ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫຍ່ 302 ກອງພົນທີ 3 ປະກາດທະຫານຈົບພັນທະ ເຂົ້າເປັນທະຫານອາຊີບ
ເວລາອອກຂ່າວ: 2021-02-26 18:18:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 816 | ຄວາມນິຍົມ:



ວັນທີ24 ກຸມພາ 2021 ນີ້, ກອງພັນໃຫຍ 302 ທີ່ຂຶ້ນ ກັບກອງພົນທີ 3 ໄດ້ປະກາດທະ ຫານ ທີ່ຈົບພັນທະ ປີ 2018 ເຂົ້າ ເປັນທະຫານອາຊີບ ໂດຍການ ເປັນປະທານຂອງ ສະຫາຍ ພັນໂທ ຄຳສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າ ການທະຫານກອງພັນໃຫຍ່ 302, ມີຄະນະພັກ-ຄະນະບັນຊາ, ຕົວ ແທນມາຈາກບັນດາພະແນກ ການ-ກົມກອງອ້ອມຂ້າງ ແລະ ຂະແໜງການທີ່ກ່ຽວຂ້ອງ ພ້ອມ ດ້ວຍທະຫານທີ່ຈົບພັນທະເຂົ້າ ຮ່ວມ 78 ສະຫາຍ. ສະຫາຍ ພັນຕີ ຈຸງ ພັນລະສຸກ ຫົວໜ້າຂະແໜງກຳລັງພົນກອງ ພັນໃຫຍ່ 302 ໄດ້ຂຶ້ນຜ່ານແຈ້ງ ການຂອງກົມໃຫຍ່ເສນາທິການ ກອງທັບ ອີງຕາມກົດໝາຍ ວ່າ ດ້ວຍ ພັນທະປ້ອງກັນຊາດ, ອີງຕາມຂໍ້ກຳນົດ ວ່າດ້ວຍ ລະ ບຽບການຂອງນາຍ ແລະ ພົນ ທະຫານໃນກອງທັບປະຊາຊົນ ລາວ ແລະ ອີງຕາມຂໍ້ຕົກລົງ ຂອງກົມໃຫຍ່ເສນາທິການກອງ ທັບ ວ່າດ້ວຍ ການອະນຸມັດທະ ຫານທີ່ຈົບພັນທະ ປີ2018 ຜູ້ທີ່ມີມາດຖານເງື່ອນໄຂເຂົ້າເປັນທະຫານອາຊີບ ຢູ່ກອງພັນໃຫຍ່ 302 ຈຳນວນ 78 ສະຫາຍ, ເພື່ອສືບຕໍ່ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ເປັນຕົ້ນ ການປະກອບສ່ວນເຂົ້າໃນການ ກໍ່ສ້າງກຳລັງປະກອບອາວຸດ ໃຫ້ ນັບມື້ມີຄວາມເຂັ້ມແຂງ ແລະ ມີແບບແຜນທັນສະໄໝຂຶ້ນເທື່ອ ລະກ້າວ. ສະຫາຍ ພັນໂທ ຄຳສອນ ໄຊສົງຄາມ ໄດ້ສະແດງຄວາມ ຊົມເຊີຍຕໍ່ພົນທະຫານທີ່ໄດ້ປະ ກອບສ່ວນພັນທະປ້ອງກັນຊາດ ຕໍ່ປະເທດຊາດ, ຕໍ່ກົມກອງຕະ ຫຼອດໄລຍະຜ່ານມາ, ພ້ອມທັງ ຮຽກຮ້ອງໃຫ້ ສືບຕໍ່ເຝິກຝົນຫຼໍ່ ຫຼອມຕົນເອງ, ຊອກຮູ້ຮໍ່າຮຽນ ໃນທຸກດ້ານສ້າງຕົນເອງໃຫ້ກາຍ ເປັນພະນັກງານ-ນັກຮົບ ທີ່ມີ ຄູນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳ ປະຕິວັດ, ມີຄວາມຈົ່ງຮັກພັກດີຕໍ່ແນວທາງ ການປ່ຽນແປງໃໝ່ຂອງພັກ, ກຳແໜ້ນແນວທາງນະໂຍບາຍ ຂອງພັກ-ກົດໝາຍຂອງລັດ, ປະຕິບັດ, ຂໍ້ກຳນົດກົດລະບຽບ ຂອງກອງທັບໃຫ້ເຂັ້ມງວດ, ຍົກສູງສະຕິລະວັງຕົວຕໍ່ການ ຈັດຕັ້ງ, ເອົາໃຈໃສ່ເຝິກແອບ ຮໍ່າຮຽນການເມືອງ, ການທະ ຫານ ແລະ ພະລາທິການ-ເຕັກ ນິກ, ຍົກສູງຄວາມຮູ້, ຄວາມສາ ມາດທາງດ້ານສິລະປະຍຸດ-ຍຸດ ທະວິທີ ໃຫ້ມີຄວາມຊຳນິຊຳ ນານ, ວ່ອງໄວຄ່ອງແຄ້ວ ແລະ ເຮັດສຳເລັດທຸກໜ້າທີ່ວຽກທີ່ ພັກ-ລັດ ກໍຄືກົມກອງມອບໝາຍ ໃຫ້, ເພີ່ມທະວີຄວາມສາມັກຄີ ພາຍໃນ-ພາຍນອກໃຫ້ໜັກແໜ້ນ, ເອົາໃຈໃສ່ອອກແຮງງານເພີ່ມ ພູນຜະລິດຜົນດ້ວຍການ ເພິ່ງຕົນ ເອງ, ກຸ້ມຕົນເອງ ແລະ ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ, ປັບປຸງກໍ່ສ້າງກົມກອງໃຫ້ມີຄວາມເຂັ້ມ ແຂງ ໜັກແໜ້ນ, ຕັ້ງໜ້າເຝິກຝົນ ຫຼໍ່ຫຼອມຕົນເອງໃນທຸກດ້ານໃຫ້ ກາຍເປັນພະນັກງານສືບທອດ ປ່ຽນແທນໃນອະນາຄົດ. ໂດຍ: ພອນແກ້ວ ວິໄລສັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ