ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການນຳ ກະຊວງປ້ອງກັນປະເທດ ເຄື່ອນໄຫວປາຖະກະຖາ ມູນເຊື້ອວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ ຢູ່ບັນດາກະຊວງ
ເວລາອອກຂ່າວ: 2018-12-24 09:48:16 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 69 | ຄວາມນິຍົມ:



ໃນວັນທີ 21 ທັນວາ 2018 ນີ້, ຄະນະນໍາກະຊວງປ້ອງກັນປະ ເທດໄດ້ລົງເຄື່ອນໄຫວປາຖະກະ ຖາມູນເຊື້ອວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ ຢູ່ສໍານັກງານອົງການຕ່າງໆ, ໃນນັ້ນ, ທ່ານ ພົນຈັດຕະວາ ບຸນ ລ້ຽງ ແສງພະຈັນ ຄະນະພັກກະ ຊວງ, ຫົວໜ້າກົມປ້ອງກັນພາຍ ໃນກະຊວງປ້ອງກັນປະເທດ ແມ່ນໄດ້ເຄື່ອນໄຫວປາຖະກະ ຖາຢູ່ກະຊວງແຜນການ ແລະ ການລົງທຶນ, ໂດຍມີ ທ່ານ ປອ ສຸພັນ ແກ້ວມີໄຊ ກຳມະການສູນກາງພັກ, ລັດຖະ ມົນຕີກະຊວງແຜນການ ແລະ ການລົງທຶນດັ່ງກ່າວເຂົ້າຮ່ວມ, ສ່ວນທ່ານ ພົນຈັດຕະວາ ປະສິດ ທ່ຽງທຳ ຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບ ໄດ້ເຄື່ອນໄຫວ ປາຖະກະຖາຢູ່ກະຊວງພາຍໃນ ໂດຍມີທ່ານ ຄຳມູນ ວິພົງໄຊ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງພາຍ ໃນເຂົ້າຮ່ວມ, ເຊິ່ງແຕ່ລະແຫ່ງ ມີບັນດາທ່ານຄະນະພັກ, ຄະນະ ນຳ, ຫົວໜ້າກົມ, ຮອງກົມ, ພະ ແນກການ, ພະນັກງານຫຼັກແຫຼ່ງ ພ້ອມດ້ວຍພະນັກງານວິຊາການ ແຕ່ລະກະຊວງດັ່ງກ່າວເຂົ້າຮ່ວມ ຮັບຟັງຢ່າງຫຼວງຫຼາຍ. ຢູ່ແຕ່ລະແຫ່ງການນໍາກະ ຊວງປ້ອງກັນປະເທດ ແມ່ນໄດ້ ຍົກໃຫ້ເຫັນປະຫວັດສາດ, ມູນ ເຊື້ອແຫ່ງການກຳເນີດເຕີບໃຫຍ່ ຂະຫຍາຍຕົວ, ລວມທັງຜົນງານ ແລະ ໄຊຊະນະທີ່ກອງທັບເຮົາ ຍາດມາໄດ້ຕະຫຼອດໄລຍະ 70 ປີຜ່ານມາ, ໂດຍກອງທັບປະຊາ ຊົນລາວໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 20 ມັງກອນ 1949 ຢູ່ເຂດລາວຮຸ່ງພຽງສາເມືອງ ຊຽງຄໍ້ ແຂວງຫົວພັນ, ໂດຍ ແມ່ນປະທານໄກສອນ ພົມວິ ຫານ ເປັນຜູ້ປະກາດ ສ້າງຕັ້ງ ແລະ ຊີ້ນໍາບັນຊາ ໂດຍກົງນັບ ແຕ່ກອງທັບໄດ້ຮັບການສ້າງ ຕັ້ງຂຶ້ນກໍໄດ້ຮັບພາລະອັນໜັກ ໜ່ວງຕໍ່ສູ້ຕ້ານກັບຈັກກະພັດຜູ້ ຮຸກຮານທັງແບບເກົ່າ ແລະ ໃໝ່ ທີ່ມີອາວຸດ, ພາຫະນະສົງຄາມ ແລະ ກຳລັງພົນທີ່ເໜືອກວ່າແຕ່ ດ້ວຍນໍ້າໃຈຮັກຊາດເດັດດ່ຽວ ໜຽວແໜ້ນ ກອງທັບເຮົາກໍໄດ້ ຕໍ່ສູ້ຢ່າງອົງອາດກ້າຫານຍາດ ໄດ້ໄຊຊະນະເປັນກ້າວໆມາ ແລະ ສາມາດປົດປ່ອຍປະເທດຊາດ ຢ່າງສົມບູນ ແລະ ສະຖາປະນາ ສປປ ລາວ ຢ່າງເປັນທາງການ ໃນວັນທີ 2 ທັນວາ 1975. ຈາກ ນັ້ນມາກອງທັບກໍໄດ້ເຮັດໜ້າທີ່ ເປັນກຳລັງຫຼັກແຫ່ງໃນພາລະກິດ ການປົກປັກຮັກສາປະເທດຊາດ ໃຫ້ມີຄວາມສະຫງົບ, ປອດໄພ ແລະ ຄວາມເປັນລະບຽບຮຽບ ຮ້ອຍທາງສັງຄົມສ້າງເງື່ອນໄຂ ໃຫ້ປະເທດຊາດໄດ້ສ້າງສາພັດ ທະນາຮອບດ້ານ, ຊີວິດການເປັນ ຢູ່ຂອງປະຊາຊົນນັບມື້ດີຂຶ້ນເປັນ ກ້າວໆ. ການປາຖະກະຖາຄັ້ງນີ້ກໍ ເພື່ອເປັນການສຶກສາອົບຮົມໃຫ້ ພະນັກງານ, ລັດຖະກອນ ແລະ ປະຊາຊົນບັນດາເຜົ່າເປັນຕົ້ນ ແມ່ນຄົນຮຸ່ນໜຸ່ມໃຫ້ມີຄວາມ ຮັບຮູ້, ເຂົ້າໃຈ, ເຊື່ອມຊຶມກຳ ແໜ້ນມູນເຊື້ອ ແລະ ເຫດການ ສຳຄັນຂອງວັນດັ່ງກ່າວ ດ້ວຍ ຮູບການຕ່າງໆໃຫ້ກວ້າງຂວາງ ເລິກເຊິ່ງ ເພຶ່ອພ້ອມກັນປຸກລະ ດົມເສີມຂະຫຍາຍມູນເຊື້ອສຳຄັນ ໃນການຕໍ່ສູ້ກູ້ຊາດເຂົ້າໃນຂະ ບວນການເຄື່ອນໄຫວຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ ຂອງພັກ ແລະ ແຜນພັດທະນາ ເສດຖະກິດ-ສັງສົມຂອງລັດໃຫ້ ປາກົດຜົນເປັນຈິງ, ຕັ້ງໜ້າປັບ ປຸງ, ຮັດແໜ້ນຄວາມສາມັກຄີ ປອງດອງທົ່ວປວງຊົນ ພາຍໃຕ້ ຮົ່ມທຸງຂອງພັກ. ຍົົກສູງສະຕິ ລະວັງຕົວຕໍ່ກົນອຸບາຍຫັນປ່ຽນ ໂດຍສັນຕິຂອງພວກຄົນບໍ່ດີ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນ ສິ່ງຫຍໍ້ທໍ້ຕ່າງໆໃນສັງຄົມ, ເພິ່ມ ທະວີການຄຸ້ມຄອງລັດ, ຄຸ້ມຄອງ ສັງຄົມດ້ວຍກົດໝາຍໃຫ້ມີຄວາມ ສັກສິດ ເຊີດຊູນ້ຳໃຈເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ, ເພື່ອພັດ ທະນາຕົນເອງ, ຄອບຄົວ ແລະ ປະເທດຊາດຫຼຸດພົ້ນອອກຈາກ ຄວາມທຸກຍາກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ