ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພະແນກສະຫະພັນແມ່ຍິງ ກມທ ຈັດກິດຈະກຳຂ່ຳນັບຮັບຕ້ອນວັນແມ່ຍິງສາກົນ
ເວລາອອກຂ່າວ: 2021-03-07 17:34:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 94 | ຄວາມນິຍົມ:



ວັນທີ 4 ມີນາ ນີ້, ພະແນກ ສະຫະພັນແມ່ຍິງກົມໃຫຍ່ການ ເມືອງກອງທັບ ໄດ້ຈັດກິດຈະກຳ ຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງ ທັບ ເວົ້າລວມ, ເວົ້າສະເພາະແມ່ນ ວັນແມ່ຍິງສາກົນຄົບຮອບ 111 ປີ ແລະ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວຄົບຮອບ 66 ປີ ທີ່ ຈະມາເຖິງນີ້ໃຫ້ມີບັນຍາກາດຟົດ ຟື້ນມ່ວນຊື່ນ ແລະ ມີຄວາມໝາຍ ເລິກເຊິ່ງ ໂດຍການເຂົ້າຮ່ວມເປັນ ປະທານຂອງສະຫາຍ ພົນຈັດ ຕະວາ ວໍລະສານ ວິລັດດາວົງ ກຳມະການຄະນະປະຈຳພັກກະ ຊວງປ້ອງກັນປະເທດ, ຮອງຫົວ ໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາຕາງ ໜ້າກົມ, ຫ້ອງການ, ກອງ, ຄະນະ ນຳແມ່ຍິງຈາກຫ້ອງວ່າການກະ ຊວງປ້ອງກັນປະເທດ, ກົມ, ກອງ, 3 ສູນ, ບັນດາໜ່ວຍຮາກຖານ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງທົ່ວກົມໃຫຍ່ການເມືອງ ກອງທັບເຂົ້າຮ່ວມ. ກ່ອນເຂົ້າສູ່ການຈັດກິດຈະ ກຳ ສະຫາຍ ພັນໂທ ນາງ ປາ ວົງສະແຫວງ ຫົວໜ້າພະແນກ ສະຫະພັນແມ່ຍິງກົມໃຫຍ່ການ ເມືອງກອງທັບໄດ້ ຫວນຄືນປະ ຫວັດຄວາມເປັນມາຂອງວັນແມ່ ຍິງສາກົນ ເຊິ່ງຍົກໃຫ້ເຫັນຂະ ບວນການຕໍ່ສູ້ຂອງແມ່ຍິງໃນທົ່ວ ໂລກທີ່ທວງເອົາສິດສະເໝີພາບ ລະຫວ່າງຍິງ-ຊາຍ, ທວງເອົາ ຄ່າແຮງງານ ແລະ ໃຫ້ນາຍທຶນ ຫຼຸດຜ່ອນຊົ່ວໂມງ ເຮັດວຽກພ້ອມ ທັງທວງເອົານະໂຍບາຍຕໍ່ແມ່ຍິງ ໃນເວລາເຈັບປ່ວຍ, ຖືພາ, ເກີດລູກ ແລະ ອື່ນໆ ຮອດປີ 1910 ກອງ ປະຊຸມສາກົນກ່ຽວກັບແມ່ຍິງຄັ້ງ ທຳອິດໄດ້ຮັບຮອງເອົາວັນທີ 8 ມີນາ ຂອງທຸກໆປີເປັນວັນແມ່ຍິງ ສາກົນ ແລະ ຈັດຕັ້ງລະນຶກວັນສຳ ຄັນດັ່ງກ່າວ. ຈາກນັ້ນກໍຮັບຊົມ ການສະແດງລະຄອນສັ້ນ, ຮ້ອຍ ຍິ້ມ, ສຽງປືນ ແລະ ຮ້ອງເພງປະ ກອບເຕັ້ນຈາກຊາວໜຸ່ມ-ແມ່ຍິງ ຂອງກອງສິລະປະກອນກອງ ທັບ ແລ້ວເຂົ້າສູ່ກິດຈະກຳເຊິ່ງປະ ກອບມີການແຂ່ງຂັນໂຕ້ວາທີ, ການຖາມ-ຕອບ ວິທະຍາສາດ ຄວາມຮູ້ຮອບຕົວ, ການແຂ່ງຂັນ ຮ້ອງເພງ, ຟ້ອນ ແລະ ການແຂ່ງ ຂັນຫົວ. ການຈັດກິດຈະກຳ ໃນຄັ້ງ ນີ້, ກໍເພື່ອເປັນການສົ່ງເສີມໃຫ້ ເອື້ອຍນ້ອງແມ່ຍິງກ້າສະແດງ ອອກ, ສະແດງຄວາມຮູ້ຄວາມ ສາມາດຂອງຕົນ ທັງເປັນການ ສ້າງຂະບວນການ, ສ້າງຄວາມ ສາມັກຄີຮັກແພງເຊິ່ງກັນ ແລະ ກັນລະຫວ່າງບັນດາກົມກອງ, ພະນັກງານ-ນັກຮົບ ໃຫ້ນັບມື້ ແໜ້ນແຟ້ນຍິ່ງໆຂຶ້ນ. ຈາກນັ້ນໄດ້ກໍໄດ້ມີການມອບລາງວັນປະເພດທີ I ແລະ ລາງວັນຊົມເຊີຍໃຫ້ແຕ່ລະ ປະເພດການແຂ່ງຂັນໂດຍການ ມອບຂອງສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ