ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫົວໜ້າການທະຫານກອງພັນໃຫຍ່ 584 ລົງຊຸກຍູ້ ແລະ ພົບປະໂອ້ລົມພະນັກງານ - ນັກຮົບ
ເວລາອອກຂ່າວ: 2021-02-24 08:36:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 49 | ຄວາມນິຍົມ:



ໃນວັນທີ 18 ກຸມພາ 2021 ນີ້, ສະຫາຍ ພັນເອກ ມອນໄທ ສະ ລິດໄຊ ຮອງເລຂາຄະນະພັກ ຫົວ ໜ້າການທະຫານກອງພັນ ໃຫຍ່ 584 ລົງຊຸກຍູ້ ແລະ ພົບປະໂອ້ລົມ ພະນັກງານ-ນັກຮົບທີ່ເຮັດໜ້າທີ່ ປະຈໍາປ້ອມ ພ້ອມດ້ວຍອົງການຈັດ ຕັ້ງມະຫາຊົນ ໂດຍການຕ້ອນຮັບ ຂອງສະຫາຍ ພັນຕີ ສົມຂຽນ ໄຊ ສົງຄາມ ຫົວໜ້າການທະຫານກອງຮ້ອຍ ປ້ອງກັນທີ່ຕັ້ງກອງ ພັນໃຫຍ່ 584 ພ້ອມດ້ວຍບັນດາພະນັກງານ-ນັກຮົບ. ການລົງຊຸກຍູ້ ແລະ ພົບປະໂອ້ ລົມໃນຄັ້ງນີ້ເພື່ອເປັນການຊຸກຍູ້, ສົ່ງເສີມ ແລະ ໃຫ້ກໍາລັງໃຈບັນ ດາພະນັງານ-ນັກຮົບທີ່ເຮັດໜ້າ ທີ່ຢູເຂດຫ່າງໄກສອກຫຼີກ ໂດຍສະ ເພາະແມ່ນບັນດາ 4 ປ້ອມທີ່ຂຶ້ນ ກັບກອງພັນໃຫຍ່ 584 ແລະ ເພື່ອຮັບປະກັນເຮັດໃຫ້ການປ່ອນ ບັດເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ຊຸດທີ IX ແລະ ສະມາ ຊິກສະພາປະຊາຊົນແຂວງ ຊຸດ ທີ II ມີຄວາມສະຫງົບໃນຂອບ ເຂດຮັບຜິດຊອບຂອງຕົນ. ພ້ອມ ນັ້ນ, ຍັງໄດ້ຮຽກຮ້ອງໃຫ້ບັນ ດາພະນັກງານ-ນັກຮົບທີ່ປະ ຕິບັດໜ້າທີ່ປະຈໍາແຕ່ລະປ້ອມ ເອົາໃຈໃສ່ຊີ້ນໍາ, ເຮັດໜ້າທີ່ຕາມ ການມອບໝາຍຂອງຂັ້ນເທິງ ເປັນຕົ້ນແມ່ນການກວດກາສາ ລະເວ, ປ້ອງກັນເວນຍາມໃຫ້ ເຂັ້ມງວດ ຕະຫຼອດ 24 ຊົ່ວໂມງ ຮັບປະກັນເຮັດໃຫ້ສະພາບມີ ຄວາມສະຫງົບ, ສືບຕໍ່ຮັກສາ 3 ທາດແທ້ ແລະ 6 ມູນເຊື້ອອັນສະ ຫງ່າອົງອາດຂອງກອງທັບປະຊາ ຊົນລາວໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ໃນໂອກາດດຽວກັນນີ້, ຄະນະ ພັກກອງພັນໃຫຍ່ ແລະ ອົງການ ຈັດຕັ້ງມະຫາຊົນກອງພັນໃຫຍ່ 584 ຍັງໄດ້ນໍາເອົາເຄື່ອງອຸປະ ໂພກ-ບໍລິໂພກເປັນຕົ້ນແມ່ນສະບູ, ແຟບ, ໝີ່ ແລະ ອາຫານແຫ້ງຈໍາ ນວນໜຶ່ງມາມອບໃຫ້ນາຍ ແລະ ພົນທະຫານທີ່ເຮັດໜ້າທີ່ປະຈໍາ ແຕ່ລະປ້ອມອີກດ້ວຍ. ໂດຍ: ນ. ດວງມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ