ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງບັນຊາການທະຫານແຂວງຫົວພັນ ປ່ອນບັດເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II
ເວລາອອກຂ່າວ: 2021-02-26 09:10:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 569 | ຄວາມນິຍົມ:



ວັນທີ 21 ກຸມພາ ນີ້, ຢູ່ທີ່ ສະໂມສອນກອງບັນຊາການ ທະຫານແຂວງຫົວພັນ ໄດ້ດຳ ເນີນປ່ອນບັດເລືອກຕັ້ງສະມາ ຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາ ປະຊາຊົນແຂວງ (ສສຂ) ຊຸດ ທີ II, ໂດຍເປັນກຽດເຂົ້າຮ່ວມ ເປັນປະທານຂອງ ສະຫາຍ ພົນ ຈັດຕະວາ ສຸລິນພອນ ຄໍາພະຈັນ ກໍາມະການຄະນະປະຈໍາພັກ ແຂວງ ຫົວໜ້າການເມືອງກອງ ບັນຊາການທະຫານແຂວງຫົວ ພັນ, ມີຄະນະຮັບຜິດຊອບການ ປ່ອນບັດເລືອກຕັ້ງ, ຄະນະພັກ- ຄະນະບັນຊາ, ພະນັກງານ-ນັກ ຮົບຈາກອົງການ 5 ຫ້ອງ, ກົມ ກອງອ້ອມຂ້າງ ຜູ້ທີ່ມີສິດປ່ອນ ບັດເລືອກຕັ້ງເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ສຸລິນ ພອນ ຄໍາພະຈັນ ໄດ້ຮຽກຮ້ອງ ໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ຈົ່ງໃຊ້ສິດຂອງຕົນເອງ ຄັດ ເລືອກເອົາຜູ້ທີ່ມີມາດຖານເງື່ອນ ໄຂຄົບຖ້ວນເຂົ້າໃນສະພາແຫ່ງ ຊາດ ແລະ ສະພາປະຊາຊົນຂັ້ນ ແຂວງໃນເຂດເລືອກຕັ້ງທີ 8 ແຂວງຫົວພັນ, ມີຜູ້ສະໝັກສະ ມາຊິກສະພາແຫ່ງຊາດ 10 ທ່ານ ເລືອກ ເອົາ 7 ທ່ານ; ສະໝັກສະ ມາຊິກສະພາປະຊາຊົນແຂວງ 5 ທ່ານ ເລືອກເອົາ 3 ທ່ານ ທັງ ນີ້ກໍຍ້ອນຄວາມເປັນເຈົ້າການ ຂອງຜູ້ທີ່ມີສິດປ່ອນບັດເລືອກຕັ້ງ ມີຄວາມຮັບຜິດຊອບສູງ, ປະຕິ ບັດຕາມລະບຽບຫຼັກການຂອງ ການບ່ອນບັດ ດ້ວຍບັນຍາກາດ ຟົດຟື້ນມ່ວນຊື່ນ, ມີປະຊາທິປະໄຕ ແລະ ມີຄວາມປອດໄຟ 100%. ໂດຍ: ພົງສີ ພົມມະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ