ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງໄຊຍະບູລີ ເປີດຊຸດອົບຮົມການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ
ເວລາອອກຂ່າວ: 2021-03-03 09:03:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 613 | ຄວາມນິຍົມ:



ພິທີເປີດຊຸດອົບຮົມ-ຫັດ ແອບການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ ແລະ ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ປະຈຳປີ 2021 ຂອງກອງບັນ ຊາການທະຫານແຂວງໄຊຍະ ບູລີ ໄດ້ຈັດຂຶ້ນໃນວັນທີ 24 ກຸມພາ 2021 ນີ້, ໂດຍການ ເປັນປະທານຂອງ ສະຫາຍ ພັນເອກ ກູດ ພົມມາ ຫົວໜ້າການ ທະຫານກອງບັນຊາການທະ ຫານແຂວງໄຊຍະບູລີ, ມີຄະ ນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ພະແນກການ, ກອງພັນ, ກອງຮ້ອຍເອກະລາດ, ໂຮງຮຽນ, ໂຮງໝໍ, ພ້ອມດ້ວຍພະນັກງານ- ນັກຮົບທົ່ວກົມກອງອ້ອມຂ້າງ ເຂົ້າຮ່ວມ. ສະຫາຍ ພັນໂທ ເສິກ ໄຊຍະພອນ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງ ໄຊຍະບູລີ ໄດ້ຂຶ້ນຜ່ານແຜນ ການອົບຮົມ-ຫັດແອບການ ເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ ປະຈຳ ປີ 2021 ໂດຍປະຕິບັດຕາມ ຄຳສັ່ງອົບຮົມ-ຫັດແອບຂອງ ກົມໃຫຍ່ເສນາທິການກອງທັບ ແລະ ແຜນການອົບຮົມ-ຫັດ ແອບ ປັບປຸງລະບຽບແບບແຜນ, ເຝິກຝົນກຳລັງແຮງກາຍໃຫ້ນາຍ ທະຫານ, ພະນັກງານ-ນັກຮົບໃຫ້ ມີແນວຄິດການເມືອງໜັກແໜ້ນ, ມີຄວາມຮູ້ ຄວາມສາມາດທາງ ດ້ານການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ ໃນລະດັບທີ່ແນ່ນອນໂດຍຖືເອົາ ຄຸນນະພາບເປັນຕົ້ນຕໍມີລະບຽບ ວິໄນເຂັ້ມງວດ, ໃນນີ້ພາກການ ເມືອງ 10 ວັນ, ພາກການທະ ຫານ 130 ວັນ ແລະ ພາກ ພະລາທິການ-ເຕັກນິກ 10 ວັນ, ວິຊາສະເພາະເຫຼົ່າຮົບຕ່າງໆ 10 ວັນ, ການອົບຮົມ-ຫັດແອບ ແມ່ນຈະໄດ້ດຳເນີນເປັນເວລາ 160 ວັນ, ເຊິ່ງໄດ້ແບ່ງອອກ ເປັນ 2 ໄລຍະ ຄື: ໄລຍະທີ 1 ເລີ່ມແຕ່ເດືອນກຸມພາ ຫາ ພຶດສະພາ, ໄລຍະທີ 2 ເລີ່ມ ແຕ່ເດືອນ ກໍລະກົດ ຫາ ຕຸລາ 2021, ໃນໂອກາດນີ້, ສະຫາຍ ພັນໂທ ລິດໄຊຍະ ຜາແກ້ວ ຫົວ ໜ້າຫ້ອງການເມືອງ ກອງບັນ ຊາການທະຫານແຂວງໄຊຍະບູລີ ໄດ້ຜ່ານເນື້ອໃນຂໍ້ແຂ່ງຂັນຮັກ ຊາດ ແລະ ພັດທະນາ ປະຈຳປີ 2021. ສະຫາຍ ພັນເອກ ກູດ ພົມມາ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະ ນະບັນຊາແຕ່ລະຂັ້ນຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງກວ່າເກົ່າ, ກຳແໜ້ນທິດສະດີຫຼັກການໃຫ້ ເລິກເຊິ່ງເຖິງຖອງ, ເອົາຄຸນນະ ພາບເປັນກົກປະລິມານເປັນສຳ ຄັນ, ເພື່ອສູ້ຊົນເຮັດໃຫ້ການອົບ ຮົມ-ຫັດແອບການເມືອງ, ການ ທະຫານແລະ ພະລາທິການ-ເຕັກນິກ ປະຈຳປີ 2021 ໃຫ້ ບັນລຸໝາກຜົນສູງສາມາດຮັບ ປະກັນຄວາມປອດໄພ 100%. ໂດຍ: ສົມຈີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ