ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດການຈັດຕັ້ງຫໍພິພິທະພັນມູນເຊື້ອໄຊຊະນະຮ່ວມສຳພັນສູ້ຮົບລາວ - ຫວຽດນາມບໍລິເວນທາງເລກ 9
ເວລາອອກຂ່າວ: 2021-02-24 08:40:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 73 | ຄວາມນິຍົມ:



ໃນວັນທີ 20 ກຸມພາ 2021 ນີ້ ຢູ່ທີ່ຫ້ອງປະຊຸມຫໍພິພິທະພັນ ມູນເຊື້ອໄຊຊະນະຮ່ວມສໍາພັນ ສູ້ຮົບລາວ-ຫວຽດນາມບໍລິເວນ ທາງເລກ 9 ໄດ້ຈັດພິທີປະກາດ ການຈັດຕັ້ງຂັ້ນຮອງອໍານວຍ ການ ແລະ ບັນດາຂະແໜງການທີ່ ຂຶ້ນກັບຫໍພິພິທະພັນດັ່ງກ່າວ. ໂດຍ ການເຂົ້າຮ່ວມເປັນປະທານຂອງສະຫາຍ ພັນເອກ ຄໍາເພັດ ສຸລິ ຍະ ວົງ ຮອງເລຂາຄະນະພັກຫົວໜ້າ ການທະຫານ ກອງບັນຊາການ ທະຫານ ແຂວງສະຫວັນະເຂດ, ມີພະແນກການທີ່ກ່ຽວຂ້ອງຈາກ ກອງບັນຊາການທະຫານແຂວງ, ບັນດາພະນັກງານ-ນັກຮົບພາຍ ໃນຫໍພິພິທະພັນເຂົ້າຮ່ວມ. ໃນພິທີ ດັ່ງກ່າວສະຫາຍ ພັນໂທ ແສງສຸ ລິວັນ ພິທັກສູນທອນ ຫົວໜ້າພະ ແນກຈັດຕັ້ງພັກທະຫານແຂວງ ແລະ ສະຫາຍ ພັນໂທ ໄພວັນ ໄຊ ຍະລາດ ຮອງຫົວໜ້າພະແນກພະ ນັກງານທະຫານແຂວງ ກໍໄດ້ຜັດ ປ່ຽນກັນຂຶ້ນອ່ານຂໍ້ຕົກລົງຂອງ ກອງບັນຊາການທະຫານແຂວງ ສະຫວັນະເຂດ ວ່າດ້ວຍ; ການ ແຕ່ງຕັ້ງສະຫາຍ ພັນຕີ ຄຳອອ່ນ ອາດຫານ ແລະ ສະຫາຍ ພັນຕີ ຫຸມພັນ ຈັນສະຫງ່າ ເປັນຮອງອໍາ ນວຍການຫໍພິພິທະພັນມູນເຊື້ອໄຊ ຊະນະຮ່ວມສຳພັນສູ້ຮົບລາວ-ຫວຽດນາມບໍລິເວນທາງເລກ 9 ມະຕິຕົກລົງວ່າດ້ວຍການ ແຕ່ງຕັ້ງບົ່ງຕົວຄະນະໜ່ວຍພັກ ຫໍພິພິທະພັນລາວ-ຫວຽດນາມ ໃນນັ້ນແຕ່ງຕັ້ງ ສະຫາຍ ພັນຕີ ຫຸມພັນ ຈັນສະຫງ່າ ເປັນຮອງເລ ຂາຄະນະໜ່ວຍພັກ, ສະຫາຍ ພັນຕີ ຄຳອອ່ນ ອາດຫານ ເປັນກຳ ມະການ ສວ່ນຄະນະພັກທີ່ເຫຼືອແມ່ນຍັງຮັກສາຄືເກົ່າ, ຈາກນັ້ນໃນພິທີຍັງໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງ ວ່າດ້ວຍການແຕ່ງ ຕັ້ງບັນດາຫົວໜ້າຂະແໜງ, ຮອງ ຂະແໜງ ແລະ ຊ່ວຍວຽກຂະແໜງ ຢູ່ຫໍພິພິທະພັນມູນເຊື້ອໄຊຊະນະ ຮ່ວມສຳພັນສູ້ຮົບລາວ-ຫວຽດ ນາມ:ເຊິ່ງປະກອບມີ 6 ຂະແໜງ ການຂຶ້ນກັບ ແລະ 1 ໝູ່ປ້ອງກັນ ຫໍພິພິທະພັນ. ໃນໂອກາດນີ້, ສະຫາຍ ພັນເອກ ຄຳເພັດ ສຸລິຍະວົງ ກໍ ໄດ້ສະແດງຄວາມຊົມເຊີຍຕໍ່ ບັນດາສະຫາຍທີ່ໄດ້ຮັບໜ້າທີ່ ໃໝ່ພ້ອມໄດ້ເນັ້ນໜັກຫຼາຍບັນ ຫາໃຫ້ຄະນະພັກ-ຄະນະອຳນວຍການຕະຫຼອດຮອດບັນດາພະນັກງານ-ນັກຮົບ ຈົ່ງພ້ອມກັນຕັ້ງໜ້າ ເອົາໃຈໃສ່ປະຕິບັດໜ້າທີ່ວຽກ ງານຕາມການມອບໝາຍຂອງ ຂັ້ນເທິງຢ່າງເຂັ້ມງວດ,ມີຄວາມສາມັກຄີເປັນເອກະພາບເຮັດວຽກ ຕາມຫຼັກການລວມສູນປະຊາທິ ປະໄຕ, ແບ່ງວຽກງານໃຫ້ບຸກຄົນ ຮັບຜິດຊອບເປັນຢ່າງດີ, ເປັນເຈົ້າ ການຊີ້ນຳວຽກງານວິຊາສະ ເພາະໃຫ້ເໝາະສົມຖຶກຕ້ອງ ຕາມຫຼັກການ ແລະ ສາມາດຮັບ ປະກັນວຽກງານຕ່າງໆໃຫ້ໄດ້ ຮັບຜົນສຳເລັດເປັນຢ່າງດີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ