ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫຍ່ 101 ສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນພາຍໃນ ແລະ ການກໍ່ສ້າງກອງ 3 ປອດ
ເວລາອອກຂ່າວ: 2021-02-23 09:01:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1221 | ຄວາມນິຍົມ:



ຫວ່າງບໍ່ດົນຜ່ານມານີ້, ກອງ ພັນໃຫຍ່ 101 ໄດ້ຈັດຕັ້ງສະຫຼຸບ ຖອດຖອນບົດຮຽນການເຄື່ອນ ໄຫວວຽກງານປ້ອງກັນພາຍໃນ ແລະ ການກໍ່ສ້າງກອງ 3 ປອດ ໄລຍະ5 ປີ 2016-2020 ໂດຍ ການເປັນປະທານຂອງ ສະຫາຍ ພັນເອກ ບຸນຂຸ້ມ ສີຄຳໄຊ ຫົວ ໜ້າການເມືອງກອງພັນໃຫຍ່ 101, ມີຄະນະພັກ-ຄະນະບັນຊາ 5 ພະແນກການ, ກົມກອງ ຕະຫຼອດ ຮອດພະນັກງານ-ນັກຮົບທົ່ວ ກອງພັນໃຫຍ່ດັ່ງກ່າວເຂົ້າຮ່ວມ. ສະຫາຍ ພັນຕີ ບຸນຖາ ໄຊຍະ ລາດ ຫົວໜ້າຂະແໜງປ້ອງກັນ ພາຍໃນ ກອງພັນໃຫຍ່ 101 ໄດ້ ສະຫຼຸບຖອດຖອນບົດຮຽນຕີລາ ຄາຜ່ານການເຄື່ອນໄຫວວຽກ ງານປ້ອງກັນພາຍໃນ ໃນໄລຍະ ຜ່ານມາ ພ້ອມທັງຊີ້ແຈງໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ຄະນະພັກ-ຄະ ນະບັນຊາພວກເຮົາໄດ້ຖືສໍາຄັນ ວຽກງານປ້ອງກັນພາຍໃນ ຕິດ ພັນກັບການກໍ່ສ້າງກອງ 3 ປອດ (ປອດໄພ, ປອດໃສ, ປອດຄະດີ) ຕາມ 5 ມາດຖານ ໂດຍໄດ້ຖືເອົາ ວຽກງານດັ່ງກ່າວ ຕິດພັນກັບຂະ ບວນວຽກງານຕົວຈິງ, ເອົາໃຈ ໃສ່ສຶກສາອົບຮົມການເມືອງ- ແນວຄິດໃຫ້ພະນັກງານ-ນັກ ຮົບດ້ວຍຫຼາຍຮູບການຢ່າງຕໍ່ ເນື່ອງ ເຮັດໃຫ້ພະນັກງານ-ນັກ ຮົບມີຄຸນທາດການເມືອງໜັກ ແໜ້ນ, ມີຄວາມຈົງຮັກພັກດີຕໍ່ ພັກ, ຕໍ່ປະເທດຊາດ, ມີສະຕິລະ ວັງຕົວປະຕິວັດສູງ, ເປັນເຈົ້າການ ຕ້ານ ແລະ ສະກັດກັ້ນບັນຫາປະ ກົດການຫຍໍ້ທໍ້ຕ່າງໆບໍ່ໃຫ້ເກີດ ຂຶ້ນກັບກົມກອງ ກໍຄືພະນັກ ງານ-ນັກຮົບ ເຮັດໃຫ້ພາຍໃນ ກົມກອງມີຄວາມສະຫງົບໜັກ ແໜ້ນດີ. ຜ່ານການຈັດຕັ້ງປະ ຕິບັດວຽກງານດັ່ງກ່າວເຂົ້າ ສູ່ວຽກງານຕົວຈິງຢ່າງມີຈຸດ ສຸມນັ້ນ ໄດ້ເຮັດໃຫ້ກົມກອງ ສາມາດຕີລາຄາ ແລະ ຮັບຮອງ ເປັນກົມກອງ 3 ປອດປະເພດ I ໄດ້ 5 ປີຊ້ອນ ມີ 5 ກົມກອງ, ໄດ້ 4 ປີຊ້ອນ ມີ 4 ກົມກອງ, ໄດ້ 3 ປີ ມີ 1 ກົມກອງ, ໄດ້ 2 ປີຊ້ອນ ມີ 3 ກົມກອງ. ພ້ອມດຽວກັນນີ້, ກໍໄດ້ມອບໃບ ຢັ້ງຢືນໃຫ້ກົມກອງ 3 ປອດ ຢ່າງສົມກຽດ. ໂດຍ: ສິນໄຊ ເພັດລັດຕະນະ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ