ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນ 301 ເປັນເຈົ້າພາບຈັດກອງປະຊຸມ ສ່ອງແສງວຽກງານພັກ ທົ່ວກົມ 213
ເວລາອອກຂ່າວ: 2021-03-02 08:29:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 128 | ຄວາມນິຍົມ:



ໃນວັນທີ 25 ກຸມພາ 2021 ນີ້, ໂຮງຮຽນ 301 ໄດ້ຈັດກອງ ປະຊຸມ ຮັບສ່ອງແສງວຽກງານ ພັກຂຶ້ນ ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ບຸນຕຽນ ໄຊຍຳວົງທັນ ຄະນະພັກຮາກຖານ ຮອງຫົວໜ້າກົມ 213, ມີຄະ ນະໜ່ວຍພັກ 9 ຫ້ອງການ 7 ກົມກອງ ເຂົ້າຮ່ວມ. ບັນດາຜູ້ຕາງໜ້າຈາກພາກ ສ່ວນຕ່າງໆ ທີ່ເຂົ້າຮ່ວມກອງ ປະຊຸມ ໄດ້ຜັດປ່ຽນກັນຂຶ້ນລາຍ ງານໂດຍຫຍໍ້ກ່ຽວກັບສະພາບ ການຕ່າງໆ ຢູ່ພາຍໃນກົມກອງ ຂອງຕົນຢ່າງກົງໄປກົງມາເປັນ ຕົ້ນແມ່ນດ້ານດີທີ່ພົ້ນເດັ່ນ, ດ້ານ ອ່ອນຄົງຄ້າງທີ່ຈະຕ້ອງໄດ້ປັບ ປຸງແກ້ໄຂໃນຕໍ່ໜ້າ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການປະ ຕິບັດໜ້າທີ່ວຽກງານ ແລະ ວິທີການແກ້ໄຂ. ພ້ອມທັງ ໄດ້ແລກປ່ຽນຄຳຄິດຄຳເຫັນ, ແບບແຜນວິທີເຮັດວຽກ, ຖອດ ຖອນບົດຮຽນເຊິ່ງກັນ ແລະ ກັນ ເພື່ອນຳໄປຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ໄດ້ຮັບຜົນດີຂຶ້ນ ເລື້ອຍໆ. ສະຫາຍ ພັນເອກ ບຸນຕຽນ ໄຊຍຳວົງທັນ ໄດ້ຍ້ອງຍໍຊົມ ເຊີຍຕໍ່ບັນດາຜົນງານທີ່ຍາດໄດ້ ໃນໄລຍະຜ່ານມາ ແລະ ຮຽກ ຮ້ອງແຕ່ລະພາກສ່ວນກົມກອງ ພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານການ ເມືອງຂອງຕົນທີ່ໄດ້ຮັບມອບ ໝາຍ, ພ້ອມກັນເສີມຂະຫຍາຍ ຈຸດດີ ແກ້ໄຂຈຸດອ່ອນ, ຕີຖອຍ ບັນດາປະກົດການຫຍໍ້ທໍ້ຕ່າງໆ ເພື່ອສ້າງໃຫ້ກົມກອງມີການເຕີບ ໃຫຍ່ຂະຫຍາຍຕົວກວ່າເກົ່າ. ໂດຍ: ຄຳສອນ ຈັນທະເສນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ