ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນການທະຫານທ້ອງຖິ່ນແຂວງອັດຕະປື ເຜີຍແຜ່ເອກະສານຂໍ້ກຳໜົດຂອງກອງທັບ
ເວລາອອກຂ່າວ: 2021-03-05 19:02:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 646 | ຄວາມນິຍົມ:



v ຫວ່າງບໍ່ດົນມານີ້, ໂຮງ ຮຽນການທະຫານທ້ອງຖິ່ນ ແຂວງອັດຕະປື ໄດ້ເຜິຍແຜ່ເອກະ ສານຂໍ້ກຳນົດກົດລະບຽບຂອງ ກອງທັບ ໃຫ້ແກ່ພະນັກງານ-ນັກ ຮົບ 2 ກອງຮ້ອຍນັກຮຽນບຳລຸງ ທະຫານຮາບ ຊຸດທີ II ແລະ ກອງ ຮ້ອຍນັກຮຽນກໍ່ສ້າງນາຍສິບ ຊຸດທີ VI, ໂດຍການເຜີຍແຜ່ຂອງ ສະຫາຍ ພັນໂທ ບຸນຈັນ ແກ້ວມະ ໄລສອນ ຮອງຫົວໜ້າການທະ ຫານ ໂຮງຮຽນການທະຫານ ທ້ອງຖິ່ນແຂວງອັດຕະປື. ເອກະສານທີ່ນໍາມາເຜີຍແຜ່ໃນ ຄັ້ງນີ້ປະກອບມີ: ເອກະສານຂໍ້ກໍາ ນົດ ວ່າດ້ວຍ ການຈັດຕັ້ງປະຕິບັດ ພື້ນຖານລະບຽບບຸກຄົນ, ຂໍ້ກຳ ນົດການຮັບຮອງແຂກ ແລະ ການ ເຄື່ອນໄຫວກິດຈະກຳພາຍໃນ ກອງທັບປະຊາຊົນລາວ. ທັງນີ້ ກໍເພື່ອເຮັດໃຫ້ແຕ່ລະສະຫາຍມີ ຄວາມຮັບຮູ້ເຂົ້າໃຈ ແລະ ມີຄວາມ ເປັນເອກະພາບໃນການຈັດຕັ້ງ ປະຕິບັດບັນດາຂໍ້ກຳນົດ ກົດລະ ບຽບຂອງກອງທັບວາງອອກ ເຮັດໃຫ້ອົງການ, ກົມກອງມີ ຄວາມເປັນລະບຽບຮຽບຮ້ອຍ, ມີລະບຽບວິໄນເຂັ້ມແຂງ, ເຊິ່ງ ເປັນອີກໜຶ່ງມາດຖານເງື່ອນໄຂ ທີ່ນອນຢູ່ໃນການສ້າງກົມກອງ ວັດທະນະທຳ ແລະ ນັກຮົບວັດ ທະນະທຳ ທີ່ກົມໃຫຍ່ການເມືອງກອງທັບວາງອອກ. ໂອກາດດັ່ງກ່າວ, ສະຫາຍ ພັນໂທ ບຸນຈັນ ແກ້ວມະໄລສອນ ກໍໄດ້ສະແດງຄວາມຍ້ອງຍໍຊົມ ເຊິຍຕໍ່ນັກສຶກສາແຕ່ລະສະຫາຍທີ່ ໄດ້ເອົາໃຈໃສ່ທຸ່ມເທເຫຶ່ອແຮງ, ສະຕິປັນຍາປະກອບສ່ວນເຂົ້າ ຮ່ວມທຸກຂະບວນການກໍ່ສ້າງພັດ ທະນາກົມກອງໃນໄລຍະຜ່ານມາ ແລະ ຮຽກຮ້ອງໃຫ້ແຕ່ລະສະ ຫາຍພ້ອມກັນຈັດຕັ້ງປະຕິບັດບັນ ດາຂໍ້ກຳນົດກົດລະບຽບຂອງ ກອງທັບກໍຄືກົມກອງວາງອອກ ໃຫ້ເຂັ້ມງວດ, ເພີ່ມທະວີຄວາມ ສາມັກຄີພາຍໃນໃຫ້ເປັນປຶກ ແຜ່ນ, ເຝິກຝົນຫຼໍ່ຫຼອມຕົນເອງ ດ້ວຍການສຶກສາຄົ້ນຄວ້າຮ່ຳຮຽນ ນຳເອົາເນືິ້ອໃນເອກະສານທີ່ເຜິຍ ແຜ່ຄັ້ງນີ້ໄປຈັດຕັ້ງປະຕິບັດໃຫ້ ປະກົດຜົນເປັນຈິງ ເພື່ອສ້າງຕົນເອງໃຫ້ກາຍເປັນພະນັກງານທີ່ ມີຄວາມຮູ້, ຄວາມສາມາດ ແລະ ມີລະບຽບວິໄນເຂັ້ມງວດ. ໂດຍ: ຄຳສິງ ດວງພະບາງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ