ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 584 ເປັນເຈົ້າການ ຈັດກອງປະຊຸມສ່ອງແສງ ວຽກງານຮອບດ້ານ ບັນດາກົມກອງເຂດ 3 ໄຕມາດ IV ປະຈຳປີ 2018
ເວລາອອກຂ່າວ: 2018-12-24 09:53:43 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 61 | ຄວາມນິຍົມ:



ກອງພັນໃຫຍ່ 584 ເປັນ ເຈົ້າພາບຈັດກອງປະຂຸມສ່ອງ ແສງວຽກງານຮອບດ້ານບັນດາ ກົມກອງເຂດ 3 ໄຕມາດ IV ປີ 2018 ແລະ ວາງທິດທາງແຜນ ການ ໄຕມາດ I ປີ 2019 ຂຶ້ນທີ່ ຈຸດສຸມພັດທະນາຄັງວຽງ ໃນ ວັນທີ 18 ທັນວາ 2018 ໂດຍ ການເປັນປະທານຂອງ ທ່ານ ພົນຕີ ປອ ວົງຄຳ ພົມມະກອນ ກຳມະການຄະນະປະຈຳ ພັກກະ ຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາກອງ ພັນໃຫຍ່ 584, 643, 702, ໂຮງໝໍບໍລິເວນ 101 ກອງບັນ ຊາການທະຫານແຂວງຊຽງ ຂວາງ, ກອງບັນຊາການທະ ຫານແຂງຫົວພັນ . ໃນກອງປະຊຸມແຕ່ລະພາກ ສ່ວນກົມກອງດັ່ງກ່າວລາຍງານ ສະພາບກົມກອງຂອງຕົນ ທີ່ ກ່ຽວຂ້ອງກັບວິຊາສະເພາະລະ ໜ້າທີ່ການເມືອງຂອງແຕ່ລະ ກົມກອງໂດຍສະເພາະແມ່ນ ວຽກງານການເມືອງ, ນໍາພາ ແນວຄິດ, ເສີມຂະຫຍາຍບົດ ບາດການນຳພາຂອງພັກໃຫ້ ປອດໃສ, ເຂັ້ມ, ໜັກແໜ້ນ ແລະ ກະກຽມວຽກງານດ້ານຕ່າງໆ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງ ທັບປະຊາຊົນລາວຄົບຮອບ70 ປີທີ່ຈະມາເຖິງໃນມໍ່ໆນີ້ໃຫ້ມີ ຄວາມຟົດຟຶ້ນ ແລະ ມີບັນຍາ ກາດ, ເປັນຕົ້ນແມ່ນຊຸກຍູ້ຂະ ບວນການກີລາ ສິລະປະວັນນະ ຄະດີ, ພ້ອມກັບການບຸລະນະ ການຈັດຕັ້ງພັກຂັ້ນຮາກຖານຢູ່ ກົມກອງຕ່າງໆ. ໃນໂອກາດດຽວກັນນີ້ ທ່ານ ປອ ພົນຕີ ວົງຄຳ ພົມມະກອນ ໄດ້ເນັ້ນໜັກໃຫ້ບັນດາກົມກອງ ເອົາໃຈໃສ່ຫັນກຳລັງລົງກໍ່ສ້າງ ຮາກຖານໃຫ້ເຂັ້ມແຂງສຸມໃສ່ ສ້າງບ້ານພັດທະນາໄປຄຽງຄູ່ ກັບການສ້າງທ່າສະໝາມສົງ ຄາມປະຊາຊົນ ທົ່ວປວງຊົນ ຮອບດ້ານເອົາໃຈໃສ່ປະສານ ສົມທົບກັບກຳລັງປ້ອງກັນ ຄວາມ ສະຫງົບ, ອົງການກ່ຽວ ຂ້ອງທັງສູນກາງ ແລະ ທ້ອງຖິ່ນ ໃນວຽກງານ ປກຊ-ປກສ,ປົກ ປັກຮັກສາຄວາມສະຫົງບ, ຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມ ແລະ ເດັດດ່ຽວ ແກ້ ໄຂປະກົດການຫຍໍ້ທໍ້ຕ່າງໆເປັນ ຕົ້ນແມ່ນບັນດາໜໍ່ແໜງຂອງ ອາດຊະຍາກຳ, ການຄ້າມະນຸດ, ການຄ້າຢາເສບຕິດ, ການຄຸ້ມ ຄອງອາວຸດເສິກ, ການໃຊ້ສື່ອອນ ລາຍທີ່ບໍ່ຖືກຕ້ອງ ແລະ ປະກົດ ການຫຍໍ້ທໍ້ອື່ນໆ. ໂດຍ: ດວງມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ