ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫຍ່ 279 ຜ່ານຂໍ້ກຳນົດລະບຽບໃຫ້ທະຫານໃໝ່
ເວລາອອກຂ່າວ: 2021-03-03 09:05:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 97 | ຄວາມນິຍົມ:



ວັນທີ 24 ກຸມພາ 2021 ນີ້, ກອງພັນໃຫຍ່ 279 ໄດ້ຜ່ານ ຂໍ້ກຳນົດ ວ່າດ້ວຍ ລະບຽບການ ຂອງນາຍສິບ ແລະ ພົນທະຫານ ໃນກອງທັບປະຊາຊົນລາວ ( ສະ ບັບປັບປຸງ ), ໃຫ້ທະຫານໃໝ່ທີ່ ມາອົບຮົມໄລຍະສັ້ນ, ໃນກົມ ກອງຂອງຕົນ, ໂດຍການເປັນປະ ທານ ແລະ ເຜີຍແຜ່ເອກະສານ ຂອງ ສະຫາຍ ພັນໂທ ແອທະ ວັດໄຊ ພວງມາໄລ ຮອງຫົວໜ້າ ພະແນກເສນາກອງພັນໃຫຍ່ 279, ມີບັນດາຄູ-ອາຈານ ຕະ ຫຼອດຮອດທະຫານໃໝ່ເຂົ້າຮ່ວມ. ໂອກາດດັ່ງກ່າວ, ສະຫາຍ ພັນໂທ ແອທະວັດໄຊ ພວງມາໄຊ, ໄດ້ເຜີຍແຜ່ເອກະສານຂໍ້ກຳນົດ ວ່າດ້ວຍ ລະບຽບການຂອງ ນາຍສິບ ແລະ ພົນທະຫານໃນ ກອງທັບປະຊາຊົນລາວ ( ສະບັບ ປັບປຸງ ),ເຊິ່ງລວມມີ IX ໜວດ ແລະ 31 ມາດຕາ, ປະກອບມີຄື: ຈຸດປະສົງຄາດໜາຍ, ຄວາມສຳ ນຶກ, ໜ້າທີ່, ຂອບເຂດສິດນາຍ ສິບ ແລະ ພົນທະຫານ ໃນກອງ ທັບປະຊາຊົນລາວ, ປະເພດ, ແຫຼ່ງທີ່ມາ, ມາດຕະຖານຂອງ ນາຍສິບ ແລະ ພົນທະຫານ, ລະ ບຽບການຮັບທະຫານໃໝ່ໃນ ກອງທັບປະຊາຊົນລາວ, ລະບົບ ຂັ້ນ, ຊັ້ນນາຍສິບ ແລະ ພົນ ທະຫານ, ເງື່ອນໄຂການເລື່ອນ ຊັ້ນ, ການຄຸ້ມຄອງ, ການສັບຊ້ອນ ຜັດປ່ຽນກຳລັງ, ການກໍ່ສ້າງ ນາຍສິບ ແລະ ພົນທະຫານ, ການປະຕິບັດນະໂຍບາຍຕໍ່ນາຍ ສິບ ແລະ ພົນທະຫານ, ຂໍ້ຫ້າມ ແລະ ມາດຕາການຕໍ່ຜູ້ລະເມີດ, ການຈັດຕັ້ງປະຕິບັດ ແລະ ຜົນ ສັກສິດ. ທັງນີ້, ກໍເພື່ອເປັນສຶກສາອົບ ຮົມການເມືອງ-ນຳພາແນວຄິດ, ໃຫ້ທະຫານໃໝ່ທີ່ມາອົບຮົມ-ຫັດ ແອບໃນກົມກອງຂອງຕົນ, ໄດ້ ຮັບຮູ້ເຊື່ອມຊຶມກຳແໝ້ນຕໍ່ບັນດາຂໍ້ກຳນົດ, ກົດລະບຽບ, ເພື່ອພ້ອມ ກັນນຳເອົາເນື້ອໃນເອກະສານດັ່ງ ກ່າວໄປຈັດຕັ້ງປະຕິບັດ ແລະ ສຶບຕໍ່ເຝິກຫັດຮໍ່າຮຽນໃຫ້ປະສົບ ຜົນສຳເລັດ. ໂດຍ: ສາຄອນ ສຸລິເຍດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ