ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໜ່ວຍຊາວໜຸ່ມ ທະຫານເມືອງສີໂຄດຕະບອງ ສະຫຼຸບວຽກງານຮອບດ້ານ
ເວລາອອກຂ່າວ: 2021-03-03 09:10:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 90 | ຄວາມນິຍົມ:



ຫວ່າງບໍ່ດົນຜ່ານມານີ້, ໜ່ວຍຊາວໜຸ່ມກອງບັນຊາການ ທະຫານເມືອງສີໂຄດຕະບອງ ໄດ້ສະຫຸຼບວຽກງານຮອບດ້ານ ປະຈຳປີ 2020 ແລະ ວາງທິດ ທາງແຜນການປະຈຳປີ 2021, ໂດຍການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ນາງ ສີສຸດາ ເພັງ ພົງ ສະຫວັດ ຄະນະບໍລິຫານ ງານຊາວໜຸ່ມນະຄອນຫຼວງວຽງ ຈັນ ກຳມະການພັກເມືອງ ເລຂາ ຄະນະບໍລິຫານງານຊາວໜຸ່ມ ເມືອງສີໂຄດຕະບອງ, ມີ ສະຫາຍ ພັນໂທ ສົມປອງ ດວງມະນີ ຮອງຫົວໜ້າການເມືອງ ທັງເປັນ ຜູ້ຊີ້ນຳວຽກງານອົງການຈັດຕັ້ງ ມະຫາຊົນທະຫານເມືອງສີໂຄດ ຕະບອງ, ພ້ອມດ້ວຍສະມາຊິກ ຊາວໜຸ່ມ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ. ສະຫາຍ ຮ້ອຍເອກ ຈັນທີ ອິນ ດາວົງ ເລຂາໜ່ວຍຊາວໜຸ່ມທະ ຫານເມືອງສີໂຄດຕະບອງໄດ້ຕີ ລາຄາໝາກຜົນແຫ່ງການຊີ້ນຳ- ນຳພາວຽກງານຮອບດ້ານໃນໄລ ຍະ 1 ປີຜ່ານມາ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ ຄະນະພັກກະຊວງປ້ອງກັນປະ ເທດວາງອອກຕິດພັນເນື້ອໃນຂໍ້ ແຂ່ງຂັນ 4 ບຸກທີ່ຊາວໝຸ່ມວາງ ອອກ ມີຄວາມໜັກແໜ້ນທາງ ດ້ານການເມືອງເຂັ້ມແຂງທາງ ດ້ານການຈັດຕັ້ງ ແນໃສ່ສຶກສາ ອົບຮົມການເມືອງ-ນຳພາແນວ ຄິດເຂົ້າໃຈຕໍ່ແນວທາງນະໂຍ ບາຍຂອງພັກ ກົດໝາຍຂອງລັດ ແລະ ເຊື່ອມຊຶມບັນດາມະຕິຄຳ ສັ່ງຕ່າງໆໃນການເຂົ້າຮ່ວມຮັບ ຟັງປາຖະກະຖາມູນເຊື້ອຂອງພັກ, ຂອງກອງທັບ ແລະ ຂອງຊາວ ໜຸ່ມ 21 ຄັ້ງຈຳນວນ 1.202 ສະຫາຍ, ເຂົ້າຮ່ວມວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບໃນການປ້ອງກັນເວນ ຍາມວັນສຳຄັນຕ່າງໆຂອງຊາດ ຂອງພັກ ຂອງກອງທັບ 5 ຄັ້ງ ຈຳນວນ 50 ສະຫາຍ, ນອກນີ້ ຍັງໄດ້ສ້າງຂະບວນການຮ່ວມ ກັບບ້ານອ້ອມຂ້າງສົມທົບກຳ ລັງ ປກຊ-ປກສ ເຝິກອົບຮົມໃນ ໄລຍະສັ້ນ 5 ຄັ້ງ ຈຳນວນ 284 ສະຫາຍ ເຮັດໃຫ້ສະມາຊິກຊາວ ໜຸ່ມມີຄຸນທາດການເມືອງໜັກ ແໜ້ນ, ມີຄຸນສົມບັດສິນທຳປະ ຕິວັດ ສາມາດເຮັດສຳເລັດໜ້າ ທີ່ການເມືອງຂອງຕົນທີ່ຂັ້ນເທິງ ມອບໝາຍໄດ້ເປັນຢ່າງດີ. ນອກ ນີ້, ຄະນະໜ່ວຍຊາວໜຸ່ມຍັງໄດ້ ນຳພາສະມາຊິກຊາວໜຸ່ມເຂົ້າ ຮ່ວມຂະບວນການກີລາ-ສິລະ ປະ-ວັນນະຄະດີ ແລະ ຂະບວນ ການອື່ນໆທີ່ຂັ້ນເທິງ ກໍຄືກົມ ກອງຈັດຂຶ້ນຢ່າງເປັນຂະບວນ ຟົດຟື້ນຕໍ່ເນື່ອງ ນອກນັ້ນ ຍັງໄດ້ ເອົາໃຈໃສ່ແກ້ໄຂຊີວິດເປັນຢູ່ ດ້ວຍການປູກຝັງ-ລ້ຽງສັດຕາມ ທ່າແຮງບົ່ມຊ້ອນຂອງກົມກອງ ໃນນີ້, ລ້ຽງສັດປີກຊະນິດຕ່າງໆ ຈຳນວນ 985 ໂຕ, ລ້ຽງໝູ 19 ໂຕ, ລ້ຽງປາ 9.000 ໂຕ ຂາຍແກ້ໄຂພະນັກງານ 180 ກິ ໂລ ເປັນເງິນ 3.600.000 ກີບ, ລ້ຽງແບ້ 7 ໂຕ, ລ້ຽງກົບ, ປູກ ພືດຜັກຊະນິດຕ່າງໆໄດ້ 1.099 ກິໂລກຼາມຂາຍເປັນເງິນໄດ້ 4.226.000 ກີບ, ສາມາດສ້າງ ລາຍຮັບຈາກການປູກຝັງ-ລ້ຽງ ສັດໄດ້ທັງໝົດ 6 ລ້ານກວ່າກີບ. ຈາກຜົນງານການເຄື່ອນໄຫວ ຕົວຈິງໃນໄລຍະ 1 ປີຜ່ານມາ ຄະ ນະບໍລິຫານງານຊາວໜຸ່ມເມືອງ ສີໂຄດຕະບອງ ຈຶ່ງໄດ້ມອບໃບ ຢັ້ງຢືນ 4 ບຸກໃຫ້ແກ່ໜ່ວຍຮາກ ຖານຊາວໜຸ່ມທະຫານເມືອງສີ ໂຄດຕະບອງ ຈຳນວນ 1 ໃບ ແລະ ມອບໃບຍ້ອງຍໍໃຫ້ສະມາ ຊິກຊາວໜຸ່ມທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງ ຂັນ 4 ບຸກຂອງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວປະຈຳປີ 2020 ຈຳນວນ 63 ສະຫາຍ. ໂດຍ: ສຸລິຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ