ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງຮ້ອຍ 21 ຫວນຄືນມູນເຊື້ອວັນສ້າງຕັ້ງກົມກອງ ຄົບຮອບ 40 ປີ
ເວລາອອກຂ່າວ: 2021-03-05 09:30:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 94 | ຄວາມນິຍົມ:



ເພື່ອເປັນການປະຕິບັດຕາມ ມາດຕະການປ້ອງກັນສະກັດ ກັ້ນ ແລະ ຄວບຄຸມການແຜ່ລະ ບາດພະຍາດໂຄວິດ-19 ຢ່າງ ເຄັ່ງຂັດປີຜ່ານມານີ້, ກອງຮ້ອຍ 21 ທະຫານແຂວງຜົ້ງສາລີ ຈຶ່ງ ບໍ່ໄດ້ລະນຶກວັນສ້າງຕັ້ງກົມກອງ ຂອງຕົນ, ຈົນມາຮອດວັນທີ 27 ກຸມພາ 2021 ນີ້, ກອງຮ້ອຍ 21 ທີ່ຂຶ້ນກັບກອງບັນຊາການທະ ຫານແຂວງຜົ້ງສາລີ ຈຶ່ງໄດ້ຈັດ ຕັ້ງພິທີລະນຶກຫວນຄືນມູນເຊື້ອ ວັນສ້າງຕັ້ງກອງຮ້ອຍ 21 ຄົບຮອບ 40 ປີ ( 22 ກຸມພາ 1980-22 ກຸມພາ2020), ໂດຍການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ພັນເອກ ທິດແກ້ວ ພົມປັນຍາ ກໍາມະການປະຈໍາພັກ ແຂວງ ເລຂາຄະນະພັກ ຫົວ ໜ້າການເມືອງ ກອງບັນຊາການ ທະຫານແຂວງຜົ້ງສາລີ, ມີຄະນະ ພັກ-ຄະນະບັນຊາການ, ພະນັກ ງານອາວຸໂສ-ບໍານານ, ອະດີດ ພະນັກງານ ກອງຮ້ອຍ 21, ພະນັກງານ-ນັກຮົບ ແລະ ພໍ່ແມ່ ປະຊາຊົນບ້ານອ້ອມຂ້າງເຂົ້າ ຮ່ວມ. ສະຫາຍ ພັນໂທ ສົມດີ ສີສະ ຫວັດ ເລຂາຄະນະໜ່ວຍພັກ ຫົວ ໜ້າການທະຫານກອງຮ້ອຍ 21 ໄດ້ກ່າວເປີດພິທີຢ່າງເປັນທາງ ການ, ພ້ອມທັງຜ່ານບົດລາຍ ງານຜົນງານການເຄື່ອນໄຫວ ໃນການປະຕິບັດໜ້າທີ່ຂອງກອງ ຮ້ອຍ 21 ໃນໄລຍະ 40 ປີຜ່ານມາ ໃຫ້ຮູ້ວ່າ: ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ກໍຄືໄລຍະປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ສະພາບມີຄວາມສະຫງົບໂດຍ ພື້ນຖານ ກອງຮ້ອຍ 21 ຖືກ ສ້າງຂຶ້ນໃນວັນທີ 22 ກຸມພາ 1980 ທີ່ບ້ານຢາງເຕີຍ, ກຸ່ມ ແສນລາດ, ເມືອງຂວາ, ແຂວງ ຜົ້ງສາລີ, ເປັນກອງຮ້ອຍເອກະ ລາດທີ່ມີໜ້າທີ່ເຄື່ອນໄຫວເຮັດ ໜ້າທີ່ປົກປັກຮັກສາເຂດແຈ 3 ແຂວງ ຄື: ແຂວງຜົ້ງສາລີ, ແຂວງອຸດົມໄຊ ແລະ ແຂວງ ຫຼວງພະບາງ ໃນນັ້ນເຂດກົມ ກອງຮັບຜິດຊອບມີ 6 ກຸ່ມບ້ານ, ມີ 36 ບ້ານ, 3.109 ຫຼັງຄາເຮືອນ, ມີພົນລະເມືອງທັງໝົດ 17.382 ຄົນ, ຍິງ 7.899 ຄົນ. ໄລຍະ 40 ປີຜ່ານມາຄະນະພັກ-ຄະນະບັນຊາແຕ່ລະຊຸດໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ມີແນວຄິດອຸ່ນອຽນທຸ່ນ ທ່ຽງ, ເຊື່ອມຊຶມ, ກໍາແໜ້ນແນວ ທາງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ເຄື່ອນໄຫວເກັບ ກໍາສະພາບສັດຕູ-ກຸ່ມຄົນບໍ່ດີ ໃນຂອບເຂດຮັບຜິດຊອບຢ່າງ ເປັນປົກກະຕິ, ໃນນີ້ເຄື່ອນໄຫວ ເກັບກໍາສະພາບຮອບດ້ານ, ລາດຕະເວນ, ເຄື່ອນໄຫວກວດ ກາຕາມເສັ້ນຊາຍແດນລະຫວ່າງ ແຂວງ, ປ້ອງກັນວັນບຸນສໍາຄັນ ແລະ ສະຖານທີ່ຕ່າງໆ ໂດຍສະ ເພາະແມ່ນປ້ອງກັນເຂື່ອນໄຟຟ້າ ນໍ້າອູ 4 ແລະ ນໍ້າອູ 5, ຄຽງ ຄູ່ກັນນັ້ນກົມກອງ ຍັງໄດ້ເພີ່ມ ພູນຜະລິດຜົນຕາມເງື່ອນໄຂຂອງ ກົມກອງດ້ວຍການປູກ-ການ ລ້ຽງ ປັດຈຸບັນກົມກອງມີຄວາຍ 9 ໂຕ, ສັດປີກ ປະເພດເປັດ-ໄກ່ 1.720 ໂຕ, ມີໜອງປາ 3 ໜອງ, ປູກຕົ້ນໄມ້ ຊະນິດຕ່າງໆ 6.567 ຕົ້ນ, ມີລາຍຮັບຈາກການປູກຝັງ-ລ້ຽງສັດ ແລະ ການສ້າງລາຍ ຮັບອື່ນໆໃນ 10 ປີ ຜ່ານມາໄດ້ 106.850.000 ກີບ. ໂດຍ: ທອງສຸກ ຈັນຖະໜອມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ