ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພະແນກສະຫະພັນແມ່ຍິງ ຫ້ອງວ່າການ ກະຊວງປ້ອງກັນປະເທດ ສະຫຼຸບວຽກງານຮອບດ້ານປະຈຳປີ 2020
ເວລາອອກຂ່າວ: 2021-03-05 19:04:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 161 | ຄວາມນິຍົມ:



ພະແນກສະຫະພັນແມ່ຍິງ ຫ້ອງວ່າການ ກະຊວງປ້ອງກັນ ປະເທດ ໄດ້ສະຫຼຸບຕີລາຄາການ ເຄື່ອນໄຫວວຽກງານຮອບດ້ານ ປະຈໍາປີ 2020 ແລະ ປາຖະກະ ຖາວັນແມ່ຍິງສາກົນ ຄົບຮອບ 111 ປີ, ໃນວັນທີ 5 ມີນາ 2021 ນີ້, ໂດຍການເຂົ້າຮ່ວມເປັນປະ ທານຂອງ ສະຫາຍ ພັນເອກ ນາງ ໄພວອນ ອິນທະບຸດ ຫົວໜ້າຫ້ອງ ການສະຫະພັນແມ່ຍິງກອງທັບ, ມີສະຫາຍ ພັນເອກ ສະຫຼອງໄຊ ໄຊຍະເສນາ ຄະນະພັກອົງການ ຫ້ອງວ່າການ ຮອງຫົວໜ້າຫ້ອງ ການເມືອງຫ້ອງວ່າການ ກະຊວງ ປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາບັນດາກົມ, ຫ້ອງ ການ, ກອງ, ບໍລິສັດ-ລັດວິສາຫະ ກິດ, ຄະນະຳ ພ້ອມດ້ວຍສະມາຊິກ ສະຫະພັນແມ່ຍິງເຂົ້າຮ່ວມ. ສະຫາຍ ພັນໂທ ນາງ ນວນ ຈັນ ບຸດດາສິນ ຫົວໜ້າພະແນກ ສະຫະພັນແມ່ຍິງ ຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ຍົກ ໃຫ້ເຫັນຜົນງານຫຼາຍດ້ານທີ່ຍາດ ໄດ້ໃນ 1 ປີຜ່ານມາ, ໄດ້ເອົາໃຈ ໃສ່ສຶກສາອົບຮົມການເມືອງ-ນຳ ພາແນວຄິດ ດ້ວຍຫຼາຍຮູບການ ຢ່າງຕໍ່ເນື່ອງ ເຮັດໃຫ້ສະມາຊິກ ແມ່ຍິງມີຄວາມອຸ່ນອຽນທຸ່ນ ທ່ຽງເຊື່ອໝັ້ນຕໍ່ການນໍາພາຂອງ ພັກ, ມີຄຸນທາດການເມືອງໜັກ ແໜ້ນ, ມີຄວາມຈົງຮັກພັກດີຕໍ່ ພັກຕໍ່ປະເທດຊາດ, ມີສະຕິຕໍ່ ການຈັດຕັ້ງ, ເປັນເຈົ້າການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆບໍ່ໃຫ້ເກີດຂຶ້ນກັບຕົນເອງ, ຄອບຄົວ, ກົມກອງ ກໍຄື ສັງຄົມ ທຽບໃສ່ຄາດໝາຍສູ້ຊົນປະຕິບັດ ໄດ້ 90%, ໄດ້ເຄື່ອນໄຫວຊຸກຍູ້ ຂະບວນການຈັດຕັ້ງປະຕິບັດຂໍ້ ແຂ່ງຂັນ 3 ດີຂອງສູນກາງສະ ຫະພັນແມ່ຍິງລາວວາງອອກ, ຕິດ ພັນກັບຂະບວນການແຂ່ງຂັນຮັກ ຊາດ ແລະ ພັດທະນາ ຢູ່ບັນດາກົມ ກອງຮາກຖານ, ຫົວໜ່ວຍທຸລະ ກິດຢ່າງເປັນຂະບວນກວ້າງ ຂວາງ, ອັນພົ້ນເດັ່ນແມ່ນວຽກ ງານກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມາຮອດປັດຈຸບັນມີສະ ມາຊິກເຂົ້າຮ່ວມທັງໝົດ 255 ຄົນ, ເພດຍິງ 114 ຄົນ, ມີເງິນ ທ້ອນທັງໝົດ 1.615 ລ້ານກວ່າ ກີບ, ເງິນຈໍານວນດັ່ງກ່າວໄດ້ ປ່ອຍໃຫ້ສະມາຊິກກອງທຶນກູ້ຢືມ ໄປສ້າງທຸລະກິດຂະໜາດນ້ອຍ ຂອງຄອບຄົວ ແລະ ບຸກຄົນເປັນ ຕົ້ນແມ່ນຂາຍເຄື່ອງຍ່ອຍ, ປູກຝັງ-ລ້ຽງ ສັດ, ຕ່ຳຫູກທໍໄໝ ແລະ ອື່ນໆ ເພື່ອສ້າງເສດຖະກິດປັບປຸງຊີວິດ ການເປັນຢູ່ໃຫ້ດີຂຶ້ນເທື່ອລະກ້າວ, ໂອກາດດຽວກັນນີ້, ຍັງໄດ້ປາຖະກະຖາວັນແມ່ຍິງສາກົນຄົບຮອບ 111 ປີອີກດ້ວຍ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ