ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການເບີກຈ່າຍເງິນອຸດໜູນແບບມີເງື່ອນໄຂ ຂອງໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ
ເວລາອອກຂ່າວ: 2021-02-25 10:18:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 47 | ຄວາມນິຍົມ:



ໃນຕອນເຊົ້າວັນທີ 24 ກຸມພາ 2021, ຢູ່ທີ່ສໍານັກງານ ໃຫຍ່ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ໄດ້ມີພິທີເຊັນສັນຍາລະ ຫວ່າງກະຊວງກະສິກໍາ ແລະ ປ່າໄມ້ ແລະ ບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ ເພື່ອເປັນຕົວແທນ ການໃຫ້ເງິນອຸດໜູນແບບມີ ເງື່ອນໄຂແກ່ຜູ້ໄດ້ຮັບຜົນປະ ໂຫຍດ ຂອງໂຄງການຫຼຸດຜ່ອນ ຄວາມທຸກຍາກ ແລະ ການຂາດ ໂພຊະນາການໃນເຂດຊົນນະ ບົດ, ກົມພັດທະນາຊົນນະບົດ ແລະ ສະຫະກອນ. ເຊິ່ງຕາງ ໜ້າລົງນາມໂດຍ ທ່ານ ຄຳອ້ວນ ຄຳພູແກ້ວ ຮັກສາການ ຫົວໜ້າ ກົມພັດທະນາຊົນນະບົດ ແລະ ສະຫະກອນ, ກະຊວງກະສິກຳ ແລະ ປ່າໄມ້ ເເລະ ທ່ານ ລິວ ເເມງ ຮາ ຜູ້ອໍານວຍການ ບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ ທັງເປັນຜູ້ອຳນວຍການໃຫຍ່ບໍລິສັດ ສະຕາ ໂທລະຄົມ ຈໍາກັດ. ໃຫ້ກຽດເຂົ້າຮ່ວມມີທ່ານ ສຸລິສັກ ທໍານຸວົງ ຫົວໜ້າກົມຄຸ້ມຄອງ ລະບົບຊຳລະສະສາງ ທະນາ ຄານແຫ່ງ ສປປ ລາວ, ພ້ອມ ດ້ວຍບັນດາຄະນະອໍານວຍການ, ຫົວໜ້າ-ຮອງຫົວໜ້າກົມ, ຄະ ນະພະແນກ, ຄະນະສູນ ແລະ ພະນັກງານວິຊາການ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ. ການເຊັນສັນຍາໃນຄັ້ງນີ້, ດ້ວຍ ຈຸດປະສົງນຳໃຊ້ບໍລິການ ຢູ-ມັນ ນີ (u-money) ເປັນຕົວແທນ ການໃຫ້ເງິນອຸດໝູນແບບມີ ເງື່ອນໄຂໃຫ້ແກ່ຜູ້ໄດ້ຮັບຜົນປະ ໂຫຍດຂອງໂຄງການຫຼຸດຜ່ອນ ຄວາມທຸກຍາກ ແລະ ການຂາດ ໂພຊະນາການໃນເຂດຊົນນະບົດ ຂອງກົມພັດທະນາຊົນນະບົດ ແລະ ສະຫະກອນ ກະຊວງກະສິກໍາ ແລະ ປ່າໄມ້, ໂຄງການດັ່ງກ່າວ ໄດ້ຮັບທຶນຊ່ວຍເຫຼືອຈາກທະນາ ຄານໂລກ ( World Bank ), ຈະປະຕິບັດ ຢູ່ 4 ແຂວງ ຄື: ແຂວງຜົ້ງສາລີ, ອຸດົມໄຊ, ຫົວພັນ ແລະ ແຂວງຊຽງຂວາງ ເຊິ່ງມີ ເປົ້າໝາຍການເບີກຈ່າຍເງິນໃຫ້ ຄອບຄົວທຸກຍາກ ຈຳນວນ 42.000 ຄອບຄົວ ລວມມູນ ຄ່າທັງໝົດ 14 ລ້ານກວ່າໂດລາ ພາຍໃນ 4 ປີ, ໂຄງການຄາດຄະເນຈະເລີ່ມເບີກຈ່າຍເງິນໃນເດືອນມີນາ 2021. ເຫດຜົນທີ່ ເລືອກຜະລິດຕະພັນດັ່ງກ່າວ ເຂົ້າມານຳໃຊ້ ຈະຊ່ວຍເຮັດໃຫ້ ກຸ່ມເປົ້າໝາຍໄດ້ຮັບເງິນອູດໜູນ ໂດຍກົງ ຕາມກຳນົດເວລາ ແລະ ມີຄວາມປອດໄພ ເພາະວ່າ ເງິນອຸດ ໝູນທີ່ໄດ້ຮັບຈະໂອນເຂົ້າເບີໂທ ລະສັບໂດຍກົງຂອງປະຊາຊົນ ຜູ້ຮັບ ສາມາດຖອນເງິນໄດ້ດ້ວຍ ຕົນເອງ ຜ່ານໂທລະສັບມືຖື ກັບ ບັນດາຮ້ານຕົວແທນບໍລິການທີ່ມີ ໃນຂັ້ນບ້ານ, ພະນັກງານ ຢູນີເທວ, ປ່ອງບໍລິການ ໄດ້ຢ່າງສະດວກ ເຊິ່ງນີ້ ເປັນອີກບາດກ້າວໜຶ່ງຂອງການສະໜອງບໍລິການ ການເບີກຈ່າຍເງິນອຸດໜູນ, ຊ່ວຍເຫຼືອຕາມເງື່ອນໄຂຜ່ານ u-money ໃນເຂດຊົນນະບົດ ຫ່າງໄກສອກຫຼີກ, ການຈັດຕັ້ງປະຕິບັດວຽກງານດັ່ງກ່າວຖືວ່າເປັນຄັ້ງທຳອິດ ໃນ ສປປ ລາວ ທີ່ມີການເບີກຈ່າຍເງິນ ອຸດໝູນ ແບບມີເງື່ອນໄຂໃຫ້ແກ່ຜູ້ໄດ້ຮັບ ຜົນປະໂຫຍດຂອງໂຄງການຫຼຸດ ຜ່ອນຄວາມທຸກຍາກ ໂດຍຜ່ານ ບໍລິການ ເອີ້ນວ່າ ໂມບາຍ ມັນນີ ເປັນລະບົບການໃຫ້ບໍລິການ ທີ່ມີຄວາມທັນສະໄໝ, ປອດໄພ. ດ້ວຍປະສົບການຕະຫຼອດ ການໃຫ້ບໍລິການຜ່ານມາ u-money ໄດ້ຮັບຄວາມໄວ້ ວາງໃຈຈາກພາກລັດ ໃນການ ນໍາໃຊ້ເຂົ້າໃນການເບີກຈ່າຍເງິນ ເດືອນເງິນອຸດໜູນ ບໍ່ວ່າຈະເປັນ ໂຄງການເບີກຈ່າຍເງິນເດືອນ ເງິນອຸດໝູນຂອງຄັງເງິນແຫ່ງ ຊາດ ໃຫ້ 11 ເມືອງ ທີ່ຍັງບໍ່ທັນ ມີບໍລິການດ້ານທະນາຄານ, ການ ເບີກຈ່າຍເງິນເດືອນໃຫ້ນາຍ ບ້ານ ຢູ່ບັນດາເມືອງ ເຫັນວ່າມີ ຄວາມສະດວກຫຼາຍຢ່າງ. ໃນ ເດືອນທັນວາ 2020, ຢູນີເທວ ໄດ້ນໍາໃຊ້ບໍລິການ u-money ເພື່ອເປັນຊ່ອງທາງໃນການໂອນ ເງິນມອບຊ່ວຍເຫຼືອຜູ້ປະສົບໄພ ນ້ຳຖ້ວມທີ່ແຂວງ ສະຫວັນນະເຂດ ມູນຄ່າທັງໝົດ 500 ລ້ານກີບ, ໂອນເຂົ້າເບີມືຖືຂອງປະຊາຊົນທີ່ ປະສົບໄພຈໍານວນ 1.200 ຄົວ ເຮືອນ ສາມາດຖອນເງິນດັ່ງ ກ່າວໄດ້ໂດຍກົງກັບພະນັກງານ ຢູນີເທວ ຫຼື ຕົວແທນຜູ້ ໃຫ້ບໍລິ ການ u-money.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ