ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນທີ 7 ກອງພົນທີ 4 ເປີດຊຸດອົບຮົມ-ຫັດແອບ
ເວລາອອກຂ່າວ: 2021-02-26 09:05:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 390 | ຄວາມນິຍົມ:



ໃນວັນທີ 19 ກຸມພາ 2021 ນີ້, ຢູ່ທີ່ກອງພັນທີ 7 ທີ່ຂຶ້ນກັບ ກອງພົນທີ 4 ໄດ້ເປີດຊຸດອົບ ຮົມ-ຫັດແອບ ການເມືອງ, ການ ທະຫານ ແລະ ພະລາທິການ- ເຕັກນິກ ແລະ ຊຸດອົບຮົມທະ ຫານໃໝ່ ປະຈຳປີ 2021. ໂດຍ ການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ພັນໂທ ບຸນຊົມ ເຮືອງສະຫວ່າງ ຮອງຫົວໜ້າ ຫ້ອງ ເສນາທິການກອງພົນທີ 4, ມີຄະນະພັກ-ຄະນະບັນຊາ ກົມກອງ, ຄູ-ອາຈານ, ພະນັກ ງານ-ນັກຮົບ, ຕະຫຼອດຮອດ ທະຫານໃໝ່ເຂົ້າຮ່ວມ. ສະຫາຍ ພັນໂທ ສີສະຫັວນ ເຄນຈັນຫອມ ຄະນະພັກຮາກຖານ ຮອງຫົວໜ້າການທະຫານກອງ ພັນທີ 7 ໄດ້ຂຶ້ນຜ່ານແຜນການ ອົບຮົມ-ຫັດແອບການເມືອງ, ການທະຫານ ແລະ ພະລາທິ ການ-ເຕັກນິກ ປະຈຳປີ 2021 ໃຫ້ທະຫານໃໝ່ໄລຍະ 90 ວັນ, ເພື່ອປັບປຸງລະບຽບແບບແຜນ ເຝິກຝົນຫຼໍ່ຫຼອມກຳລັງແຮງກາຍ, ຕາມແຜນການແມ່ນແບ່ງອອກ ເປັນ 3 ພາກ ຄື: ການເມືອງ, ທະຫານ ແລະ ພະລາທິການ- ເຕັກນິກ. ເຊິ່ງໃນນີ້ອົບຮົມການ ເມືອງ 5 ວັນ, ການທະຫານ 125 ວັນ, ພະລາທິການ-ເຕັກ ນິກ 10 ວັນ, ຄວາມຮູ້ພື້ນຖານ ກ່ຽວກັບເຫຼົ່າຮົບ 10 ວັນ, ໃນ ການອົບຮົມ-ຫັດແອບຈະໄດ້ ດຳເນີນໄປເປັນເວລາ 150 ວັນ ແລະ ແບ່ງອອກເປັນ 2 ໄລຍະ ຄື: ໄລຍະທີ I ແມ່ນເລີ່ມແຕ່ ເດືອນກຸມພາ ຫາ ເດືອນພຶດ ສະພາ, ໄລຍະທີ II ເລີ່ມແຕ່ ເດືອນກໍລະກົດ ຫາ ເດືອນພະ ຈິກ; ສຳລັບການອົບຮົມທະຫານ ໃໝ່: ໃນພາກການເມືອງຈະໄດ້ຮຽນຮູ້ກ່ຽວກັບກຽດສັກສີ ແລະ ຄວາມຮັບຜິດຊອບຂອງນັກຮົບ ໃນກອງທັບປະຊາຊົນລາວ, ພາກການທະຫານຈະໄດ້ຮຽນຮູ້ກ່ຽວກັບຂໍ້ກຳນົດກົດລະບຽບຂອງກອງທັບ, ຄຳປະຕິຍານ 8 ຂໍ້, ວິໄນ 8 ຂໍ້, ກົດລະບຽບ 12 ຂໍ້ຕໍ່ປະຊາຊົນ, ຫັດກາຍມືເປົ່າ 2 ບົດ 24 ຈັງຫວະ, ຫັດກາຍມີປືນ, ຫັດກາຍແທງກະບີ 4 ທິດ 28 ຈັງຫວະ ລວມໄປເຖິງສິ ປະລະຍຸດ-ຍຸດທະວິທີ ແລະ ການ ຫັດແອບຍິງເປົ້າໝາຍດ້ວຍລູກ ປືນເເທ້ ແລະ ພາກພະລາທິການຈະໄດ້ຮຽນກ່ຽວກັບວຽກງານ 4 ປູກ 4 ລ້ຽງ, ເຕັກນິກການແພດ ແລະ ອື່ນໆ. ໂດຍ: ໄພວັນ ແທນຄຳມາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ