ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງພະລາທິການ ວພກ ເປີດຊຸດເຝິກອົບຮົມວຽກງານພະລາທິການໄລຍະສັ້ນ
ເວລາອອກຂ່າວ: 2021-02-25 10:26:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 242 | ຄວາມນິຍົມ:



ພິທີເປີດຊຸດເຝິກອົບຮົມ ວຽກງານພະລາທິການ ໄລຍະ ສັ້ນ ຄັ້ງທີ I ຂອງວິທະຍາຄານ ພະລາທິການກອງທັບ ໄດ້ຈັດ ຂຶ້ນໃນວັນທີ 18 ກຸມພາ 2021 ໂດຍການເປັນປະທານຂອງ ສະ ຫາຍ ພັນເອກ ບຸນທັນ ຄຳພັນໄມ ຄະນະພັກ-ຄະນະອຳນວຍການ ຫົວໜ້າຫ້ອງພະລາທິການ ວິ ທະຍາຄານພະລາທິການກອງ ທັບ, ມີບັນດາພະແນກການທີ່ຂຶ້ນກັບຫ້ອງພະລາທິການ, ພະ ນັກງານວິຊາການ ຕະຫຼອດ ຮອດນັກເຝິກອົບຮົມເຂົ້າຮ່ວມ. ຊຸດອົບຮົມດັ່ງກ່າວໄດ້ດຳ ເນີນໄປເປັນເວລາ 2 ວັນ, ມີນັກເຝິກອົບຮົມເຂົ້າຮ່ວມທັງ ໝົດ 54 ສະຫາຍ, ເປົ້າໝາຍ ການເຝິກອົບຮົມຄັ້ງນີ້, ແມ່ນແນ ໃສ່ບັນດາພະນັກງານທີ່ເຮັດ ວຽກງານບໍລິຫານ ຂອງແຕ່ລະ ຫ້ອງເພື່ອໃຫ້ຮັບຮູ້ເຊື່ອມຊຶມ ແລະ ເຂົ້າໃຈຕໍ່ກັບວຽກງານພະ ລາທິການ, ຂັ້ນຕອນວິທີການ ເຮັດວຽກ, ການປະກອບເອກະ ສານຕ່າງໆ. ສະຫາຍ ພັນໂທ ທະໂນສິນ ໄຊຍະວົງ ຮອງຫົວໜ້າຫ້ອງ ພະລາທິການ ໄດ້ຂຶ້ນຜ່ານເອ ກະສານວ່າດ້ວຍ ສິດ, ໜ້າທີ່, ພາລະບົດບາດຂອງຫ້ອງພະລາ ທິການ ເຊິ່ງໄດ້ຍົກໃຫ້ເຫັນຫຼາຍບັນຫາທີ່ສຳຄັນ ທີ່ສາມາດຊີ້ໃຫ້ ເຫັນເຖິງແບບແຜນວິທີເຮັດວຽກ, ຂອບເຂດສິດ ແລະ ຄວາມໝາຍ ຄວາມສຳຄັນຂອງວຽກງານພະລາທິການໃນຖັນແຖວກອງທັບ ເວົ້າລວມ, ເວົ້າສະເພາະແມ່ນ ວຽກງານພະລາທິການໃນວິທະ ຍາຄານ. ຈາກນັ້ນບັນດາພະນັກ ງານວິຊາການທີ່ກ່ຽວຂ້ອງ ໄດ້ ຜັດປ່ຽນກັນຂຶ້ນຜ່ານບັນດາ ເອກະສານ, ໜ້າວຽກທີ່ຕົນຮັບ ຜິດຊອບ ເຊິ່ງລວມມີ ວຽກ ງານແຜນການ, ເສນາຮັກ, ຂົນສົ່ງ, ເຊື້ອໄຟ, ອຸປະໂພກ-ບໍລິໂພກ, ຜະລິດກະສິກຳ, ກໍ່ ສ້າງ-ຄຸ້ມຄອງຊັບສິນ ເຊິ່ງວຽກ ງານດັ່ງກ່າວແມ່ນມັນໄດ້ປິ່ນ ອ້ອມທຸກຂົງເຂດວຽກງານຂອງ ວິທະຍາຄານ. ໂດຍ: ສົມພອນ ນໍລະສິງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ