ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດຮັບຮອງເອົາບ້ານປ້ອງກັນຊາດເຂັ້ມແຂງ
ເວລາອອກຂ່າວ: 2021-03-07 17:18:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 103 | ຄວາມນິຍົມ:



ພິທີປະກາດບ້ານກ້ານ ເມືອງ ຊຳເໜືອ ແຂວງຫົວພັນ ເປັນບ້ານ ປ້ອງກັນຊາດເຂັ້ມແຂງ ບ້ານທີ 18 ຂອງເມືອງ, ບ້ານທີ 151 ຂອງ ແຂວງຫົວພັນ ໄດ້ຈັດຂຶ້ນໃນວັນທີ 3 ມີນາ 2021 ນີ້, ຢູ່ທີ່ສະໂມສອນ ບ້ານດັ່ງກ່າວ, ໂດຍການເຂົ້າຮ່ວມ ເປັນປະທານ ຂອງສະຫາຍ ພັນ ເອກ ພັນສີ ຊ່ອນມີໄຊ ຄະນະ ປະຈຳພັກກອງບັນຊາການ ຫົວ ໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຫົວພັນ, ມີ ສະຫາຍ ພັນໂທ ວັນສອນ ສຸກທະ ວົງ ຄະນະປະຈຳພັກເມືອງ ຫົວ ໜ້າການເມືອງກອງບັນຊາການ ທະຫານເມືອງຊຳເໜືອ, ມີພະ ແນກກໍ່ສ້າງຮາກຖານ, ແຂກຖືກ ເຊີນ, ອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າ ຮ່ວມ. ສະຫາຍ ແສງທອງ ທິບພະ ວົງ ເລຂາພັກບ້ານ ນາຍບ້ານ ບ້ານກ້ານ ເມືອງຊຳເໜືອ ໄດ້ຂຶ້ນ ຜ່ານບົດສະຫຼຸບການຈັດຕັ້ງປະຕິ ບັດ ປະເມີນຜົນການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ເຊິ່ງຄະນະພັກບ້ານ ໄດ້ຖືເອົາ ວຽກງານສຶກສາອົບຮົມການ ເມືອງ-ນຳພາແນວຄິດເປັນກົກ ດ້ວຍການນຳເອົາມະຕິ, ຄຳສັ່ງ ຕ່າງໆຂອງພັກ-ລັດ ມາຈັດຕັ້ງ ເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນເຂົ້າ ໃຈແຈ້ງຕໍ່ແນວທາງແຜນນະໂຍ ບາຍຂອງພັກ, ກົດໝາຍຂອງ ລັດ ໂດຍສະເພາະແມ່ນຂໍ້ຕົກລົງ ຂອງຄະນະພັກແຂວງຫົວພັນ ກໍຄືກອງບັນຊາການທະຫານ ແຂວງ ວ່າດ້ວຍ ການສ້າງຄອບ ຄົວ-ບ້ານປ້ອງກັນຊາດເຂັ້ມແຂງ ແລະ ເອກະສານອື່ນໆ, ເຮັດໃຫ້ ເຂົາເຈົ້າຮັບຮູ້ເຊື່ອມຊຶມມີຄວາມ ສະດຸ້ງໄວໃນການຕື່ນຕົວ ປະກອບ ສ່ວນເຂົ້າໃນວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ພ້ອມກັນເປັນເຈົ້າການເຮັດໜ້າທີ່ ຕິດຕາມສະພາບກຸ່ມຄົນທີ່ບໍ່ຫວັງ ດີ ພາຍໃນບ້ານ ແລະ ຂອບເຂດ ຄວາມຮັບຜິດຊອບຢ່າງເຂັ້ມ ງວດ. ນອກນີ້, ປະຊາຊົນພາຍໃນ ບ້ານຍັງໄດ້ສ້າງເສດຖະກິດແກ້ ໄຂຊີວິດການເປັນຢູ່ຂອງຄອບຄົວ ຕາມທ່າແຮງບົ່ມຊ້ອນຂອງຕົນ ເຊັ່ນ: ການຄ້າຂາຍ, ການບໍລິການ ພາຍໃນ, ພາຍນອກ ແລະ ອື່ນໆ ເຮັດໃຫ້ແຕ່ລະຄອບຄົວສາມາດ ຫຼຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ. ຜ່ານການຈັດຕັ້ງ ປະຕິບັດສາມາດປະເມີນຜົນການ ສ້າງຄອບຄົວ ແລະ ບ້ານປ້ອງ ກັນຊາດເຂັ້ມແຂງໄດ້ 100%. ໂອກາດນີ້, ສະຫາຍຫົວໜ້າ ການເມືອງກອງບັນຊາການທະ ຫານເມືອງຊຳເໜືອ ໄດ້ຂຶ້ນມອບ ໃບຢັ້ງຢືນຄອບຄົວປ້ອງກັນຊາດ ເຂັ້ມແຂງ ໃຫ້ 40 ຄອບຄົວ ແລະ ສະຫາຍ ພັນເອກ ພັນສີ ຊ່ອນມີໄຊ ໄດ້ຂຶ້ນມອບໃບຢັ້ງຢືນບ້ານປ້ອງ ກັນຊາດເຂັ້ມແຂງ ໃຫ້ບ້ານກ້ານ ຢ່າງສົມກຽດ ພ້ອມທັງຕັດແຖບ ຜ້າ-ເປີດປ້າຍບ້ານປ້ອງກັນຊາດ ເຂັ້ມແຂງ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນໃຫ້ບ້ານດັ່ງກ່າວ . ໂດຍ: ໄຜ່ຄຳ ແກ້ວສອນພຽນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ