ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫະພັນແມ່ຍິງທະຫານແຂວງໄຊຍະບູລີ ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ
ເວລາອອກຂ່າວ: 2021-02-24 08:45:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1151 | ຄວາມນິຍົມ:



ໃນວັນທີ 19 ກຸມພາ 2021 ນີ້, ພະແນກສະຫະພັນແມ່ຍິງ ຫ້ອງການເມືອງ ກອງບັນຊາການ ທະຫານແຂວງໄຊຍະບູລີ, ໄດ້ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ໄລຍະ 1 ປີຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ພັນໂທ ລິດໄຊຍະ ຜາແກ້ວ ຫົວໜ້າຫ້ອງການ ເມືອງ ກອງບັນຊາການທະຫານ ແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ ແຂກທີ່ຖືກເຊີນ, ຄະນະໜ່ວຍສະຫະພັນແມ່ຍິງທີ່ ມາຈາກບັນດາກົມກອງອ້ອມ ຂ້າງເຂົ້າຮ່ວມ. ສະຫາຍ ພັນໂທ ນາງ ດາມອນ ສິມມະບານ ຫົວໜ້າພະ ແນກສະຫະພັນແມ່ຍິງ ກອງບັນ ຊາການທະຫານແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບຕີລາຄາຜ່ານ ການຈັດຕັ້ງປະຕິບັດເນື້ອໃນຂໍ້ ແຂ່ງຂັນ 3 ດີ ຕິດພັນກັບໜ້າທີ່ ການເມືອງຂອງກົມກອງໃນໄລ ຍະ 1 ປີ ຜ່ານມາ ພະແນກສະ ຫະພັນແມ່ຍິງໄດ້ນຳເອົາເນື້ອ ໃນຂໍ້ແຂ່ງຂັນມາສ້າງເປັນແຜນ ການອັນລະອຽດ ເພື່ອຈັດຕັ້ງ ຜັນຂະຫຍາຍເຂົ້າສູ່ວຽກງານ ຕົວຈິງໂດຍອີງໃສ່ເງື່ອນໄຂທ່າ ແຮງບົ່ມຊ້ອນພາຍໃນກົມກອງ ເປັນຫຼັກ. ເຊິ່ງຜ່ານການເຄື່ອນໄຫວຕົວຈິງສະມາຊິກແມ່ຍິງມີແນວຄິດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຮັກສາໄດ້ມູນເຊື້ອອັນດີງາມຂອງແມ່ຍິງລາວ ແລະ ມີຄວາມຫ້າວຫັນ ແຂ່ງຂັນກັນຈັດຕັ້ງປະຕິບັດຢ່າງ ເປັນຂະບວນການຟົດຟື້ນກວ້າງ ຂວາງ, ເຊິ່ງໄດ້ເຮັດໃຫ້ສະຫະ ພັນແມ່ຍິງທົ່ວທະຫານແຂວງໄຊ ຍະບູລີ ສາມາດຕີລາຄາໄດ້ແມ່ ຍິງ 3 ດີປະເພດ I ມີ 228 ສະ ຫາຍ, ກວມເອົາ 99,13%, ສະ ມາຊິກ 3 ດີປະເພດ II ມີ 2 ສະ ຫາຍ, ກວມເອົາ 0,86%, ພົນ ລະເມືອງດີມີ 228 ສະຫາຍ, ເທົ່າ ກັບ 98,27%, ພັດທະນາດີ 228 ສະຫາຍ, ເທົ່າກັບ 98,27%, ສ້າງຄອບຄົວດີມີ 226 ສະຫາຍ, ເທົ່າກັບ 97,41%, ສະມາຊິກ ສະຫະພັນແມ່ຍິງໄດ້ຮັບການຍ້ອງ ຍໍປະເພດຕ່າງໆ 67 ສະຫາຍ, ພ້ອມນີ້, ກໍໄດ້ປຸກລະດົມສະມາ ຊິກແມ່ຍິງເຂົ້າຮ່ວມຝາກເງິນ ກອງທຶນ ເພື່ອຊ່ວຍເຫຼືອເຊິ່ງ ກັນ ແລະ ກັນ ມາຮອດປັດຈຸ ບັນ ມີເງິນກອງທຶນທັງໝົດ 118.559.000 ກີບ. ໂດຍ: ໄຊຍະສັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ