ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໜ່ວຍພັກຄະນະວິຊາຄູ ສະຫຼຸບການນຳພາວຽກງານຮອບດ້ານ ປະຈຳປີ 2020
ເວລາອອກຂ່າວ: 2021-02-24 08:48:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 552 | ຄວາມນິຍົມ:



ໃນວັນທີ 18 ກຸມພາ ນີ້, ໜ່ວຍ ພັກຄະນະວິຊາຄູ ໂຮງຮຽນທິດສະ ດີການເມືອງກອງທັບໄດ້ສະຫຼຸບ ຕີລາຄາການນຳພາວຽກງານ ຮອບດ້ານ ປະຈຳປີ 2020 ແລະ ຜ່ານທິດທາງແຜນການໃນປີ 2021, ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ປອ ວິໄລ ເພັດມີໄຊ ຄະນະປະຈຳພັກໂຮງ ຮຽນ ຮອງຫົວໜ້າການເມືອງ ຫົວໜ້າຫ້ອງການເມືອງໂຮງ ຮຽນທິດສະດີການເມືອງກອງ ທັບ, ມີຄະນະຫ້ອງ, ບັນດາຜູ້ ຕາງໜ້າແຕ່ລະໜ່ວຍພັກອ້ອມ ຂ້າງ, ພະແນກການກ່ຽວຂ້ອງ ພ້ອມດ້ວຍຄະນະ ໜ່ວຍພັກວິຊາຄູ ແລະ ພະນັກງານ, ສະມາຊິກ ພັກສົມບູນ-ສຳຮອງພາຍໃນ ໜ່ວຍເຂົ້າຮ່ວມ. ສະຫາຍ ພັນໂທ ແກ່ນໄຊ ອຸ່ນ ທອງດີ ຮອງເລຂາໜ່ວຍພັກຄະ ນະວິຊາຄູໂຮງຮຽນທິດສະດີການ ເມືອງກອງທັບ ໄດ້ຍົກໃຫ້ເຫັນ ການນຳພາວຽກງານຮອບດ້ານ ຂອງໜ່ວຍໃນໄລຍະ 1 ປີຜ່ານມາ ເຊິ່ງຄະນະໜ່ວຍພັກໄດ້ເອົາໃຈໃສ່ ສຶກສາອົບຮົມການເມືອງ-ແນວ ຄິດໃຫ້ພະນັກງານສະມາຊິກພັກ- ນັກຮົບ ດ້ວຍຫຼາຍຮູບການ, ສອດ ຫ້ອຍເຂົ້າໃນທຸກຂົງເຂດວຽກ ງານ ໄປພ້ອມກັບການຈັດຕັ້ງເຂົ້າ ຮ່ວມເຊື່ອມຊຶມບັນດາມະຕິຕ່າງໆ ຂອງຂັ້ນເທິງ, ຮັບຟັງປາຖະກະຖາ ມູນເຊື້ອວັນສຳຄັນຂອງຊາດ, ຂອງກອງທັບ ແລະ ສາກົນຢ່າງຕໍ່ ເນື່ອງ ເຮັດໃຫ້ພະນັກງານສະມາ ຊິກພັກ-ນັກຮົບມີຄວາມຮັບຮູ້ ເຂົ້າ ໃຈຕໍ່ແນວທາງແຜນນະໂຍບາຍ ຂອງພັກ, ກົດໝາຍຂອງລັດ ແລະ ຂໍ້ກຳນົດ, ກົດລະບຽບຂອງກອງ ທັບວາງອອກ, ມີຄຸນທາດການ ເມືອງໜັກແໜ້ນ, ມີຄຸນສົມບັດສິນ ທຳປະຕິວັດ ແລະ ລະບຽບວິໄນ ເຂັ້ມງວດ, ໄປຄຽງຄູ່ກັບການປະ ຕິບັດໜ້າທີ່ວິຊາສະເພາະຂອງຕົນ ຢ່າງເປັນເຈົ້າການ. ສະແດງອອກ ໃນ 1 ປີຜ່ານມາໄດ້ຂຶ້ນຫ້ອງສິດ ສອນ 49 ຄັ້ງ, ມີ 204 ຊົ່ວໂມງ, ແຕ່ງບົດສອນໄດ້ 120 ບົດ, ເຂົ້າ ຮ່ວມຊົ່ວໂມງສອນ 64 ເທື່ອ, ມີ 127 ສະຫາຍ, ເຂົ້າຮ່ວມດຳເນີນ ຊີວິດພັກ 12 ຄັ້ງ, ເຂົ້າຮ່ວມດຳ ເນີນຊີວິດການເມືອງຂອງໂຮງ ຮຽນ 22 ຄັ້ງ, ປັດຈຸບັນສະມາຊິກ ພັກຄະນະວິຊາຄູມີ 64 ສະຫາຍ, ສາມາດຄັດເລືອກປະເພດ I ໄດ້ 63 ສະຫາຍ, ປະເພດ II ມີ1 ສະ ຫາຍ, ມະຫາຊົນກ້າວໜ້າກຽມ ຈະຂະຫຍາຍເຂົ້າເປັນສະມາຊິກ ພັກສຳຮອງ ມີ 5 ສະຫາຍ, ພ້ອມ ນີ້ ຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳ ເຫັນໃສ່ບົດສະຫຼຸບ ແລະ ທິດທາງ ແຜນການຢ່າງກົງໄປກົງມາ ເພື່ອ ເຮັດໃຫ້ເນື້ອໃນບົດສະຫຼຸບຖືກ ຕ້ອງ ແລະ ຄົບຖ້ວນ. ໂອກາດນີ້, ສະຫາຍ ພັນເອກ ປອ ວິໄລ ເພັດມີໄຊ ໄດ້ມີຄຳເຫັນ ໂອ້ລົມຫຼາຍບັນຫາ ແລະ ເນັ້ນໜັກ ໃຫ້ຄະນະໜ່ວຍພັກ ຈົ່ງເອົາໃຈໃສ່ ສຶກສາອົບຮົມການເມືອງ-ນຳພາ ແນວຄິດ ໃຫ້ພະນັກງານ ສະມາຊິກ ພັກຂອງຕົນຢ່າງເປັນປົກກະຕິ, ສືບຕໍ່ເຮັດວຽກງານພັກ-ວຽກ ງານການເມືອງໃຫ້ຕໍ່ເນື່ອງ, ຕັ້ງ ໜ້າຊອກຮູ້ຮ່ຳຮຽນຫຼັກສູດການ ຮຽນ-ການສອນ ເພື່ອເປັນພະນັກ ງານຫຼັກແຫຼ່ງແກ່ນສານ, ອອກ ແຮງເຝິກຝົນຫຼໍ່ຫຼອມຕົນເອງທາງ ດ້ານຄຸນທາດການເມືອງ, ຄຸນສົມ ບັດສິນທຳປະຕິວັດ ແລະ ແບບ ແຜນວິທີເຮັດວຽກທີ່ມີວິທະຍາ ສາດ. ໂດຍ: ຄຳພັດ ມິ່ງມູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ