ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມໃຫຍ່ເຕັກນິກມອບ - ຮັບພາຫະນະ - ເຕັກນິກໃຫ້ທະຫານແຂວງໄຊສົມບູນ
ເວລາອອກຂ່າວ: 2021-02-23 08:43:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 61 | ຄວາມນິຍົມ:



ວັນທີ 18 ກຸມພາ 2021 ນີ້, ກົມໃຫຍ່ເຕັກນິກກອງທັບ ໄດ້ ມອບ-ຮັບເນື້ອທີ່ດິນ, ອາຄານ ແລະ ພາຫະນະເຕັກນິກ ຈໍານວນ ໜຶ່ງໃຫ້ກອງບັນຊາການທະຫານ ແຂວງໄຊສົມບູນ ເຊິ່ງມີສະຫາຍ ພົນຈັດຕະວາ ທອງພັນ ສຸທໍາ ມະວົງ ຄະນະພັກກະຊວງປ້ອງ ກັນປະເທດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍ ຄະນະ, ມີ ສະຫາຍ ພັນເອກ ໝອນຄໍາ ດວງສະຫວັນ ກໍາມະ ການພັກແຂວງ ຮອງເລຂາຄະ ນະພັກ ຫົວໜ້າການເມືອງກອງ ບັນຊາການທະຫານແຂວງໄຊ ສົມບູນ ມີຄະນະພັກ-ຄະນະບັນ ຊາອົງການ 5 ຫ້ອງ ພ້ອມດ້ວຍ ອໍານາດການປົກຄອງບ້ານນໍ້າ ຍອນ ເຂົ້າຮ່ວມ. ສະຫາຍ ພັນເອກ ສຸດໃຈ ສໍວິໄຊ ຮອງຫົວໜ້າກົມອຸດສາ ຫະກໍາປ້ອງກັນຊາດ ກົມໃຫຍ່ ເຕັກນິກກອງທັບ ໄດ້ຂຶ້ນຜ່ານເອ ກະສານການຄຸ້ມຄອງ ຂອງກົມ ອຸດສາຫະກໍາປ້ອງກັນຊາດກ່ຽວ ກັບການມອບ-ຮັບໃຫ້ກອງບັນ ຊາການທະຫານແຂວງ ລະອຽດ ດັ່ງນີ້ 1. ເນື້້ອທີ່ດິນ 46, 900 ຕາແມັດ; 2. ຫໍພັກພະນັກງານ 2 ຫຼັງ; 3. ເຮືອນຄົວ 1 ຫຼັງ; 4. ສາງເກັບອາໄຫຼ່ 1 ຫຼັງ; 5. ສາງ ໃຫຍ່ 1 ຫຼັງ; 6. ເຮືອນລົດ 1 ຫຼັງ; 7. ອ່າງເກັບນໍ້າມອດໄຟ 1 ຫຼັງ; 8.ຈັກຜະລິດໄຟຟ້າ 1 ໜ່ວຍ; 9. ລົດ 10 ລໍ້ 1 ຄັນ; 10. ຖັງເກັບ ນໍ້າ 3.000 ລິດ 2 ຖັງ; 11. ເສົາ ກັນຟ້າຜ່າ 7 ເສົາ; 12. ໝໍ້ແບ່ງ ໄຟຟ້າ 2 ໜ່ວຍ; ພ້ອມນັ້ນຍັງ ໄດ້ເຊັນບົດບັນທຶກມອບ-ຮັບລະ ຫວ່າງກົມໃຫຍ່ເຕັກນິກກອງທັບ ແລະ ກອງບັນຊາການທະຫານ ແຂວງໄຊສົມບູນ ເພື່ອເປັນສັກຂີ ພະຍານທັງສອງຝ່າຍ. ໃນໂອກາດນີ້, ສະຫາຍຮອງ ຫົວໜ້າກົມໃຫຍ່ເຕັກນິກກອງ ທັບ ໄດ້ມີຄໍາເຫັນໃນການມອບ-ຮັບໃນຄັ້ງນີ້ ເຊິ່ງກອນອື່ນໄດ້ຮຽກຮ້ອງໃຫ້ຄະນະພັກ- ຄະນະບັນຊາ ກອງບັນຊາການທະຫານແຂວງ ໄຊສົມບູນ ຈົ່ງພ້ອມກັນເອົາໃຈ ໃສ່ໃນການຄຸ້ມຄອງປົກປັກຮັກ ສາ ແລະ ໄປໝູນໃຊ້ໃຫ້ຖືກຕ້ອງຕາມລະບຽບກົດໝາຍ; ພ້ອມນີ້ ເພື່ອເປັນການປົກປັກຮັກສາ ເຮັດວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບໃນຂອບ ເຂດດັ່ງກ່າວໃຫ້ມີຄວາມສະຫງົບ ໂດຍພື້ນຖານ; ຈາກນັ້ນ ສະຫາຍ ພັນເອກ ໝອນຄໍາ ດວງສະຫວັນ ຫົວໜ້າການເມືອງກອງບັນຊາ ການທະຫານແຂວງ ໄຊສົມບູນ ໄດ້ສະແດງຄວາມຂອບໃຈຢ່າງ ສູງມາຍັງກະຊວງປ້ອງກັນປະ ເທດ ເວົ້າລວມ, ເວົ້າສະເພາະ ກໍຄືກົມໃຫຍ່ເຕັກກອງທັບ ຍາມ ໃດກໍໃຫ້ຄວາມເປັນຫ່ວງເປັນໃຍ ແລະ ຊຸກຍູ້ກົມກອງຂອງພວກເຮົາ ມາຕະຫຼອດ ພ້ອມນີ້ຍັງໃຫ້ຄໍາໝັ້ນ ສັນຍາວ່າ, ຈະນໍາໃຊ້ເນື້ອທີ່ດິນ ແລະ ພາຫະນະຕ່າງໆທີ່ຂັ້ນເທິງມອບໃນຄັ້ງນີ້ໃຫ້ຖືກຕ້ອງສອດ ຄ່ອງ ເພືື່ອພັດທະນາກົມກອງໃຫ້ເກີດຜົນປະໂຫຍດສູງສຸດ. ຂ່າວ: ສົດ ນາມໄຕ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ