ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໜ່ວຍຊາວໜຸ່ມ ກອງບັນນາທິການໜັງສືພິມກອງທັບສະຫຼຸບວຽກງານຊາວໜຸ່ມ ປະຈຳປີ 2020
ເວລາອອກຂ່າວ: 2021-02-26 09:08:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 207 | ຄວາມນິຍົມ:



ວັນທີ 25 ກຸມພາ 2021 ນີ້, ໜ່ວຍຊາວໜຸ່ມກອງບັນນາ ທິ ການໜັງສືພິມກອງທັບ ໄດ້ເປີດ ກອງປະຊຸມສະຫຼຸບວຽກງານ ຊາວໜຸ່ມ ປະຈຳປີ 2020 ແລະ ວາງທິດທາງແຜນການປະຈຳ 2021 ຂຶ້ນ, ໂດຍການເປັນປະ ທານຂອງ ສະຫາຍ ພັນເອກ ຄຳສາວ ແກ້ວວິເສດ ຫົວໜ້າບັນ ນາທິການໜັງສືພິມກອງທັບ, ມີບັນດາສະຫາຍຄະນະໜ່ວຍ ແລະ ສະມາຊິກຊາວໜຸ່ມພາຍ ໃນໜ່ວຍເຂົ້າຮ່ວມ. ສະຫາຍ ພັນຕີ ຈັນດີ ສຸກຫອມ ຮອງເລຂາໜ່ວຍຊາວໜຸ່ມກອງ ບັນນາທິການໜັງສືພິມກອງທັບ ໄດ້ຂຶ້ນຕີລາຄາການຈັດຕັ້ງປະ ຕິບັດວຽກງານຊາວໜຸ່ມໃນໄລ ຍະ 1 ປີຜ່ານມາ ຄະນະໜ່ວຍ ໄດ້ ຖືເອົາວຽກງານສຶກສາອົບຮົມ ການເມືອງ-ແນວຄິດໄປພ້ອມກັບ ວຽກງານວິຊາສະເພາະ-ວິຊາ ການ ໃຫ້ສະມາຊິກຊາວໜຸ່ມເປັນ ບັນຫາສຳຄັນ ເຊິ່ງມັນສະແດງອອກສະມາຊິກແຕ່ລະສະຫາຍ ແມ່ນເຮັດວຽກງານການເມືອງ-ແນວຄິດຂອງຕົນເປັນປົກກະຕິ, ມີຄວາມເຊື່ອໝັ້ນຕໍ່ການນຳພາ ຂອງພັກ-ລັດ ກໍຄືການຈັດຕັ້ງ ຂອງຕົນ ເປັນຕົ້ນແມ່ນ ການ ປະຕິບັດບັນດາມະຕິຄຳສັ່ງ, ຂໍ້ ກໍານົດກົດລະບຽບຂອງກອງ ທັບ, ກົດໝາຍຂອງລັດ ແລະ ກົດ ລະບຽບຂອງສູນກາງຊາວໜຸ່ມ ວາງອອກຢ່າງເຂັ້ມງວດ; ດ້ານ ວຽກງານວິຊາສະເພາະ-ວິຊາ ການແຕ່ລະສະຫາຍມີຄວາມຫ້າວ ຫັນ, ອຸ່ນອຽນທຸ່ນທ່ຽງ, ມີຄວາມ ຮັບຜິດຊອບສູງຕໍ່ໜ້າທີ່ວິຊາສະ ເພາະຂອງຕົນ ເຊິ່ງມັນສະແດງ ອອກໃນການປະຕິບັດໜ້າທີ່ວຽກ ງານວິຊາສະເພາະ-ວິຊາການ ຂອງຕົນ ແມ່ນເຮັດສໍາເລັດຕາມ ການຈັດຕັ້ງຂັ້ນເທິງມອບໝາຍ ໃຫ້. ໃນປີ 2020 ຜ່ານມາໄດ້ອອກ ເຄື່ອນໄຫວເກັບກໍາຂໍ້ມູນຂ່າວ ສານດ້ານຕ່າງໆພາຍໃນກອງ ທັບ, ພາກລັດຢູ່ນະຄອນຫຼວງວຽງ ຈັນ ແລະ ຕ່າງແຂວງໄດ້ທັງໝົດ 1.979 ຄັ້ງ. ໃນນີ້ ຂຽນຂ່າວ ໄດ້ 7.572 ຂ່າວ, ຂຽນບົດ ໄດ້ 2.456 ບົດ, ແປຂ່າວຕ່າງປະເທດເປັນພາ ສາລາວ ໄດ້ 1.249 ຂ່າວ, ແປ ຂ່າວພາສາລາວເປັນຂ່າວຕ່າງ ປະເທດ ໄດ້ 1.087 ຂ່າວ, ກວດ ແກ້ຂ່າວທ້ອງຖິ່ນ ໄດ້ 3.437 ກວ່າຂ່າວ, ຖ່າຍຮູບລົງໜ້າໜັງສື ພິມໄດ້ 8.432 ຮູບ, ພິມ ແລະ ຈັດ ໜ້າໜັງສືພິມ ໄດ້ 256 ສະບັບ, ຕົບແຕ່ງຮູບໄດ້ 4.243 ຮູບ, ອັບ ເດດເວັບໄຊ ໄດ້ 269 ກວ່າຄັ້ງ, ມີຄົນເຂົ້າເບິ່ງເວັບໄຊທັງພາສາ ລາວ ແລະ ພາສາອັງກິດ ຈຳນວນ 9.417.116 ເທື່ອຄົນ ຈາກ 90 ກວ່າປະເທດທົ່ວໂລກ. ທັງໝົດນີ້ ກໍຍ້ອນໄດ້ຮັບການຊີ້ນຳ-ນຳພາ ໂດຍກົງຈາກພະແນກຊາວໜຸ່ມຫ້ອງການເມືອງກົມໃຫຍ່ການ ເມືອງກອງທັບ ກໍຄືຄະນະພັກ-ຄະນະກອງບັນນາທິການໜັງ ສືພິມກອງທັບ, ຍ້ອນຄະນະໜ່ວຍ ແລະ ສະມາຊິກພາຍໃນໜ່ວຍມີ ຄວາມສາມັກຄີເປັນເອກະພາບ ເປັນເຈົ້າການປະຕິບັດໜ້າທີ່ວຽກ ງານວິຊາສະເພາະ-ວິຊາການກໍ ຄືວຽກງານຊາວໜຸ່ມທີ່ໄດ້ຮັບ ມອບໝາຍມີຜົນສໍາເລັດເປັນ ຢ່າງດີ. ຈາກນັ້ນ, ກໍໄດ້ຈັດຕັ້ງ ມອບໃບຍ້ອງຍໍຂອງຄະນະບໍລິ ຫານງານສູນກາງຊາວໜຸ່ມປະ ຊາຊົນປະຕິວັດລາວໃຫ້ສະມາຊິກ ຊາວໜຸ່ມທີ່ມີຜົນງານດີເດັ່ນໃນ ຂະບວນການເຄື່ອນໄຫວວຽກ ງານຊາວໜຸ່ມໄລຍະ 5 ປີຜ່ານມາ.​ ໃນນັ້ນ, ໃຫ້ໜ່ວຍຊາວໜຸ່ມກອງ ບັນນາທິການໜັງສືພິມກອງທັບ 1 ໃບ ແລະ ໃຫ້ສະມາຊິກຊາວໜຸ່ມ ຈຳນວນ 44 ສະຫາຍ. ໃຫ້ກຽດ ຂຶ້ນມອບໂດຍ ສະຫາຍ ພັນເອກ ຄຳສາວ ແກ້ວວິເສດ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ