ຫ້ອງເສນາທິການກອງພົນທີ 3 ປິດຊຸດອົບຮົມໄລຍະສັ້ນ
ເວລາອອກຂ່າວ: 2021-02-24 08:51:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1652 | ຄວາມນິຍົມ:
ໃນວັນທີ 19 ກຸມພາ 2021
ນີ້, ຫ້ອງເສນາທິການ ກອງພົນທີ 3 ໄດ້ປິດຊຸດອົບຮົມໄລຍະສັ້ນໃຫ້
ແກ່ພະນັກງານຂັ້ນບັນຊາ ແລະ
ຜູ້ເຮັດວຽກງານອົບຮົມ, ໂດຍ
ການເປັນປະທານຂອງ ສະຫາຍ ພັນເອກ ໄຊຍະວົງ ໄຊນາມທິ
ລາດ ຫົວໜ້າການທະຫານກອງ
ພົນທີ 3 , ມີຄະນະພັກ-ຄະນະບັນ
ຊາມາຈາກອົງການກົມກອງ ພ້ອມດ້ວຍນັກເຝິກອົບຮົມເຂົ້າ ຮ່ວມ.
ສະຫາຍ ພັນໂທ ທອງຂັນ ຫຼ້າສັກວົງ ຫົວໜ້າພະແນກອົບ
ຮົມກອງພົນທີ 3 ໄດ້ສະຫຼຸບຕີ ລາຄາການອົບຮົມຕະຫຼອດໄລ ຍະເວລາ 5 ວັນ, ໂດຍຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນ
ໄດ້, ສຳລັບການອົບຮົມໄລຍະສັ້ນ
ໃນຄັ້ງນີ້ລວມມີພາກທິດສະດີ ແລະ ພາກປະຕິບັດຕົວຈິງ. ໃນນີ້, ພາກລະບຽບບັນລຸໄດ້ 85%,
ພາກກີລາການທະຫານ 70%,
ພາກສິລະປະຍຸດ 86%, ພາກຍຸດ ທະວິທີ 85%, ວິທີການແຕ່ງບົດ ສອນ 70%, ຫຼັກການສ້າງແຜນ ອົບຮົມ ແລະ ວິທີເຮັດບົດສະ
ຫຼຸບ 75%.
ໂອກາດນີ້, ສະຫາຍ ພັນເອກ ໄຊຍະວົງ ໄຊນາມທິລາດ ກໍໄດ້ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ບັນດາຄູ-ອາຈານ ແລະ ນັກເຝິກ ອົບຮົມທີ່ໄດ້ປະຕິບັດ ແລະ ເຮັດສໍາ
ເລັດໜ້າທີ່ໃນການອົບຮົມໃນຄັ້ງ ນີ້. ພ້ອມທັງ, ຮຽກຮ້ອງໃຫ້ບັນນັກ ເຝິກອົບຮົມ ກໍາແໜ້ນບັນດາບົດ ຮຽນທິດສະດີຫຼັກການທີ່ຄູ-ອາ
ຈານສິດສອນນໍາໄປຈັດຕັ້ງເຝິກແອບຮໍ່າຮຽນໃຫ້ແກ່ນາຍ ແລະ ພົນທະຫານໃນກົມກອງຂອງຕົນ ໃຫ້ມີຄວາມເຂັ້ມແຂງຂຶ້ນເທື່ອ ລະກ້າວ.
ໂດຍ: ພຸດສີດາ ເຖິງມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ