ອົງການກາແດງລາວ ມອບເຄື່ອງຊ່ວຍເຫຼືອປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ເມືອງວິລະບູລີ
ເວລາອອກຂ່າວ: 2021-03-03 08:51:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 124 | ຄວາມນິຍົມ:
ຂປລ. ວັນທີ 1 ມີນາ 2021 ນີ້, ອົງການກາແດງລາວ ໄດ້ມອບເຄື່ອງຊ່ວຍເຫຼືອບັນ ເທົາທຸກໃຫ້ແກ່ປະຊາຊົນ ທີ່ ໄດ້ຮັບຜົນກະທົບ ຈາກນ້ຳຖ້ວມ ຢູ່ເມືອງວິລະບູລີ ໃນທ້າຍປີ 2020 ຜ່ານມາຈຳນວນ 570 ຄອບຄົວ, ເຊິ່ງປະກອບມີເຄື່ອງໃຊ້ ຄົວເຮືອນເຊັ່ນ: ໝໍ້ແກງ, ໝໍ້ຂາງ, ຖ້ວຍ, ຈານ, ຈອກ,ບ່ວງ, ມີດ ແລະ ອື່ນໆລວມທັງໝົດ 14 ລາຍການ, ເຊິ່ງຕາງໜ້າມອບໂດຍ ທ່ານ
ຄຳຮຸ່ງ ເຮືອງວົງສີ ປະທານ ອົງການກາແດງລາວ ແລະ
ຮັບໂດຍ ທ່ານ ນາງ ຫລິງທອງແສງຕາວັນ ຮອງເຈົ້າແຂວງ ສະຫວັນນະເຂດ.
ເຄື່ອງຊ່ວຍເຫລືອຈຳນວນ ດັ່ງກ່າວ ແມ່ນໄດ້ຮັບການສະໜັບ ສະໜູນຈາກກາແດງສາທາ ລະນະລັດເກົາຫລີ ໂດຍຜ່ານ ສະຫະພັນກາແດງ ແລະ ຊີກ
ວົງເດືອນແດງສາກົນ. ພາຍ
ຫຼັງຈັດພິທີມອບ-ຮັບຢ່າງເປັນ
ທາງການແລ້ວ, ອົງການກາແດງ ແຂວງສະຫວັນນະເຂດ ຈະໄດ້
ນຳໄປມອບຕໍ່ໃຫ້ພໍ່ແມ່ປະຊາ ຊົນເມືອງວິລະບູລີ ທີ່ໄດ້ຮັບ
ຜົນກະທົບຈາກໄພນ້ຳຖ້ວມໃນ ປີຜ່ານມາ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ