ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນການທະຫານທ້ອງຖິ່ນແຂວງຫົວພັນ ສອບເສັງຈົບຊັ້ນໃຫ້ນັກຮຽນບຳລຸງການທະຫານ
ເວລາອອກຂ່າວ: 2021-02-26 09:06:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 403 | ຄວາມນິຍົມ:



ໃນວັນທີ 22-23 ກຸມພາ 2021 ນີ້, ໂຮງຮຽນການທະ ຫານທ້ອງຖິ່ນ ທະຫານແຂວງ ຫົວພັນ ໄດ້ຈັດຕັ້ງສອບເສັງຈົບ ຊັ້ນໃຫ້ນັກຮຽນບໍາລຸງການທະ ຫານຂັ້ນພື້ນຖານ ລະບົບ 6 ເດືອນ ຊຸດທີ II ສົກຮຽນ 2020-2021 ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນໂທ ຄາເມືອງ ໂຄດວົງຄູນ ຮອງຫົວໜ້າກອງບັນຊາການ ຫົວໜ້າຫ້ອງເສນາທິການທະ ຫານແຂວງຫົວພັນ, ມີຄະນະ ພັກ-ຄະນະອໍານວຍການ ໂຮງ ຮຽນ, ຄູ-ອາຈານ, ອານຸກໍາມະ ການສອບເສັງ ແລະ ນັກ ຮຽນເຂົ້າຮ່ວມ. ສະຫາຍ ຮ້ອຍເອກ ຄໍາເຫຼັກ ດວງບັນດິດ ຫົວໜ້າຂະແໜງ ອົບຮົມ ໂຮງຮຽນການທະຫານ ທ້ອງຖິ່ນ ທະຫານແຂວງຫົວພັນ ໄດ້ຂຶ້ນຜ່ານຂໍ້ຕົກລົງ ແລະ ກົດ ລະບຽບຂອງການສອບເສັງ ອີງຕາມໂຄງການຫຼັກສູດຂອງ ກົມໂຮງຮຽນ ກົມໃຫຍ່ເສນາທິ ການກອງທັບ ແລະ ແຜນການ ຈັດຕັ້ງການຮຽນ, ການສອນ ລະບົບ 6 ເດືອນຜ່ານມາ ຂອງ ຄູ-ອາຈານ ແລະ ນັກຮຽນ, ຈໍາ ນວນວິຊາສອບເສັງມີຄື: ລະ ບຽບກີລາ , ການເມືອງ, ສິລະ ປະຍຸດ ແລະ ຍຸດທະວິທີ ເຊິ່ງ ໄດ້ສອບເສັງ ພາກທິດສະດີ ຫຼັກການ ແລະ ພາກປະຕິບັດ ຕົວຈິງ ໄປພ້ອມກັນ, ທັງນີ້ກໍເພື່ອ ເປັນການຢັ້ງຢືນ ແລະ ກວດ ກາຕີລາຄາຄືນ ຄວາມຮູ້, ຄວາມ ສາມາດຂອງນັກຮຽນຕະຫຼອດ ໄລຍະຂອງການຫັດແອບຮໍ່າ ຮຽນ ແລະ ຕີລາຄາຄວາມສາ ມາດໃນການສິດສອນຂອງຄູ-ອາຈານໃນການສົ່ງຄວາມຮູ້ ໃຫ້ນັກຮຽນ ທັງເປັນການສະ ຫຼຸບຖອດຖອນບົດຮຽນວຽກງານ ຮອບດ້ານອີກດ້ວຍ. ໂດຍ: ໄຜ່ຄໍາ ແກ້ວສອນພຽນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ