ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການເຄື່ອນໄຫວຂອງກົມກອງຕ່າງໆຫວ່າງບໍ່ດົນຜ່ານມາ
ເວລາອອກຂ່າວ: 2021-03-05 19:00:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 905 | ຄວາມນິຍົມ:



v ພະແນກສະຫະພັນແມ່ຍິງ ກົມ 213: ນໍາໂດຍ ສະຫາຍ ພັນ ໂທ ນາງ ພອນທິບ ທິບພະວົງ ຫົວ ໜ້າພະແນກສະຫະພັນແມ່ຍິງ ກົມ 213 ພ້ອມດ້ວຍຄະນະ ໄດ້ນໍາ ເອົາເຄື່ອງນຸ່ງຫົ່ມຈໍານວນໜຶ່ງມາ ມອບໃຫ້ຫ້ອງການສະຫະພັນແມ່ ຍິງກອງທັບ ເພື່ອນໍາໄປມອບຕໍ່ໃຫ້ ປະຊາຊົນທີ່ທຸກຍາກ ຢູ່ເຂດຫ່າງ ໄກສອກຫຼີກ, ໂດຍການກ່າວຮັບ ຂອງສະຫາຍ ພັນເອກ ນາງ ໄພ ວອນ ອິນທະບຸດ ຫົວໜ້າຫ້ອງ ການສະຫະພັນແມ່ຍິງກອງທັບ ພ້ອມດ້ວຍຄະນະ. v ກອງພັນໃຫຍ່ 703: ໄດ້ສະ ຫຼຸບການເຄື່ອນໄຫວງານກໍ່ສ້າງ ຮາກຖານການເມືອງປະຈໍາປີ 2020, ຍົກໃຫ້ເຫັນສະພາບ ຂໍ້ສະດວກ, ດ້ານຫຍຸ້ງຍາກລວມ ທັງຜົນງານທີ່ຍາດໄດ້ຜ່ານການ ຫັນລົງກໍ່ສ້າງຮາກຖານການ ເມືອງໃນ 8 ໝູ່ບ້ານທີ່ກົມກອງ ຮັບຜິດຊອບ, ອັນພື້ນຖານແມ່ນ ໄດ້ເຮັດໃຫ້ສະພາບມີຄວາມສະ ຫງົບໜັກແໜ້ນ, ປະຊາຊົນຍູ່ ທ່າງທໍາມາຫາກິນ ແລະ ຊີວິດ ການເປັນຢູ່ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ. v ຫ້ອງເສນາທິການ ກອງບັນ ຊາການທະຫານແຂວງຫົວພັນ: ໄດ້ສະຫຼຸບບັ້ນແຂ່ງຂັນ ພາຍໃຕ້ ຄໍາຂວັນ ຮັກຊາດ ແລະ ພັດທະນາ ປະຈໍາປີ 2020, ໃນປີຜ່ານມາ ຄະ ນະພັກ-ຄະນະບັນຊາຫ້ອງເສນາ ທິການ ໄດ້ຖືເອົາຂະບວນການ ດັ່ງກ່າວ ຕິດພັນກັບຂະບວນວຽກ ງານຕົວຈິງ, ປຸກລະດົມພະນັກ ງານ-ນັກຮົບໃຫ້ເປັນເຈົ້າການ ເຂົ້າຮ່ວມຈັດຕັ້ງປະຕິບັດຢ່າງ ເປັນຂະບວນຟົດຟື້ນ, ພ້ອມກັນ ນັ້ນ, ກໍໄດ້ເຄືື່ອນໄຫວເກັບກຳສະ ພາບການ, ຕ້ານສະກັດກັ້ນບັນ ຫາປະກົດການຫຍໍ້ທໍ້ຕ່າງໆ ບໍ່ໃຫ້ ເກີດຂຶ້ນກັບກົມກອງ ເຮັດໃຫ້ສະ ພາບມີຄວາມສະຫງົບເປັນພື້ນ ຖານ ແລະ ໄດ້ສ້າງຂະບວນການ ດ້ານຕ່າງໆຢ່າງຕໍ່ເນື່ອງ. v ກອງພັນທີ 7 ທີ່ຂຶ້ນກັບກອງ ພົນທີ 4: ໄດ້ປະກາດການຈັດຕັ້ງ ຂັ້ນນໍາພາ-ບັນຊາກອງຮ້ອຍຕາມ ຂໍ້ຕົກລົງຂອງກອງພົນທີ 4, ໃນ ນັ້ນ, ໄດ້ແຕ່ງຕັ້ງ ສະຫາຍ ພັນຕີ ສີພັນ ດວງພູມີ ເປັນຫົວໜ້າການ ທະຫານ ກອງຮ້ອຍ 1, ສະຫາຍ ພັນຕີ ບຸນມາ ໄຊຍະວົງ ເປັນຫົວ ໜ້າການທະຫານ ກອງຮ້ອຍ 3, ພ້ອມທັງປະກາດແຕ່ງຕັ້ງສະ ຫາຍ ພັນຕີ ສີພັນ ດວງພູມີ ເປັນ ຮອງເລຂາໜ່ວຍພັກທີ 1, ສະ ຫາຍ ພັນຕີ ບຸນມາ ໄຊຍະວົງ ເປັນ ຮອງເລຂາໜ່ວຍພັກທີ 3. ທັງນີ້ ກໍເພື່ອຕອບສະໜອງຕາມຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ ວຽກງານໃນສະພາບການໃໝ່, ທັງເປັນການປັບປຸງບູລະນະການ ຈັດຕັ້ງຂັ້ນນໍາພາ-ບັນຊາໃຫ້ໜັກ ແໜ້ນເຂັ້ມແຂງ ເພື່ອເຮັດສໍາເລັດໜ້າທີ່ການເມືອງຂອງກົມກອງ. v ຫ້ອງການເມືອງ ກອງພົນທີ 1: ໄດ້ເຕົ້າໂຮມເອົາພະນັກງານ-ນັກຮົບ ເຂົ້າຮ່ວມຮັບຟັງການປາ ຖະກະຖາວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 72 ປີ, ວັນ ສ້າງຕັ້ງສະຫະພັນກຳມະບານ ລາວ ຄົບຮອບ 65 ປີ ແລະ ວັນສ້າງ ຕັ້ງພັກກອມມູນິດອິນດູຈິນ ຄົບ ຮອບ 91 ປີ ເພື່ອເປັນການສຶກສາ ອົບຮົມການເມືອງ-ນໍາພາແນວ ຄິດໃຫ້ພະນັກງານ-ນັກຮົບ ເຊື່ອມ ຊຶມກຳແໜ້ນມູນເຊື້ອຂອງວັນ ດັ່ງກ່າວ ແລະ ນໍາມາຈັດຕັ້ງຜັນຂະ ຫຍາຍເຂົ້າສູ່ວຽກງານຕົວຈິງ. v ກອງພັນໃຫຍ່ 11: ໄດ້ປະ ກາດອະນຸມັດທະຫານທີ່ຈົບພັນ ທະ ສືບຕໍ່ເຂົ້າເປັນທະຫານອາຊີບ, ອີງຕາມກົດໝາຍປ້ອງກັນຊາດ, ອີງຕາມຂໍ້ກຳນົດວ່າດ້ວຍລະບຽບ ຂອງນາຍສິບ ແລະ ພົນທະຫານ ໃນກອງທັບປະຊາຊົນລາວ(ສະບັບປັບປຸງ), ອີງຕາມຂໍ້ຕົກລົງ ຂອງກົມໃຫຍ່ເສນາທິການກອງ ທັບ ວ່າດ້ວຍ ການອະນຸມັດທະ ຫານພັນທະ ທີ່ຜ່ານການປະຕິບັດ ພັນທະປ້ອງກັນຊາດເຂົ້າເປັນທະ ຫານອາຊີບ ຈໍານວນ 78 ສະຫາຍ ເຊິ່ງຈໍານວນດັ່ງກ່າວແມ່ນປະ ກອບໃຫ້ກອງພັນໃຫຍ່ 11. v ຄະນະວິຊາຄູວຽກງານພັກ-ວຽກງານການເມືອງ ຫ້ອງອົບ ຮົມກໍ່ສ້າງ ວິທະຍາຄານກົມມະ ດໍາ: ໄດ້ສະຫຼຸບຖອດຖອນບົດຮຽນ ວຽກງານກໍ່ສ້າງຮາກຖານການ ເມືອງພັດທະນາຊົນນະບົດຮອບ ດ້ານຢູ່ ບ້ານແອກຊ້າງ ເມືອງໂພນ ໂຮງ ແຂວງວຽງຈັນ ປະຈຳປີ 2020, ໃນຜ່ານມາ, ໄດ້ສົມທົບ ແໜ້ນກັບອຳນາດການປົກຄອງ ບ້ານ ພ້ອມກັນເຄື່ອນໄຫວເຮັດ ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ, ປ້ອງກັນເວນ ຍາມງານວັນບຸນສຳຄັນຕ່າງໆ, ຕ້ານສະກັດກັ້ນ ແລະ ແກ້ໄຂບັນ ຫາປະກົດການຍໍ້ທໍ້ໄດ້ທັນເວລາ, ພ້ອມກັນນັ້ນ, ກໍໄດ້ນຳພາປະຊາ ຊົນສ້າງເສດຖະກິດປັບປຸງຊີວິດ ການເປັນຢູ່ດ້ວຍການປູກຝັງ-ລ້ຽງສັດ, ສາມາດສ້າງລາຍຮັບ ໄດ້ 16 ລ້ານກີບຕໍ່ຄົນຕໍ່ປີ, ໃນ ບ້ານມີຄວາຍ 20 ໂຕ, ໝູ 60 ໂຕ 175 ໂຕ, ບ້ານດັ່ງກ່າວ ຍັງມີເງິນ ກອງທຶນຊ່ວຍເຫຼືືອເຊິ່ງກັນ ແລະ ກັນຈຳນວນ 243 ລ້ານກີບ, ຜ່ານ ການລົງກໍ່ສ້າງຮາກຖານການ ເມືອງໃນໄລຍະຜ່ານມາ ເຫັນວ່າ ສະພາບພາຍໃນບ້ານມີຄວາມສະ ຫງົບໜັກແໜ້ນ, ປະຊາຊົນຍູ້ທ່າງ ທຳມາຫາກິນ ແລະ ພັດທະນາ ບ້ານຊ່ອງຂອງຕົນນັບມື້ດີຂຶ້ນ. v ທະນາຄານການຄ້າຕ່າງ ປະ ເທດລາວມະຫາຊົນ ສາຂາແຂວງ ອັດຕະປື: ໄດ້ເຜີຍແຜ່ຜະລິດຕະ ພັນ ຂອງທະນາຄານຢູ່ກອງພັນ 19 ທະຫານແຂວງອັດຕະປື, ໂດຍຜະລິດຕະພັນທີ່ນໍາມາເຜີຍ ແຜ່ໃນຄັ້ງນີ້ ປະກອບມີ: ການເປີດ ບັນຊີໃໝ່, ເປີດບັດ ATM ຟຣີ, ຫຼຸດຄ່າບຳລຸງຮັກສາປະຈຳເດືອນ ຈາກ 5.000 ກີບ ເຫຼືອ 2.000 (ສໍາລັບບັດທະຫານ), ການເປີດ ນໍາໃຊ້ບັນຊີ BCEL ONE, ONE Pay, ບັນຊີເງິນຝາກສະ ສົມບຳນານ, ບັນຊີເງິນຝາກເພື່ອ ລູກຫຼານ, ການຖອນເງິນສົດຈາກ ຕູ້ ATM ຜ່ານ QR Code ແລະ ສະໝັກຜະລິດຕະພັນອື່ນໆ. ທັງນີ້ ກໍເພື່ອຕອບໂຈດຄວາມຕ້ອງການຂອງລູກຄ້າ ແລະ ເຮັດໃຫ້ຜູ້ຊົມ ໃຊ້ບໍລິການມີທາງເລືອກຫຼາຍ ຂຶ້ນສາມາດສ້າງຄວາມສະດວກ ສະບາຍຫຼາຍດ້ານໃນການດຳ ເນີນທຸລະກຳທາງການເງິນໃຫ້ມີ ຄວາມສະດວກວ່ອງໄວ. v ວິທະຍາຄານພະລາທິການ ກອງທັບ: ໄດ້ເຜີຍແຜ່ເຊື່ອມຊຶມ ດໍາລັດ ວ່າດ້ວຍ ການໂຄສະນາ ເຜີຍແຜ່ນິຕິກຳ ສະບັບເລກທີ 562/ລບ ແລະ ດຳລັດ ວ່າດ້ວຍ ກຸ່ມ ແລະ ສະຫະກອນສະບັບເລກ ທີ 606/ລບ. ຈຸດປະສົງກໍເພື່ອ ເຮັດໃຫ້ພະນັກງານຫຼັກແຫຼ່ງທົ່ວ ວິທະຍາຄານ ໄດ້ຮັບຮູ້ເຊື່ອມຊຶມ ກຳໄດ້ແໜ້ນຫຼັກການ, ລະບຽບ ການ ແລະ ມາດຕະການກ່ຽວ ກັບການຄຸ້ມຄອງຕິດຕາມ, ກວດ ກາ ວຽກງານໂຄສະນາເຜີຍແຜ່ ນິຕິກໍາ ແລະ ດໍາລັດ ວ່າດ້ວຍ ກຸ່ມ ແລະ ສະຫະກອນ ເພື່ອນໍາມາ ເປັນພື້ນຖານບ່ອນອີງໃຫ້ແກ່ການ ເຄື່ອນໄຫວວຽກງານຕົວຈິງ. v ກອງພັນ 417 ທີ່ຂຶ້ນກັບກອງ ພົນທີ 3: ໄດ້ປະກາດອະນຸມັດ ທະຫານທີ່ຈົບພັນທະສືບຕໍ່ເຂົ້າ ເປັນທະຫານອາຊີບ ຕາມຂໍ້ຕົກ ລົງຂອງກົມກຳລັງພົນກົມໃຫຍ່ເສ ນາທິການກອງທັບ ສະບັບເລກທີ 376/ ກລພ ວ່າດ້ວຍ ການອະນຸ ມັດໃຫ້ແກ່ຜູ້ທີ່ຈົບພັນທະສືບຕໍ່ ເຂົ້ເປັນທະຫານອາຊີບ ຢູ່ກອງພັນ 417 ຈໍານວນ 59 ສະຫາຍ ເພື່ອ ສືບຕໍ່ປະກອບສ່ວນເຂົ້າໃນພາລະ ກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ, ປະກອບ ສ່ວນເຂົ້າໃນການກໍ່ສ້າງກຳລັງປະ ກອບອາວຸດກອງທັບປະຊາຊົນ ລາວໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ. v ກອງພັນໃຫຍ່ 102 ທີ່ຂຶ້ນ ກັບກອງພົນທີ 1: ໄດ້ເປີດບັ້ນອົບ ຮົມ-ຫັດແອບການທະຫານ, ການ ເມືອງ, ພະລາທິການ ແລະ ເຕັກນິກ ປະຈໍາປີ 2021, ບັ້ນອົບຮົມ-ຫັດແອບຈະໄດ້ແບ່ງອອກເປັນ 2 ໄລຍະຄື: ໄລຍະທີ 1 ເລີ່ມແຕ່ ເດືອນກຸມພາ ຫາ ເດືອນພຶດສະ ພາ, ໄລຍະທີ 2 ເລີ່ມແຕ່ເດືອນກໍ ລະກົດ ຫາ ເດືອນຕຸລາ 2021, ກໍານົດເວລາອົບຮົມ-ຫັດແອບ 160 ວັນ. ສັງລວມໂດຍ: ນ. ຍ້ອມເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ