ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 3 ປະກາດທະຫານຈົບພັນທະ
ເວລາອອກຂ່າວ: 2021-02-23 08:58:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 557 | ຄວາມນິຍົມ:



ໃນວັນທີ 17 ກຸມພາ 2021 ນີ້ກອງພົນທີ 3 ໄດ້ຈັດຕັ້ງປະກາດ ທະຫານທີ່ຈົບພັນທະປ້ອງກັນ ຊາດເພື່ອສືບຕໍ່ເຂົ້າເປັນທະຫານ ອາຊີບ ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ກິ່ງແກ້ວ ອຸ່ນມະນີວົງ ກຳມະການຄະ ນະພັກກອງພົນ ຫົວໜ້າຫ້ອງ ເສນາທິການ ກອງພົນທີ 3, ມີ ຄະນະພັກ-ຄະນະບັນຊາມາຈາກ ອົງການ, ກົມກອງເຂົ້າຮ່ວມ. ສະຫາຍ ພັນໂທ ບຸນທະວີ ຈັນຕະພົມ ຮອງຫົວໜ້າພະແນກ ກຳລັງພົນ ກອງພົນທີ 3 ກໍໄດ້ຂຶ້ນ ຜ່ານຂໍ້ຕົກລົງຂອງກົມກຳລັງພົນ ກົມໃຫຍ່ເສນາທິການກອງ ວ່າດ້ວຍ ການເລື່ອນທະຫານ ພັນທະປ້ອງກັນຊາດ ປີ 2018 ສືບຕໍ່ເຂົ້າເປັນທະຫານອາຊີບຢູ່ກອງພົນທີ 3 ຈຳນວນ 477 ສະຫາຍ. ສະຫາຍ ພັນເອກ ກິ່ງແກ້ວ ອຸ່ນມະນີວົງ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທະຫານທີ່ໄດ້ຮັບການເລື່ອນພັນທະປ້ອງກັນຊາດຕໍ່ເຂົ້າເປັນທະຫານອາຊີບ, ເຊິ່ງ ເປັນການມອບໝາຍໜ້າທີ່ອັນມີ ກຽດ ແລະ ໜັກໜ່ວງ, ທີ່ຈະຕ້ອງເອົາໃຈໃສ່ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງໃຫ້ໜັກແໜ້ນ, ມີຄວາມຈົ່ງຮັກພັກດີຕໍ່ແນວທາງ ປ່ຽນແປງໃໝ່ຂອງພັກ, ກຳແໜ້ນ ແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ຂໍ້ກຳນົດຂໍ້ ກຳນົດກົດລະບຽບຂອງກອງທັບ ຢ່າງເຂັ້ມງວດ, ເອົາໃຈໃສ່ເພີ່ມທະວີຍົກສູງນ້ຳໃຈຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເພີ່ມ ທະວີຄວາມສາມັກຄີພາຍໃນ ໃຫ້ແໜ້ນແຟ້ນ, ອອກແຮງປັບປຸງກໍ່ສ້າງກົມກອງຂອງຕົນໃຫ້ມີຄວາມເຂັ້ມແຂງ, ຕັ້ງໜ້າເຝິກ ຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ໃຫ້ກາຍເປັນພະນັກງານສືບ ທອດປ່ຽນແທນໃນອະນາຄົດ. ໂດຍ: ລີໂດ ດວງສະຫວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ