ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ນັກຮຽນນາຍສິບສືບຂ່າວ ຊຸດທີ XI ຈັດຕັ້ງຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2021-03-05 09:14:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 72 | ຄວາມນິຍົມ:



ໃນທ້າຍເດືອນ ກຸມພາ 2021 ຜ່ານມານີ້, ນັກຮຽນກໍ່ສ້າງນາຍ ສິບສືບຂ່າວ 301 ໄດ້ຈັດຕັ້ງຫັດ ແອບຍິງເປົ້າໝາຍດ້ວຍລູກປືນ ແທ້ ປະຈຳປີ 2021 ຂຶ້ນ, ຢູ່ທີ່ສະ ໜາມຍິງປືນຂອງໂຮງຮຽນ 301 ໂດຍການເຂົ້າຮ່ວມຂອງສະຫາຍ ພັນໂທ ອານຸສິດ ວັນທະວົງສາ ຮອງເລຂາຄະນະພັກຮາກຖານຫົວໜ້າການທະຫານ ໂຮງຮຽນ 301, ມີພະນັກງານ, ຄູ-ອາຈານ ແລະ ນັກຮຽນນາຍສິບສືບຂ່າວ ຊຸດທີ XI ຈຳນວນ 199 ສະຫາຍ ເຂົ້າຮ່ວມ. ການຈັດຕັ້ງອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2021 ຂອງນັກຮຽນ ກໍ່ສ້າງນາຍສິບສືບຂ່າວ 301 ໃນຄັ້ງນີ້ ເພື່ອເປັນການປັບປຸງກໍ່ສ້າງກຳລັງໃນຖັນແຖວກອງທັບ ເວົ້າລວມ ເວົ້າສະເພາະ ກໍຄື ນັກຮຽນກໍ່ສ້າງນາຍສິບສືບຂ່າວ 301 ຊຸດທີ XI ໃຫ້ມີຄວາມໜັກ ແໜ້ນ ເຂັ້ມແຂງ, ມີແບບແຜນທີ່ ທັນສະໄໝ ແລະ ມີຄວາມຊຳນິ ຊຳນານໃນການນຳໃຊ້ອາວຸດ- ຍຸດໂທປະກອນທາງດ້ານສິລະ ປະຍຸດ-ຍຸດທະວິທີ ທີ່ສາມາດ ເຄື່ອນໄຫວກຽມພ້ອມສູ້ຮົບ ແລະ ສູ້ຮົບຕົວຈີງໄດ້ທຸກຮູບແບບ, ມີ ຄວາມທົນທານໜຽວແໜ້ນຕໍ່ທຸກ ສະພາວະດິນຟ້າອາກາດ ແລະ ເພື່ອເຮັດສຳເລັດໜ້າທີ່ການເມືອງ ຂອງກົມກອງປະກອບສ່ວນເຂົ້າ ໃນການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ, ປົກ ປັກຮັກສາຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນ ດິນອັນຄົບຖ້ວນຂອງຕົນໄວ້ໃຫ້ ໝັ້ນຄົງ. ຜ່ານການຫັດແອບປະ ສານສຽງແຕກຕົວຈິງເຫັນວ່າ ແຕ່ລະສະຫາຍແຕ່ລະພາກສ່ວນ ສາມາດກຳແໜ້ນບົດຮຽນໄດ້ດີ, ສະແດງອອກຜົນໄດ້ຮັບຕົວຈິງ ຂັ້ນເກັ່ງ 100 ສະຫາຍ ເທົ່າກັບ 50,2 %, ຂັ້ນດີ 99 ສະຫາຍ ເທົ່າ ກັບ 49, 7%. ສະເລ່ຍກົມກອງທັງ ໝົດໄດ້ຂັ້ນເກັ່ງ. ເຊິ່ງສາມາດບັນລຸ ໄດ້ຕາມຄາດໝາຍທີ່ວາງໄວ້ ແລະ ມີຄວາມຮັບປະກັນຄວາມປອດ ໄພ 100%. ໂດຍ: ພວງໄຊ ບຸນພາວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ