ກອງພັນໃຫຍ່ 279 ເຜີຍແຜ່ແຜນການເອກະພາບບົດຮຽນໄລຍະທີ I
ເວລາອອກຂ່າວ: 2021-02-26 09:06:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 528 | ຄວາມນິຍົມ:
ວັນທີ 22 ກຸມພາ 2021 ນີ້, ກອງພັນໃຫຍ່ 279 ໄດ້ຈັດຕັ້ງ ເຜີຍແຜ່ແຜນການເອກະພາບບົດ ຮຽນ ໄລຍະທີ I ( 6 ເດືອນຕົ້ນປີ 2021 ) ໃຫ້ພະນັກງານ-ນັກ ຮົບພາຍໃນກົມກອງຂອງຕົນ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ແອທະວັດໄຊ
ພວງມາໄລ ຮອງຫົວໜ້າພະ
ແນກເສນາກອງພັນໃຫຍ່ 279, ມີຄະນະພັກ-ຄະນະບັນຊາ, ພະ
ແນກການ, ກອງພັນ, ກອງຮ້ອຍ
ເອກະລາດ, ຕະຫຼອດຮອດພະ ນັກງານ-ນັກຮົບ ຄູ-ອາຈານ ເຂົ້າຮ່ວມ.
ສະຫາຍ ພັນຕີ ທິບພະວັນ
ຫອມວັນທາ ຫົວໜ້າຂະແໜງ
ອົບຮົມ ກອງພັນໃຫຍ່ 279 ໄດ້ຂຶ້ນຜ່ານແຜນການເອກະ ພາບບົດຮຽນ ໄລຍະທີ I ( 6 ເດືອນຕົ້ນປີ 2021 ) ເພື່ອຄວາມ ເປັນເອກະພາບບາງເນື້ອໃນ ທິດສະດີ, ຫຼັກການ, ພາກວິຊາ
ລະບຽບ-ກີລາ, ພິທີການ, ສິລະ
ປະຍຸດ ແລະ ຍຸດທະວິທີທະ
ຫານຮາບ ທີ່ມີການປັບປຸງ
ໃຫ້ບັນດາຄູ-ອາຈານຂອງພະ
ແນກການ, ກົມກອງໃນທົ່ວ ກອງພັນໃຫຍ່ 279 ໃຫ້ມີຄວາມ ເປັນເອກະພາບກັນ, ພ້ອມທັງ ເປັນການອົບຮົມຄືນຄວາມຮູ້ ທາງດ້ານທິດສະດີ, ຫຼັກການ ແລະ ບັນດາທ່າຈັງຫວະ, ໃຫ້ບັນ ດາຄູສອນທີ່ມາເອກະພາບໃນ ຄັ້ງນີ້, ຕ້ອງໄດ້ຄົ້ນຄວ້າເຊື່ອມ ຊຶມ, ບັນດາເອກະສານ, ເພື່ອ ນຳໄປສິດສອນໃຫ້ພະນັກງານ-ນັກຮົບໃນກົມກອງຂອງຕົນໃຫ້ ບັນລຸຕາມແຜນການທີ່ວາງໄວ້.
ໂດຍ: ສາຄອນ ສຸລິເຍດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ