ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພະແນກຊາວໜຸ່ມ ວພກ ສະຫຼຸບວຽກງານການເຄື່ອນໄຫວ ປະຈຳປີ
ເວລາອອກຂ່າວ: 2021-02-23 09:00:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 459 | ຄວາມນິຍົມ:



ຫວ່າງບໍ່ດົນຜ່ານມານີ້, ພະ ແນກຊາວໜຸ່ມ ວິທະຍາຄານພະ ລາທິການກອງທັບ (ວພກ) ໄດ້ ສະຫຼຸບວຽກງານການເຄື່ອນ ໄຫວ ປະຈໍາປີ 2020 ແລະ ວາງ ທິດທາງແຜນການ ປະຈຳປີ 2021, ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ບຸນສານ ຈັນທະສອນ ຫົວໜ້າຫ້ອງການ ເມືອງ ວພກ, ມີຄະນະພັກ-ຄະນະ ບັນຊາ 6 ຫ້ອງ, ກອງພັນ, ຄະນະ ບໍລິຫານງານ, ຄະນະໜ່ວຍຊາວ ໜຸ່ມ ຕະຫຼອດຮອດສະມາຊິກເຂົ້າ ຮ່ວມ. ສະຫາຍ ພັນຕີ ບົວພາ ນັນທະສີ ຫົວໜ້າພະແນກຊາວໜຸ່ມ ໄດ້ສະ ຫຼຸບຖອດຖອນບົດຮຽນຜ່ານ ການເຄື່ອນໄຫວວຽກງານຕາມ ພາລະບົດບາດຂອງຕົນ ປິ່ນອ້ອມ ເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຂອງ ຊາວໜຸ່ມ ກໍຄືໜ້າທີ່ການເມືອງ ຂອງກົມກອງໃນໄລຍະຜ່ານມາ ໂດຍໄດ້ຍົກໃຫ້ເຫັນຜົນງານພົ້ນ ເດັ່ນຫຼາຍດ້ານ ອັນພື້ນຖານສະ ມາຊິກຊາວໜຸ່ມແມ່ນມີຄຸນທາດ ການເມືອງໜັກແໜ້ນ, ມີຄຸນສົມ ບັດສິນທຳປະຕິວັດ, ເຊື່ອໝັ້ນຕໍ່ ການນຳພາຂອງພັກ-ລັດ ເຊິ່ງ ນອກຈາກສະມາຊິກຊາວໜຸ່ມ ໄດ້ເຮັດສຳເລັດໜ້າທີ່ການເມືອງ ຂອງກົມກອງໃນການປົກປັກ ຮັກສາ, ປ້ອງກັນຄວາມສະຫງົບ ແລະ ເຄື່ອນໄຫວລາດຕະເວນ ຕາມຂອບເຂດກົມກອງຮັບຜິດ ຊອບ ອັນໄດ້ເຮັດໃຫ້ກົມກອງມີ ຄວາມສະຫງົບປອດໄພເປັນລະ ບຽບຮຽບຮ້ອຍດີ, ພ້ອມດຽວກັນ ນັ້ນ, ສະມາຊິກຊາວໜຸ່ມຍັງໄດ້ ເອົາໃຈໃສ່ຂະບວນການເພີ່ມພູນ ຜະລິດຜົນປູກຝັງ-ລ້ຽງສັດ ເຊິ່ງ ຕິດພັນກັບຂະບວນການຂອງ ຊາວໜຸ່ມ. ໃນນັ້ນ, ປູກພືດຜັກ ຊະນິດຕ່າງໆໄດ້ 33.040 ກິໂລ ເປັນເງິນ 165 ລ້ານກວ່າກີບ, ປູກຕົ້ນໄມ້ອຸດສາຫະກຳ 310 ຕົ້ນ, ປູກໜໍ່ໄມ້ລ້ຽງນ້ອງຈຳນວນ 80 ຂຸມ, ລ້ຽງສັດປີກ 4.680 ໂຕ, ລ້ຽງກົບ ແລະ ປາດຸກ 3.500 ໂຕ, ໝູ, ແບ້, ງົວ ຈຳນວນໜຶ່ງ ສາມາດສ້າງລາຍຮັບຈາກການຂາຍສັດລ້ຽງໄດ້ 312 ລ້ານກວ່າກີບ. ນອກຈາກວຽກງານດັ່ງກ່າວ ສະມາຊິກຊາວໜຸ່ມຍັງໄດ້ເຂົ້າ ຮ່ວມຂະບວນການຕ່າງໆທີ່ກົມ ກອງຈັດຕັ້ງຂຶ້ນຢ່າງເປັນຂະ ບວນຟົດຟື້ນ ແລະ ໄດ້ຮັບຜົນສຳ ເລັດທີ່ເປັນພື້ນຖານຫຼາຍດ້ານ. ຈາກຜົນງານດັ່ງກ່າວສາມາດ ຄັດເລືອກໄດ້ຄະນະບໍລິຫານງານ ຊາວໜຸ່ມນຳໜ້າ 4 ບຸກ ມີ 4 ຄະນະ, ໜ່ວຍຊາວໜຸ່ມ 4 ບຸກ 19 ໜ່ວຍ, ແຂງ 11 ໜ່ວຍ, ບຸກຄົນ 4 ບຸກ ຈຳນວນ 590 ສະຫາຍ, ແຂງ 132 ສະຫາຍ ແລະ ກາງ 16 ສະຫາຍ. ພ້ອມດຽວກັນ ນັ້ນ, ກໍໄດ້ມອບໃບຍ້ອງຍໍປະເພດ ຕ່າງໆໃຫ້ກົມກອງ ແລະ ບຸກຄົນ ທີ່ເດັ່ນໃນການເຄື່ອນໄຫວວຽກ ງານໃນໄລຍະຜ່ານມາ. ໂດຍ: ພອນດາລັດ ດວງປັນຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ