວງຈຳປາສັກ, ກົງສູນໃຫຍ່ ແຫ່ງ ລາຊະອານາຈັກໄທ ປະຈຳ ສະຫວັນນະເຂດ ຕະຫຼອດຮອດ ສື່ມວນຊົນ ແລະ ປະຊາຊົນຊາວ ແຂວງອັດຕະປື ເຂົ້າຮ່ວມຢ່າງ ຫຼວງຫຼາຍ. ກ່ອນເລີ່ມພິທີຢ່າງເປັນທາງ ການ, ຜູ້ເຂົ້າຮ່ວມ ໄດ້ຮັບຊົມ ການສະແດງສິນລະ ປະວັນນະ ຄະດີທີ່ສ່ອງແສງໃຫ້ເຫັນເຖິງ ວັດທະນະທຳ, ຮີດຄອງປະເພນີ, ວິຖີດຳລົງລົງຊີວິດ, ຄວາມສາ ມັກຄີຮັກແພງ, ຄວາມອຸດົມຮັ່ງມີ ແລະ ອື່ນໆ ຂອງປະຊາຊົນບັນ ດາເຜົ່າ ແລະ ທ້ອງຖິ່ນແຂວງອັດ ຕະປື. ຫຼັງຈາກນັ້ນ, ທ່ານ ອຸ່ນຫຼ້າ ໄຊຍະສິດ, ຮອງເຈົ້າແຂວງໆອັດ ຕະປື, ປະທານຈັດງານປີທ່ອງ ທ່ຽວລາວ 2018 ແຂວງອັດຕະ ປື ໄດ້ລາຍງານໃຫ້ຮູ້ ກ່ຽວກັບ ຜົນສຳເລັດ ແລະ ການກະກຽມ ຄວາມພ້ອມ ໃນການຈັດງານຄັ້ງ ນີ້ວ່າ: ນັບແຕ່ເດືອນມັງກອນ 2018 ເປັນຕົ້ນມາ, ການນຳ ຂອງແຂວງ ໄດ້ນຳພາ ຈັດຕັ້ງປະ ຕິບັດບັນດາກິດຈະກຳ ເພື່ອຊຸກ ຍູ້ວຽກງານທ່ອງທ່ຽວ ເປັນຕົ້ນ ບຸນປະເພນີ ໄຂປະຕູເລົ້າ ຕິດພັນ ກັບເທດສະການປາຫຼຸມ ຂອງ ເຜົ່າອິນທີ ເມືອງສະໜາມໄຊ; ງານບຸນເຂົ້າບ້ານ ທີ່ບ້ານວັງ ຍາງ, ເມືອງພູວົງ; ເທດສະການ ປີໃໝ່ລາວ ປ່ຽນຜ້າບ່ຽງຢະອົງ ສນ ທີ່ວັດສະແຄະ; ງານບຸນບັ້ງ ໄຟທີ່ບ້ານວັດຫຼວງ, ເມືອງໄຊ ເສດຖາ; ບຸນກິນເຂົ້າໃໝ່ ຂອງເຜົ່າຕະຫຼຽງ, ເມືອງຊານໄຊ; ເທດສະການອອກພັນສາ, ເມືອງ ສາມັກຄີໄຊ. ນອກຈາກນັ້ນ, ຍັງ ມີງານປະກວດນາງສາວອັດຕະ ປື ປະຈຳປີ, ງານປະກວດເຂົ້າປຸ້ນ, ເຂົ້າເຕົ້າເອກະລັກ, ງານປະ ກວດພາຂວັນ, ງານສະແດງສິນລະປະວັດທະນະທຳບັນດາເຜົ່າ, ງານເທດສະການອາຫານທ້ອງ ຖິ່ນ, ງານຕະຫຼາດນັດ ແລະ ອື່ນໆ. ການຈັດບັນດາກິດຈະກຳ ເຫຼົ່ານັ້ນ, ກໍເພື່ອຊຸກຍູ້ສົ່ງເສີມມູນເຊື້ອວັດທະນະທຳອັນດີງາມ ຂອງປະຊາຊົນບັນດາເຜົ່າ ແຂວງ ອັດຕະປື ໃຫ້ນັບມື້ກວ້າງຂວາງ ແລະ ຍືນຍົງ; ເພື່ອສົ່ງເສີມການ ຜະລິດສິນຄ້າພາຍໃນກໍຄືປະຊາ ຊົນທ້ອງຖິ່ນ ໃຫ້ມຄວາມຫຼາກ ຫຼາຍ, ມີມູນຄ່າເພີ່ມ, ສາມາດ ສ້າງລາຍຮັບໃຫ້ແກ່ປະຊາຊົນ, ທັງເປັນການສ້າງເງື່ອນໄຂໃຫ້ ປະຊາຊົນ, ຜູ້ປະກອບການໄດ້ມີ ການແລກປ່ຽນສິນຄ້າ, ແລກ ປ່ຽນບົດຮຽນ ແລະ ປະສົບການ ເຊິ່ງກັນ ແລະ ກັນຫຼາຍກວ່າເກົ່າ; ພ້ອມດຽວກັນນັ້ນ, ກໍຍັງເປັນການ ຍົກລະດັບຄວາມສາມາດໃນວຽກ ງານການບໍລິການ; ນຳໃຊ້ທ່າ ແຮງບົ່ມຊ້ອນຂອງແຂວງໃຫ້ ເກີດ ປະໂຫຍດສູງສຸດເວົ້າລວມ, ເວົ້າສະເພາະກໍເພື່ອສ້າງກິດຈະ ກຳ ແລະ ເງື່ອນໄຂເພື່ອດຶງດູດ ການທ່ອງທ່ຽວຕິດພັນກັບການ ສ້າງລາຍຮັບໃຫ້ແຂວງກໍຄື ປະ ຊາຊົນເພື່ອປະກອບສ່ວນຫຼຸດ ພົ້ນອອກຈາກ ຄວາມທຸກຍາກ ເປັນກ້າວໆ. ນອກຈາກນັ້ນ, ກໍຍັງ ເຮັດໃຫ້ຜູ້ຄົນທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້ຄວາມອຸ ດົມສົມບູນ ແລະ ຮັ່ງມີຂອງ ແຂວງອັດຕະປືຫຼາຍຂຶ້ນ, ສາ ມາດນຳເອົາຊື່ສຽງສູ່ພາກພື້ນ ແລະ ສາກົນ ເປັນກ້າວໆ. ໃນໂອກາດດຽວກັນ, ທ່ານ ເຈົ້າແຂວງໆອັດຕະປື ກໍໄດ້ຕາງ ໜ້າໃຫ້ ການນຳແຂວງ ແລະ ປະ ຊາຊົນບັນດາເຜົ່າ ຊາວແຂງອັດ ຕະປື ຂຶ້ນກ່າວສະແດງຄວາມ ຂອບໃຈ ຕໍ່ບັນດາທ່ານ ທີ່ໄດ້ໃຫ້ ກຽດເຂົ້າຮ່ວມງານໃນຄັ້ງນີ້. ພ້ອມທັງ ເຊີນຊວນ ແຂກພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວ ຊົມດິນແດນອັດຕະປື ຜືນແຜ່ນ ດິນຄຳ ຕຳນານພະເຈົ້າໄຊຍະ ເສດຖາ ຊົມໜອງຟ້າເທິງພູ ບູ ຊາຍະອົງແສນ ດິນແດນປ່າໄມ້ ຂຽວ ມາທ່ຽວເມືອງອົງການເດິ ຢະເອີຍ ພ້ອມທັງ ສຳພັດກັບວັດ ທະນະທຳ ທີ່ເປັນເອກະລັກ, ທຳ ມະຊາດທີ່ຊົງຄຸນຄ່າ ແລະ ສວຍ ສົດງົດງາມ, ປະຫວັດສາດ ທີ່ໜ້າ ຄົ້ນຫາ, ປະຊາທັງປວງ ຍິນດີ ຕ້ອນຮັບ ຢ່າງສຸດໃຈ. ການເປີດພິທີຢ່າງເປັນທາງ ການ, ແມ່ນໄດ້ຮັບກຽດລັ່ນຄ້ອງ ເກົ້າບາດ ຈາກທ່ານ ສອນໄຊສີ ພັນດອນ ແລະ ຕັດແຖບຜ້າ.ພ້ອມກັນນັ້ນ, ທ່ານ ຮອງນາ ຍົກລັດຖະມົນຕີ ພ້ອມດ້ວຍ ຄະນະ ກໍໄດ້ຢ້ຽມຊົມການວາງສະແດງ ແລະ ຈໍາໜ່າຍສິນຄ້າຢູ່ພາຍໃນ ງານຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ