ໂຮງຮຽນເຫຼົ່າຮົບສື່ສານ 205 ເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າ
ເວລາອອກຂ່າວ: 2021-02-26 18:16:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1980 | ຄວາມນິຍົມ:
ວັນທີ 23 ກຸມພາ 2021 ນີ້, ໂຮງຮຽນເຫຼົ່າຮົບສື່ສານ 205 ໄດ້ເປີດຮຽນເອກະສານສະໜັບ ສະໜູນໃຫ້ມະຫາຊົນທີ່ກ້າວໜ້າ, ໂດຍການເປັນປະທານຂອງ ສະ ຫາຍ ພັນໂທ ໄຊພອນ ສອນມະນີ ຮອງຫົວໜ້າຫ້ອງການເມືອງ
ກົມໃຫຍ່ເສນາທິກອງທັບ, ມີ
ຄະນະພັກ-ຄະນະອຳນວຍ ການພ້ອມດ້ວຍມະຫາຊົນຜູ້ ກ້າວໜ້າເຂົ້າຮ່ວມ.
ສະຫາຍ ພັນໂທ ທອງວັນ ສິງວັນທາ ຫົວໜ້າພະແນກຈັດ ຕັ້ງພັກ ຫ້ອງການເມືອງກົມໃຫຍ່ ເສນາທິການກອງທັບ ກໍໄດ້ຂຶ້ນ ຜ່ານເອກະສານອົບຮົມເປົ້າໝາຍ ຂະຫຍາຍພັກໃຫ້ພະນັກງານ-ນັກຮົບທີ່ເຂົ້າຮຽນໃນຄັ້ງນີ້, ຮັບ ຮູ້ ແລະ ເຂົ້າໃຈ, ເກັບກຳເອົາ ເນື້ອໃນເອກະສານເພື່ອປະຕິບັດ ຕາມກົດລະບຽບຂອງພັກວາງ ອອກຢ່າງເຂັ້ມງວດ.
ໂດຍ: ບຸນຫຼັກ ວົງພົມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ