ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງເຕັກນິກທະຫານນະຄອນຫຼວງວຽງຈັນ ຕີລາຄາວຽກງານຮອບດ້ານ ປະຈຳປີ 2020
ເວລາອອກຂ່າວ: 2021-03-02 08:29:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 87 | ຄວາມນິຍົມ:



ກອງປະຊຸມສະຫຼຸບວຽກ ງານຮອບດ້ານ ປະຈຳປີ 2020 ແລະ ວາງທິດທາງແຜນການປີ 2021 ຂອງຫ້ອງເຕັກນິກທະ ຫານນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 26 ກຸມພາ 2021 ນີ້, ໂດຍການເປັນປະ ທານຂອງ ສະຫາຍ ພັນເອກ ບຸນວານ ພົມມະວົງ ຫົວໜ້າ ການທະຫານ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ເຊິ່ງມີຄະນະພັກ-ຄະນະບັນຊາ, ບັນດາພະແນກການ ຕະຫຼອດ ຮອດພະນັກງານ-ນັກຮົບ ເຂົ້າ ຮ່ວມ. ສະຫາຍ ພັນໂທ ບຸນມີ ນວນທະມິດ ຮອງຫົວໜ້າຫ້ອງເຕັກນິກທະຫານນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານບົດສະຫຼຸບ ໃນການຈັດຕັ້ງປະຕິບັດວຽກ ງານເຕັກນິກ ໃນ 1 ປີຜ່ານມາ, ເຊິ່ງຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນຫຼາຍດ້ານ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ກະຊວງປ້ອງກັນປະເທດວາງອອກ ເປັນຕົ້ນແມ່ນຄະນະພັກ-ຄະນະບັນຊາຫ້ອງເຕັກນິກກອງ ບັນຊາການທະຫານນະຄອນ ຫຼວງວຽງຈັນ ໄດ້ເອົາໃຈໃສ່ສຶກ ສາອົບຮົມການເມືອງ-ນຳພາ ແນວຄິດ ໃຫ້ພະນັກງານ-ນັກ ຮົບພາຍໃນກົມກອງຂອງຕົນ ໄດ້ຮັບຮູ້ຊື່ອມຊຶມ ແລະ ເຂົ້າ ໃຈແຈ້ງຢ່າງເລິກເຊິ່ງກ່ຽວກັບ ບັນດາມະຕິຕ່າງໆ ຂອງພັກ, ຂອງຊາດ, ຂອງກອງທັບ, ຂໍ້ ກຳນົດ ແລະ ກົດໝາຍຂອງລັດ ເຮັດໃຫ້ພະນັກງານ-ນັກຮົບມີ ຄວາມອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ຢ່າງໜັກແໜ້ນ, ຊີ້ນຳ-ນຳພາ ທຸກພາກສ່ວນທີ່ກ່ຽວຂ້ອງເຮັດ ໜ້າທີ່ວຽກງານວິຊາສະເພາະ ຂອງຕົນດ້ວຍຄວາມຮັບຜິດຊອບ ສູງ, ສ່ວນວຽກງານການແກ້ໄຂ ຊິວິດການເປັນຢູ່ ແມ່ນໄດ້ປຸກ ລະດົມໃຫ້ພະນັກງານ-ນັກຮົບ ຢູ່ພາຍໃນກົມກອງເຮັດວຽກ ງານປູກຝັງ-ລ້ຽງສັດ ຕາມທິດ ນຳເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ ດ້ວຍທ່າແຮງບົ້ມຊ້ອນ ຂອງຕົນ ເພື່ອສ້າງແຫຼ່ງລາຍ ຮັບໃຫ້ນັບມື້ດີຂຶ້ນ, ເຊິ່ງໄລຍະ 1 ຜ່ານມາຫ້ອງເຕັກນິກ ທະຫານ ນະຄອນຫຼວງວຽງຈັນ ສາມາດ ສ້າງແຫຼ່ງລາຍຮັບໄດ້ ຈາກການ ປູກ-ການລ້ຽງໄດ້ທັງໝົດ 43.175.000 ກີບ. ໂດຍ: ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ