ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ນັກສຶກສາ ເຫຼົ່າຮົບປ້ອງກັນອາກາດ ວກ ທັດສະນະສຶກສາ ຢູ່ກອງພັນໃຫຍ່ 641
ເວລາອອກຂ່າວ: 2021-02-26 09:09:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 441 | ຄວາມນິຍົມ:



ໃນວັນທີ 16 ກຸມພາ 2021 ນີ້, ສະຫາຍ ພັນໂທ ພອນສະຫວັດ ພາຊະດີ ຫົວໜ້າຄະນະວິຊາຄູ ປ້ອງກັນອາກາດ ວິທະຍາຄານ ກົມມະດຳ ພ້ອມດ້ວຍຄູ-ອາຈານ ໄດ້ນໍາພານັກສຶກສາເຫຼົ່າຮົບປ້ອງ ກັນອາກາດ ລະບົບ 4 ປີ ຊຸດທີ 16 ຈໍານວນ 20 ສະຫາຍ ທັດສະນະ ສຶກສາຖອດຖອນບົດຮຽນວຽກ ງານກຽມພ້ອມສູ້ຮົບສູນບັນຊາ ຢູ່ກອງຮ້ອຍບັນຊາ ແລະ ວຽກ ງານກຽມພ້ອມສູ້ຮົບຢູ່ກອງ ຮ້ອຍ 27 ກອງພັນ 456 ທີ່ຂຶ້ນ ກັບກອງພັນໃຫຍ່ 641, ໂດຍການ ຕ້ອນຮັບຂອງ ສະຫາຍ ພັນໂທ ບຸນປັນ ຄໍາກ້ອນ ຫົວໜ້າພະແນກ ເສນາທິການ ກອງພັນໃຫຍ່ 64 ພ້ອມດ້ວຍຄະນະ. ໂອກາດນີ້, ຄະນະພັກ-ຄະນະ ບັນຊາທັງສອງກົມກອງ ໄດ້ລາຍ ງານໂດຍຫຍໍ້ກ່ຽວກັບສະພາບ ທີ່ຕັ້ງ, ພາລະບົດບາດ, ໜ້າທີ່ການ ເມືອງຂອງກົມກອງຂອງຕົນ ລວມທັງສະພາບການຈັດຕັ້ງປະ ຕິບັດໜ້າທີ່ວຽກງານໃນໄລຍະ ຜ່ານມາ, ຄະນະພັກ-ຄະນະບັນຊາ ກົມກອງໄດ້ເອົາໃຈໃສ່ວຽກງານ ເຝິກແອບຮໍ່າຮຽນໃນການນໍາໃຊ້ ສິລະປະຍຸດ-ຍຸດທະວິທີຕ່າງໆ ໃຫ້ມີຄວາມຊຳນິຊຳນານ ກຽມ ພ້ອມເຮັດສຳເລັດໜ້າທີ່ ຕາມການ ຈັດຕັ້ງຂັ້ນເທິງມອບໝາຍໃຫ້ . ທີມງານນັກສຶກສາ ຍັງໄດ້ຮັບ ຊົມການສະແດງກ່ຽວກັບການປະ ຕິບັດໜ້າທີ່ຕົວຈິງຂອງວຽກ ງານກຽມພ້ອມສູ້ຮົບຂອງສູນ ບັນຊາ ແລະ ວຽກງານກຽມພ້ອມ ສູ້ຮົບຂອງກອງຮ້ອຍ 27 ກອງພັນ 456 ທີ່ຂຶ້ນກັບກອງພັນໃຫຍ່ 641, ເຊິ່ງຄະນະຮັບຜິດຊອບ ພ້ອມດ້ວຍນັກສຶກສາໄດ້ໃຫ້ ຄວາມສົນໃຈ ແລະ ສອບຖາມຂໍ້ ມູນຕ່າງໆເພື່ອເປັນການຖອດ ຖອນເອົາເປັນບົດຮຽນ ແລະ ເກັບກໍາຂໍ້ມູນມາເປັນພື້ນຖານ ບ່ອນອີງໃນການຂຽນບົດຈົບ ຊັ້ນໃຫ້ມີເນື້ອໃນຄົບຖ້ວນແລະ ສົມບູນ. ໂດຍ: ກອງເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ