ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງຊຽງຂວາງ ມອບເງິນອຸດໜູນ ໃຫ້ພະນັກງານບຳນານ
ເວລາອອກຂ່າວ: 2021-03-02 08:26:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 87 | ຄວາມນິຍົມ:



ກອງບັນຊາການທະຫານ ແຂວງຊຽງຂວາງ ໄດ້ມອບເງິນ ອຸດໜູນໃຫ້ພະນັກງານບຳນານ ໃນວັນທີ 26 ກຸມພາ 2021 ນີ້ ໂດຍການເຂົ້າຮ່ວມຂອງ ສະ ຫາຍ ພົນຈັດຕະວາ ຂັນທອງ ວົງອຳຄາ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີສະຫາຍ ພັນໂທ ແສງດາວ ສີ ວຽງໄຊ ຮອງຫົວໜ້າຫ້ອງການ ເມືອງ, ມີບັນດາພະແນກການ ທີ່ກ່ຽວຂ້ອງ ແລະ ພະນັກງານທີ່ ໄດ້ຮັບບຳນານເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ສີ ສົມພອນ ອ່ອນດາວົງ ຫົວໜ້າພະ ແນກພະນັກງານ ໄດ້ຂຶ້ນຜ່ານຂໍ້ ຕົກລົງຂອງກະຊວງປ້ອງກັນປະ ເທດ ວ່າດ້ວຍ ການອະນຸມັດໃຫ້ ນາຍທະຫານຢູ່ກອງບັນຊາການທະຫານແຂວງຊຽງຂວາງ ພັກການຮັບບຳນານ ຈຳນວນ 15 ສະຫາຍຄື: ສະຫາຍ ພັນຕີ ອ່ອນຕາ ທຳມະວົງ ຫົວໜ້າ ຂະແໜງກວດກາເມືອງຄຳ, ສະຫາຍ ພັນຕີ ບຸນດີ ວົງບຸນມາ ຮອງປະທານສະຫະພັນນັກຮົບ ເກົ່າເມືອງພູກູດ, ສະຫາຍ ພັນຕີ ບຸນເຫຼືອ ດວງທະວິໄຊ ຮອງຫົວ ໜ້າພະແນກການເມືອງໆຄຳ, ສະ ຫາຍພັນຕີ ໜໍປໍຢ່າ ໄຊຈູ ຫົວໜ້າ ຂະແໜງສະຫະພັນນັກຮົບເກົ່າ ເມືອງໜອງແຮດ, ສະຫາຍ ພັນຕີ ບົວພັນ ວັນນາວົງ ຫົວໜ້າຂະແໜງ ກໍ່ສ້າງຮາກຖານເມືອງຄູນ, ສະ ຫາຍ ພັນຕີ ວັນດີ ບຸນມີໄຊ ຮອງ ພະແນກພະລາເມືອງຄຳ, ສະຫາຍ ພັນຕີ ຊົວຢ່າຊົ່ງ ໄມວາ ຊ່ວຍວຽກ ຂະແໜງກໍ່ສ້າງຮາກຖານເມືອງ ຄູນ, ສະຫາຍ ພັນຕີ ບຸນເຂັມ ເຄນ ທະລາ ຊ່ວຍວຽກຂະແໜງສູ້ຮົບ ເມືອງໝອກ, ສະຫາຍ ຮ້ອຍເອກ ນາງ ບົວວັນ ແກ້ວວານີ ນາຍ ສາງອຸປະໂພກ-ບໍລິໂພກກອງພັນ 258, ສະຫາຍ ຮ້ອຍເອກ ຄຳສອນ ເພັດ ພູມສະຫວັນ ຫົວໜ້າຂະແໜງ ຈັດຕັ້ງພັກເມືອງແປກ, ສະຫາຍ ຮ້ອຍເອກ ນາງ ສຸສະດາ ດວງ ທອງລາ ແພດປະຈຳກອງຮ້ອຍ 156, ສະຫາຍ ຮ້ອຍເອກ ມອງ ໄຫຼ ອຸດອນ ປ້ອງກັນພາຍໃນ ໂຮງຮຽນທະຫານທ້ອງຖິ່ນ, ສະຫາຍ ຮ້ອຍເອກ ຄຳແດງ ແສງຈັນ ຫົວໜ້າໝູ່ສຳນັກໝວດ 2 ກອງຮ້ອຍ 159, ສະຫາຍ ຮ້ອຍໂທ ວັນສີທີຖາວອນ ພະ ນັກງານກໍ່ສ້າງຮາກຖານກຸ່ມ ຍອດງື່ມ ແລະ ສະຫາຍ ຮ້ອຍຕີ ທອງຈັນ ສຸລິຍະວົງ ຫົວໜ້າໝູ່ ກອງບັນຊາການທະຫານເມືອງ ໝອກ ພ້ອມນີ້ກໍໄດ້ຍົກຂັ້ນເງິນ ເດືອນທຽບຊັ້ນຈາກພັນຕີຂຶ້ນ ຮັບເງິນຊັ້ນພັນໂທ, ຮ້ອຍເອກຂຶ້ນ ພັນຕີ, ຮ້ອຍໂທຂຶ້ນ ຮ້ອຍເອກ ແລະ ຮ້ອຍຕີຂຶ້ນຮ້ອຍໂທ ແລະ ມອບເງິນສົດເຊີຍບຳນານ. ໂອກາດເຂົ້າຮ່ວມພິທີໃນຄັ້ງນີ້, ສະຫາຍ ພົນຈັດຕະວາ ຂັນທອງ ວົງອຳຄາ ກໍໄດ້ເນັ້ນໜັກໃຫ້ພະ ນັກງານບຳນານທຸກສະຫາຍ ຈົ່ງ ສືບຕໍ່ເປັນຫຼັກແຫຼ່ງຢູ່ທ້ອງຖິ່ນທີ່ ຕົນສັງກັດ ເພື່ອປະຕິບັດຕາມລະ ບຽບການສະເໜີຕົນຕໍ່ອົງການສະ ຫະພັນນັກຮົບເກົ່າ ເພື່ອສືບຕໍ່ ເຂົ້າ ຮ່ວມອຸດົມການຂອງພັກຂອງລັດ ສືບຕໍ່ນຳພາລູກຫຼານສ້າງສາພັດ ທະນາຄອບຄົວໃຫ້ມີຄວາມຈະ ເລີນກ້າວໜ້າ ແລະ ພັດທະນາຍິ່ງໆ ຂຶ້ນ. ໂດຍ: ສົມຮັກ ຈັນທະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ