ກອງພັນໃຫຍ່ 101 ສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນພາຍໃນ ແລະ ການກໍ່ສ້າງກອງ 3 ປອດ
ເວລາອອກຂ່າວ: 2021-02-23 09:01:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1229 | ຄວາມນິຍົມ:
ຫວ່າງບໍ່ດົນຜ່ານມານີ້, ກອງ
ພັນໃຫຍ່ 101 ໄດ້ຈັດຕັ້ງສະຫຼຸບ ຖອດຖອນບົດຮຽນການເຄື່ອນ
ໄຫວວຽກງານປ້ອງກັນພາຍໃນ ແລະ ການກໍ່ສ້າງກອງ 3 ປອດ
ໄລຍະ5 ປີ 2016-2020 ໂດຍ
ການເປັນປະທານຂອງ ສະຫາຍ ພັນເອກ ບຸນຂຸ້ມ ສີຄຳໄຊ ຫົວ ໜ້າການເມືອງກອງພັນໃຫຍ່ 101, ມີຄະນະພັກ-ຄະນະບັນຊາ 5
ພະແນກການ, ກົມກອງ ຕະຫຼອດ ຮອດພະນັກງານ-ນັກຮົບທົ່ວ ກອງພັນໃຫຍ່ດັ່ງກ່າວເຂົ້າຮ່ວມ.
ສະຫາຍ ພັນຕີ ບຸນຖາ ໄຊຍະ
ລາດ ຫົວໜ້າຂະແໜງປ້ອງກັນ ພາຍໃນ ກອງພັນໃຫຍ່ 101 ໄດ້
ສະຫຼຸບຖອດຖອນບົດຮຽນຕີລາ ຄາຜ່ານການເຄື່ອນໄຫວວຽກ ງານປ້ອງກັນພາຍໃນ ໃນໄລຍະ
ຜ່ານມາ ພ້ອມທັງຊີ້ແຈງໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ຄະນະພັກ-ຄະ
ນະບັນຊາພວກເຮົາໄດ້ຖືສໍາຄັນ ວຽກງານປ້ອງກັນພາຍໃນ ຕິດ
ພັນກັບການກໍ່ສ້າງກອງ 3 ປອດ
(ປອດໄພ, ປອດໃສ, ປອດຄະດີ)
ຕາມ 5 ມາດຖານ ໂດຍໄດ້ຖືເອົາ ວຽກງານດັ່ງກ່າວ ຕິດພັນກັບຂະ
ບວນວຽກງານຕົວຈິງ, ເອົາໃຈ
ໃສ່ສຶກສາອົບຮົມການເມືອງ-
ແນວຄິດໃຫ້ພະນັກງານ-ນັກ
ຮົບດ້ວຍຫຼາຍຮູບການຢ່າງຕໍ່ ເນື່ອງ ເຮັດໃຫ້ພະນັກງານ-ນັກ
ຮົບມີຄຸນທາດການເມືອງໜັກ ແໜ້ນ, ມີຄວາມຈົງຮັກພັກດີຕໍ່ ພັກ, ຕໍ່ປະເທດຊາດ, ມີສະຕິລະ
ວັງຕົວປະຕິວັດສູງ, ເປັນເຈົ້າການ
ຕ້ານ ແລະ ສະກັດກັ້ນບັນຫາປະ
ກົດການຫຍໍ້ທໍ້ຕ່າງໆບໍ່ໃຫ້ເກີດ
ຂຶ້ນກັບກົມກອງ ກໍຄືພະນັກ ງານ-ນັກຮົບ ເຮັດໃຫ້ພາຍໃນ
ກົມກອງມີຄວາມສະຫງົບໜັກ
ແໜ້ນດີ. ຜ່ານການຈັດຕັ້ງປະ ຕິບັດວຽກງານດັ່ງກ່າວເຂົ້າ ສູ່ວຽກງານຕົວຈິງຢ່າງມີຈຸດ ສຸມນັ້ນ ໄດ້ເຮັດໃຫ້ກົມກອງ ສາມາດຕີລາຄາ ແລະ ຮັບຮອງ
ເປັນກົມກອງ 3 ປອດປະເພດ I
ໄດ້ 5 ປີຊ້ອນ ມີ 5 ກົມກອງ, ໄດ້
4 ປີຊ້ອນ ມີ 4 ກົມກອງ, ໄດ້ 3
ປີ ມີ 1 ກົມກອງ, ໄດ້ 2 ປີຊ້ອນ ມີ 3 ກົມກອງ. ພ້ອມດຽວກັນນີ້, ກໍໄດ້ມອບໃບ ຢັ້ງຢືນໃຫ້ກົມກອງ 3 ປອດ ຢ່າງສົມກຽດ.
ໂດຍ: ສິນໄຊ ເພັດລັດຕະນະ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ