ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫຍ່ 605 ປະກາດບົ່ງຕົວແຕ່ງຕັ້ງຄະນະພັກ ແລະ ໜ່ວຍພັກຮາກຖານ
ເວລາອອກຂ່າວ: 2021-03-03 09:05:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 350 | ຄວາມນິຍົມ:



ໃນວັນທີ 24 ກຸມພາ 2021 ນີ້, ກອງພັນໃຫຍ່ 605 ໄດ້ປະ ກາດບົ່ງຕົວແຕ່ງຕັ້ງຄະນະພັກ ແລະ ຄະນະໜ່ວຍພັກຮາກຖານ ຂຶ້ນກັບພະແນກພະລາທິການ ກອງພັນໃຫຍ່ 605 ໂດຍການ ເປັນປະທານຂອງ ສະຫາຍ ພັນເອກ ບົວຄຳ ສາມາວົງ ເລຂາ ຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ 605, ມີຄະນະພັກ -ໜ່ວຍພັກຮາກຖານ ຕະຫຼອດ ຮອດສະມາຊິກພັກເຂົ້າຮ່ວມ. ສະຫາຍ ພັນຕີ ສີໃສ ວິໄລພັນ ຫົວໜ້າຂະແໜງຈັດຕັ້ງພັກກອງ ພັນໃຫຍ່ 605 ໄດ້ຂຶ້ນຜ່ານມະ ຕິຕົກລົງຂອງຄະນະພັກກອງ ພັນໃຫຍ່ 605 ວ່າດ້ວຍ ການ ບົ່ງຕົວແຕ່ງຕັ້ງເພີ່ມເຕີມຄະ ນະພັກຮາກຖານ ແລະ ຄະນະ ໜ່ວຍພັກຂຶ້ນກັບຮາກຖານພັກ ພະແນກພະລາທິການ, ໂດຍ ປະຕິບັດຕາມກົດລະບຽບຂອງ ພັກປະຊາຊົນປະຕິວັດລາວ ສະໄໝທີ X ໝວດທີ II ມາດຕາ 13 ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງ, ຍົກຍ້າຍ ແລະ ສິ້ນສຸດການເປັນ ຄະນະພັກ, ທັງເປັນການປັບປຸງ ບູລະນະກົງຈັກການຈັດຕັ້ງນຳ ພາ-ບັນຊາກຳລັງປະກອບອາ ວຸດເວົ້າລວມ, ເວົ້າສະເພາະ ຢູ່ ພະແນກພະລາທິການກອງພັນ ໃຫຍ່ໃຫ້ມີຄວາມໜັກແໜ້ນເຂັ້ມ ແຂງສາມາດເຄື່ອນໄຫວນຳພາ- ຊີ້ນຳເຮັດສຳເລັດໜ້າທີ່ການ ເມືອງຂອງຕົນ, ໃນນັ້ນ, ໄດ້ບົ່ງ ຕົວແຕ່ງຕັ້ງສະຫາຍ ພັນໂທ ສະເຫຼີມໄຊ ພົມມະໄກສອນ ຂຶ້ນເປັນກຳມະການ-ການຄັງ ຮາກຖານພັກພະລາທິການ ຕົກ ລົງແຕ່ງຕັ້ງເພີ່ມເຕີມຄະນະ ໜ່ວຍພັກຄື: ແຕ່ງຕັ້ງ ສະຫາຍ ພັນຕີ ສິງແກ້ວ ບູນຊູ ເປັນເລຂາ ໜ່ວຍພັກທີ 1, ສະຫາຍ ຮ້ອຍ ເອກ ແສງອາທິດ ລາດໂຍທາ ເປັນຮອງເລຂາໜ່ວຍພັກທີ 1 ແລະ ສະຫາຍ ພັນຕີ ສາຍຝົນ ສີລິຈັກ ເປັນກຳມະການ-ການ ຄັງໜ່ວຍພັກທີ 2 ຮາກຖານພັກພະລາທິການທີ່ຂຶ້ນກັບກອງພັນ ໃຫຍ່ 605. ໂດຍ: ນ. ໜູແດງ ລາດສະແກ້ວ ພາບ: ເພັງ ມະນີລະສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ