ກອງພັນໃຫຍ່ 202 ກອງພົນທີ 2 ເປີດຊຸດອົບຮົມ-ຫັດແອບ
ເວລາອອກຂ່າວ: 2021-03-02 08:30:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 220 | ຄວາມນິຍົມ:
ກອງພັນໃຫຍ່ 202 ທີ່ຂຶ້ນກັບ ກອງພົນທີ 2 ໄດ້ເປີດຊຸດອົມຮົມ-ຫັດແອບການເມືອງ, ການທະ
ຫານ ແລະ ພະລາທິການ-ເຕັກນິກ ຂຶ້ນໃນວັນທີ 19 ກຸມພາ 2021 ນີ້, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ບຸນຈັນ ມະນີ
ສອນ, ຄະນະພັກກອງພັນໃຫຍ່ ຮອງຫົວໜ້າການທະຫານກອງ ພັນໃຫຍ່ 202, ມີຄະນະພັກ-ຄະ
ນະບັນຊາ, ພະແນກການ, ກົມ
ກອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນຕີ ວຽງແກ້ວ ແສງມະນີ ຫົວໜ້າຂະແໜງອົບ
ຮົບ ພະແນກເສນາທິການ ກອງ
ພັນໃຫຍ່ 202 ໄດ້ຂຶ້ນຜ່ານແຜນ
ການອົບຮົມ-ຫັດແອບການ
ເມືອງ, ການທະຫານ ແລະ ພະ ລາທິການ-ເຕັກນິກ ປະຈຳປີ 2021 ຂອງກອງພັນໃຫຍ່ 202 ໃນນີ້, ອົບຮົມພາກການທະຫານ ຄື: ຂໍ້ກຳນົດ, ກົດລະບຽບຮູບແຖວ 15 ວັນ, ກີລາກາຍຍະກຳ 10
ວັນ, ສິລະປະຍຸດ 40 ວັນ, ຍຸດ
ທະວິທີ 60 ວັນ, ຄວາມຮູ້ທົ່ວໄປ ກ່ຽວກັບເຫຼົ່າຮົບ 15 ວັນ, ພາກການເມືອງ 10 ວັນ ແລະ ພະລາທິການ-ເຕັກນິກ 10 ວັນ, ໃຊ້ເວລາ ທັງໝົດ 160 ວັນ ເຊິ່ງແບ່ງອອກເປັນ 2 ໄລຍະຄື: ໄລະຍທີ 1 ຕັ້ງແຕ່ເດືອນກຸມພາ-ພຶດສະພາ, ໄລຍະທີ 2 ເລີ່ມ ແຕ່ເດືອນກໍລະກົດ-ຕຸລາ 2021.
ການອົບຮົມ-ຫັດແອບໃນ
ຄັ້ງນີ້, ເພື່ອຍົກສູງຄວາມຮູ້, ຄວາມສາມາດທາງດ້ານສິລະ ປະຍຸດ-ຍຸດທະວິທີ, ລະດັບວີຊາ
ສະເພາະໃຫ້ນາຍ ແລະ ພົນທະ
ຫານ, ມີໄຫວພິກທີ່ຄ່ອງແຄ້ວ, ຮັບປະກັນກຽມພ້ອມສູ້ຮົບ ແລະ
ສູ້ຮົບໃນທຸກກໍລະນີ, ສາມາດ ເຮັດສຳເລັດໜ້າທີ່ການເມືອງ ຂອງກົມກອງ. ເປັນການກະຕຸກຊຸກຍູ້ໃຫ້ບັນດາກົມກອງ ໃຫ້ຕັ້ງໜ້າປະຕິບັດຂໍ້ກຳນົດ, ກົດລະບຽບຢ່າງຕໍ່ເນື່ອງ ແລະ
ເປັນປົກກະຕິ, ມີແບບແຜນວິ ທີເຮັດວຽກ, ປັບປຸງຫັນເອົາກົມ ກອງກ້າວເຂົ້າສູ່ລະບຽບແບບ ແຜນ ແລະ ທັນສະໄໝ.
ໂດຍ: ບຸນລຽງ
ຈຳປາແສງໄຊຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ