ສະຫະພັນແມ່ຍິງທະຫານແຂວງໄຊຍະບູລີ ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ
ເວລາອອກຂ່າວ: 2021-02-24 08:45:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1162 | ຄວາມນິຍົມ:
ໃນວັນທີ 19 ກຸມພາ 2021
ນີ້, ພະແນກສະຫະພັນແມ່ຍິງ ຫ້ອງການເມືອງ ກອງບັນຊາການ ທະຫານແຂວງໄຊຍະບູລີ, ໄດ້ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ໄລຍະ 1 ປີຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ພັນໂທ ລິດໄຊຍະ ຜາແກ້ວ ຫົວໜ້າຫ້ອງການ
ເມືອງ ກອງບັນຊາການທະຫານ ແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ ແຂກທີ່ຖືກເຊີນ, ຄະນະໜ່ວຍສະຫະພັນແມ່ຍິງທີ່
ມາຈາກບັນດາກົມກອງອ້ອມ ຂ້າງເຂົ້າຮ່ວມ.
ສະຫາຍ ພັນໂທ ນາງ ດາມອນ ສິມມະບານ ຫົວໜ້າພະ ແນກສະຫະພັນແມ່ຍິງ ກອງບັນ ຊາການທະຫານແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບຕີລາຄາຜ່ານ ການຈັດຕັ້ງປະຕິບັດເນື້ອໃນຂໍ້ ແຂ່ງຂັນ 3 ດີ ຕິດພັນກັບໜ້າທີ່ ການເມືອງຂອງກົມກອງໃນໄລ ຍະ 1 ປີ ຜ່ານມາ ພະແນກສະ ຫະພັນແມ່ຍິງໄດ້ນຳເອົາເນື້ອ ໃນຂໍ້ແຂ່ງຂັນມາສ້າງເປັນແຜນ ການອັນລະອຽດ ເພື່ອຈັດຕັ້ງ ຜັນຂະຫຍາຍເຂົ້າສູ່ວຽກງານ ຕົວຈິງໂດຍອີງໃສ່ເງື່ອນໄຂທ່າ ແຮງບົ່ມຊ້ອນພາຍໃນກົມກອງ ເປັນຫຼັກ. ເຊິ່ງຜ່ານການເຄື່ອນໄຫວຕົວຈິງສະມາຊິກແມ່ຍິງມີແນວຄິດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຮັກສາໄດ້ມູນເຊື້ອອັນດີງາມຂອງແມ່ຍິງລາວ ແລະ ມີຄວາມຫ້າວຫັນ ແຂ່ງຂັນກັນຈັດຕັ້ງປະຕິບັດຢ່າງ ເປັນຂະບວນການຟົດຟື້ນກວ້າງ ຂວາງ, ເຊິ່ງໄດ້ເຮັດໃຫ້ສະຫະ ພັນແມ່ຍິງທົ່ວທະຫານແຂວງໄຊ ຍະບູລີ ສາມາດຕີລາຄາໄດ້ແມ່ ຍິງ 3 ດີປະເພດ I ມີ 228 ສະ ຫາຍ, ກວມເອົາ 99,13%, ສະ
ມາຊິກ 3 ດີປະເພດ II ມີ 2 ສະ
ຫາຍ, ກວມເອົາ 0,86%, ພົນ ລະເມືອງດີມີ 228 ສະຫາຍ, ເທົ່າ
ກັບ 98,27%, ພັດທະນາດີ 228 ສະຫາຍ, ເທົ່າກັບ 98,27%, ສ້າງຄອບຄົວດີມີ 226 ສະຫາຍ,
ເທົ່າກັບ 97,41%, ສະມາຊິກ
ສະຫະພັນແມ່ຍິງໄດ້ຮັບການຍ້ອງ ຍໍປະເພດຕ່າງໆ 67 ສະຫາຍ,
ພ້ອມນີ້, ກໍໄດ້ປຸກລະດົມສະມາ
ຊິກແມ່ຍິງເຂົ້າຮ່ວມຝາກເງິນ ກອງທຶນ ເພື່ອຊ່ວຍເຫຼືອເຊິ່ງ ກັນ ແລະ ກັນ ມາຮອດປັດຈຸ
ບັນ ມີເງິນກອງທຶນທັງໝົດ 118.559.000 ກີບ.
ໂດຍ: ໄຊຍະສັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ