ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 11 ມອບເງິນນະໂຍບາຍໃຫ້ຄອບຄົວພະນັກງານຜູ້ເສຍຊີວິດ
ເວລາອອກຂ່າວ: 2021-02-25 10:27:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 63 | ຄວາມນິຍົມ:



ໃນວັນທີ 18 ກຸມພາ 2021 ກອງພັນໃຫຍ່ 11 ໄດ້ມອບເງິນ ໃຫ້ແກ່ຄອບຄົວພະນັກງານຜູ້ ເສຍຊີວິດ ຄື: ຄອບຄົວ ສະຫາຍ ພັນໂທ ໄມເສົາ ແປງສຸກດາ ແລະ ສະຫາຍ ຮ້ອຍເອກ ລາຍວັນ ໄມ້ລຽນທອນ ຈໍານວນເງິນ ທັງໝົດ 176.670.000 ກີບ, ເຊິ່ງໃຫ້ກຽດມອບໂດຍ ສະຫາຍ ພັນໂທ ຄໍາສາຍ ມົນດວງສິງ ຫົວໜ້າພະແນກການເມືອງກອງ ພັນໃຫຍ່ 11. ສະຫາຍ ພັນຕີ ບຸນທະເຍືອງ ໝັ້ນຄົງສິນ ຊ່ວຍວຽກຂະແໜງ ປະກັນສັງຄົມ ໄດ້ຂຶ້ນຊີ້ແຈ້ງ ກ່ຽວກັບການຄິດໄລ່ເງິນອຸດໜູນ ໃຫ້ແກ່ພະນັກງານ-ນັກຮົບທີ່ເສຍ ຊີວິດໂດຍປະຕິບັດຕາມ ກົດໝາຍ ວ່າດ້ວຍການຈັດຕັ້ງປະຕິບັດ ວຽກງານ ປະກັນສັງຄົມຢູ່ກະ ຊວງປ້ອງກັນປະເທດ ໂດຍອີງ ຕາມພາລະບົດບາດ, ໜ້າທີ່ການ ເມືອງຂອງກອງທັບປະຊາຊົນ ລາວ ຕໍ່ຜູ້ທີ່ມີການເຄື່ອນໄຫວ ເຮັດໜ້າທີ່ຕາມການຈັດຕັ້ງມອບ ໝາຍໃຫ້. ສະຫາຍ ພັນໂທ ຄໍາສາຍ ມົນດວງສິງ ກໍໄດ້ໃຫ້ກຽດໂອ້ລົມຕໍ່ຄອບຄົວພະນັກງານ-ນັກຮົບທີ່ເສຍຊີວິດໃຫ້ເຂົ້າໃຈຕໍ່ແນວທາງຂອງພັກ-ລັດ ກໍຄື ແນວທາງນະ ໂຍບາຍຂອງກະຊວງປ້ອງກັນ ປະເທດ ທີ່ມີຕໍ່ນາຍ ແລະ ພົນ ທະຫານ ໃນຖັນແຖວກອງທັບ ປະຊາຊົນລາວ ເວົ້າລວມກໍແມ່ນ ຄວາມເປັນຫ່ວງເປັນໃຍຂອງ ຄະນະພັກ-ຄະນະບັນຊາກອງ ພັນໃຫຍ່ 11 ທີ່ມີຕໍ່ພະນັກງານ-ນັກຮົບຜູ້ທີ່ເສຍຊີວິດ. ໂດຍ: ປິ່ນ ຂຸນພົນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ