ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຄສະນາໃຫ້ຄວາມຮູ້ກ່ຽວກັບເລືອດ ແລະ ການບໍລິຈາກເລືອດຊ່ວຍສັງຄົມ
ເວລາອອກຂ່າວ: 2021-03-02 08:33:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 559 | ຄວາມນິຍົມ:



ໃນວັນທີ 24 ກຸມພາ 2021 ນີ້, ສູນເລືອດແຫ່ງຊາດອົງການ ກາແດງລາວ ໄດ້ເຄື່ອນໄຫວໂຄ ສະນາໃຫ້ຄວາມຮູ້ເບື້ອງຕົ້ນກ່ຽວ ກັບເລືອດ ແລະ ການບໍລິຈາກ ເລືອດໃຫ້ແກ່ຜູ້ປະສານງານປຸກ ລະດົມການບໍລິຈາກເລືອດຢູ່ ກອງພົນທີ 1, ນຳໂດຍ ສະຫາຍ ດຣ ຈັນທະລາ ສຸກສາຄອນ ຫົວ ໜ້າສູນເລືອດແຫ່ງຊາດ ອົງການ ກາແດງລາວ, ມີ ສະຫາຍ ພັນໂທ ໂນສັກ ພັນທະລາດ ຫົວໜ້າບໍລິ ຫານ-ແຜນການກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ, ມີ ສະຫາຍ ພັນໂທ ປອ ສອນໄຊ ຈັນຍາລາດ ຫົວໜ້າຫ້ອງການ ເມືອງກອງພົນທີ 1, ພ້ອມດ້ວຍ ຕົວແທນວິຊາສະເພາະເສນາຮັກ ແຕ່ລະອົງການ-ກົມກອງທົ່ວ ກອງພົນເຂົ້າຮ່ວມ. ສະຫາຍ ດຣ ຈັນທະລາ ສຸກສາຄອນ ໄດ້ຊີ້ແຈງໃຫ້ຮູ້ ວ່າ: ນັບແຕ່ອະດີດມາຮອດປັດຈຸບັນ ຄວາມຮຽກຮ້ອງຕ້ອງການ ຫຼື ການນໍາໃຊ້ເລືອດເຂົ້າໃນວຽກ ງານການປິ່ນປົວຄົນເຈັບນັບ ມື້ສູງຂຶ້ນເລື້ອຍໆ. ການຕອບສະ ໜອງເລືອດຍັງບໍ່ທັນພຽງພໍກັບ ຄວາມຮຽກຮ້ອງຕ້ອງການຂອງ ຜູ້ບາດເຈັບ, ຍ້ອນການເຈາະເກັບ ເລືອດຍັງບໍ່ທັນກວ້າງຂວາງ ສົມທົບກັບຜູ້ບໍລິຈາກເລືອດຍັງມີຈໍາ ນວນໜ້ອຍຢູ່ ເຊິ່ງເປັນສາເຫດເຮັດໃຫ້ການບໍລິການເລືອດພົບ ຄວາມຫຍຸ້ງຍາກຫຼາຍປະການ. ເພື່ອເຮັດໃຫ້ການປຸກລະດົມຂົນຂວາຍບໍລິຈາກເລືອດແບບສະ ໝັກໃຈໂດຍບໍ່ຮຽກຮ້ອງສິ່ງຕອບ ແທນ ມີຄວາມຍືນຍົງ ແລະ ຕໍ່ ເນື່ອງຕະຫຼອດເວລາ. ດັ່ງນັ້ນ, ສູນບໍລິຈາກເລືອດແຫ່ງຊາດ ອົງການກາແດງລາວ ຈຶ່ງໄດ້ ເຄື່ອນໄຫວຮັບການບໍລິຈາກ ເລືອດຢູ່ຫຼາຍແຫ່ງ ເພື່ອນໍາເອົາ ເລືອດເຂົ້າສູນ ແລ້ວນໍາໄປຊ່ວຍ ເຫຼືອເພື່ອນມະນຸດທີ່ນອນເຈັບ ປ່ວຍຢູ່ໃນໂຮງໝໍ ແລະ ສະຖານ ທີ່ຕ່າງໆລໍຄອຍເລືອດທຸກຍົດທີ່ ພວກເຮົາບໍລິຈາກໄປຊ່ວຍກອບ ກູ້ເອົາຊີວິດຄົນເຫຼົ່ານັ້ນກັບມາ ມີຊີວິດຢູ່ໃນສັງຄົມອີກເທື່ອໃໝ່, ເພື່ອໃຫ້ພະນັກງານ-ນັກຮົບ ທົ່ວກອງພົນທີ1 ກໍຄືເພື່ອນມະ ນຸດທຸກຊັ້ນຄົນເຂົ້າໃຈແຈ້ງກ່ຽວ ກັບຄວາມໝາຍຄວາມສໍາຄັນ ຂອງເລືອດ ແລະ ການບໍລິຈາກ ເລືອດວຽກງານປຸກລະດົມໂຄ ສະນາຂົນຂວາຍແນວຄິດຈິດໃຈ ຂອງຜູ້ທີ່ຈະບໍລິຈາກເລືອດ ຈຶ່ງ ມີຄວາມສໍາຄັນທີ່ສຸດ, ຍ້ອນເຫດ ນັ້ນ ສູນເລືອດແຫ່ງຊາດອົງ ການກາແດງລາວ ຈຶ່ງໄດ້ເຄື່ອນ ໄຫວໂຄສະນາອົບຮົມ ເພື່ອຖ່າຍ ທອດວິທີໂຄສະນາໃຫ້ຜູ້ປະສານ ງານ ແລະ ທຸກຄົນເຂົ້າໃຈກ່ຽວ ກັບຄໍາວ່າເລືອດມີຄວາມໝາຍ ແລະ ຄວາມຈໍາເປັນຄືແນວໃດ. ເລືອດເປັນວັດຖຸທີ່ຫາໄດ້ໂດຍ ງ່າຍຈາກຜູ້ທີ່ມີຄວາມສະໝັກ ໃຈຢາກຈະບໍລິຈາກເພື່ອສັງຄົມ, ເລືອດບໍ່ມີໂຮງງານຜະລິດ, ບໍ່ສາ ມາດນໍາຈາກສັດ-ສູ່ຄົນໄດ້, ມີ ພຽງເລືອດຂອງຄົນ ຈຶ່ງສາມາດ ຖ່າຍເທສູ່ຄົນໄດ້. ດັ່ງນັ້ນ, ການ ບໍລິຈາກເລືອດຂອງບຸກຄົນໃດ ໜຶ່ງ ຈຶ່ງນັບວ່າເປັນສິ່ງທີ່ປະເສີດ ທີ່ສຸດເປັນການກໍານົດຊະຕາກໍາ ຂອງຜູ້ທີ່ເຈັບເປັນໃຫ້ກັບມາມີຊີ ວິດຢູ່ກັບຄອບຄົວຢ່າງມີຄວາມ ຫວັງອີກຄັ້ງ. ໂອກາດນີ້, ຫົວໜ້າສູນເລືອດ ແຫ່ງຊາດ ອົງການກາແດງລາວ ໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍພະນັກງານ-ນັກ ຮົບ ກອງພົນທີ1 ທີ່ໄດ້ປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການບໍລິ ຈາກເລືອດຢ່າງເປັນຂະບວນ ການຟົດຟື້ນຕໍ່ເນື່ອງໃນໄລຍະ ຜ່ານມາກໍຄືປັດຈຸບັນ ແລະ ໄດ້ ກາຍເປັນກົມກອງອັບດັບ 1 ທີ່ບໍລິ ຈາກເລືອດຊ່ວຍສັງຄົມໃນຖັນ ແຖວກອງທັບປະຊາຊົນລາວ, ເຊິ່ງໄດ້ກາຍເປັນມູນເຊື້ອອັນດີ ງາມ ເພາະວ່າການບໍລິຈາກ ເລືອດ ນັບວ່າເປັນພັນທະ ຫຼື ເປັນ ໜ້າທີ່ຂອງພົນລະເມືອງລາວທຸກ ຄົນ ເພື່ອຊ່ວຍກອບກູ້ເອົາຊີວິດ ຂອງເພື່ອນມະນຸດດ້ວຍກັນ. ດັ່ງ ຄໍາຂວັນທີ່ວ່າ: " ບໍລິຈາກເລືອດ ແມ່ນຮັກຊາດ ແລະ ພັດທະນາ ". ເພື່ອເປັນການຕອບບຸນແທນຄຸນ ຂອງພະນັກງານ-ນັກຮົບເຫຼົ່ານັ້ນ ສູນເລືອດແຫ່ງຊາດ ອົງການກາ ແດງລາວ ຈຶ່ງໄດ້ຈາລຶກບຸນຄຸນ ແລະ ມອບໃບຍ້ອງຍໍໃຫ້ແຕ່ລະ ບຸກຄົນ, ກົມກອງທີ່ປະກອບສ່ວນ ບໍລິຈາກເລືອດຊ່ວຍສັງຄົມຢ່າງ ສົມກຽດ. ໂດຍ: ໂກຮັງ ພັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ