ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວພກ ປິດຂະບວນການແຂ່ງຂັນກີລາມວນຊົນປະຈຳປີ 2020
ເວລາອອກຂ່າວ: 2021-02-25 10:30:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 338 | ຄວາມນິຍົມ:



ວັນທີ 18 ກຸມພາ ນີ້, ວິທະ ຍາຄານພະລາທິການກອງທັບ (ວພກ), ໄດ້ປີດຂະບວນການ ແຂ່ງຂັນກີລາມວນຊົນສະໝັກ ຫຼິ້ນປະຈຳປີ 2020, ໂດຍການ ເປັນປະທານຂອງ ສະຫາຍ ພັນ ເອກ ບຸນກ້ຽງ ວົງສາລາດ ຫົວ ໜ້າການເມືອງ ວພກ, ມີຄະນະ ພັກ-ຄະນະອຳນວຍການ, ຄະນະ ພັກ-ຄະນະບັນຊາ 6 ຫ້ອງ, 2 ກອງ ພັນຕະຫຼອດຮອດພະນັກງານ-ນັກຮົບ ແລະ ນັກກີລາເຂົ້າຮ່ວມ. ສະຫາຍ ພັນໂທ ທອງວັນ ອ່ຽງບົວລາ ຮອງຫົວໜ້າຫ້ອງ ການ ວພກ, ໄດ້ສະຫຼຸບລາຍງານ ການແຂ່ງຂັນກີລາມວນຊົນສະ ໝັກຫຼິ້ນປະຈຳປີ, ເຊິ່ງນອກຈາກ ໄດ້ສ້າງຂະບວນການຟົດຟື້ນ ເພື່ອຂຳ່ນັບຮັບຕ້ອນວັນສຳຄັນ ຂອງຊາດແລ້ວ, ຍັງໄດ້ສ້າງ ຄວາມສາມັກຄີເຊິ່ງກັນ ແລະ ກັນ, ທັງເປັນການເຝິກຝົນຫຼໍ່ ຫຼອມກຳລັງແຮງກາຍຂອງພະ ນັກງານ-ນັກຮົບ, ນັກຮຽນ-ນັກ ສຶກສາໃຫ້ມີສຸຂະພາບແຂງແຮງ ອີກດ້ວຍ. ສໍາລັບຜົນຂອງການ ແຂ່ງຂັນສະຫຼຸບໄດ້ດັ່ງນີ້: ປະເພດ ກີລາເຕະບານຊະນະເລີດແມ່ນ ກອງພັນທີ 2 ນັກຮຽນ ປີ 1, ອັນ ດັບ II ກອງພັນທີ 2 ນັກຮຽນປີ 4, ບານສົ່ງຊາຍຊະນະເລີດ ແມ່ນ ກອງພັນທີ 2 ນັກຮຽນ ປີ 2, ອັນ ດັບ II ກອງພັນທີ 2 ນັກຮຽນ ປີ 3, ບານສົ່ງອາວຸໂສຊະນະເລີດແມ່ນ ຫ້ອງອົບຮົມ, ອັນດັບ II ຫ້ອງພະ ລາ, ບານສົ່ງຍິງຊະນະເລີດແມ່ນ ກອງພັນທີ 2 ນັກຮຽນ ປີ 2, ອັນດັບ II ກອງພັນທີ 2 ນັກຮຽນ ປີ 1, ກະຕໍ້ທີມດ່ຽວຊະນະເລີດ ແມ່ນກອງພັນທີ 2 ນັກຮຽນ ປີ 1, ອັນດັບ II ກອງພັນທີ 2 ນັກຮຽນ ປີ 2, ເປຕັງປະສົມຊະນະເລີດ ແມ່ນຫ້ອງການວິທະຍາຄານ, ອັນດັບ II ຫ້ອງພະລາທິການ, ນັກຮົບແຂງແຮງບຸກຄົນຊະນະ ເລີດແມ່ນ ກອງພັນທີ 2 ນັກຮຽນ ປີ 2, ອັນດັບ II ກອງພັນທີ 2 ນັກຮຽນ ປີ 1, ນັກຮົບແຂງແຮງ ລວມໝູ່ ຊະນະເລີດແມ່ນກອງ ພັນທີ 2 ນັກຮຽນ ປີ 2, ຮອງຊະ ນະເລີດແມ່ນຫ້ອງອົບຮົມ, ດຶງ ເຊືອກຊາຍ ຊະນະເລີດແມ່ນກອງ ພັນທີ 2 ນັກຮຽນ ປີ 3, ອັນດັບ II ແມ່ນຫ້ອງອົບຮົມ ແລະ ກີລາດຶງ ເຊືອກຍິງ ຊະນະເລີດແມ່ນຫ້ອງ ອົບຮົມ, ອັນດັບ II ແມ່ນຫ້ອງພະ ລາທິການ. ໃນພິທີ, ຍັງໄດ້ສະຫຼຸບ ການເຂົ້າຮ່ວມແຂ່ງຂັນກີລາຢູ່ ກົມໃຫຍ່ພະລາທິການກອງທັບ, ໃນ ນີ້, ຍາດໄດ້ລາງວັນຊະນະເລີດ ກີລາເປຕັງຊາຍ ແລະ ຍິງ, ລາງວັນທີ II ກະຕໍ້ທີມດ່ຽວ, ທີ III ກີລາເຕະບານ ແລະ ບານສົ່ງ ຊາຍ. ຈາກນັ້ນ, ກໍໄດ້ມອບຂັນ ແລະ ເງິນລາງວັນໃຫ້ແຕ່ລະທີມ ນັກກີລາທີ່ຍາດໄດ້ລາງວັນໃນ ຄັ້ງນີ້ຢ່າງສົມກຽດ. ໂດຍ: ສົມພອນ ນໍລະສິງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ