ທະຫານອາກາດ ມອບເງິນອຸດໜູນໃຫ້ແກ່ພະນັກງານກຽມຮັບບຳນານ
ເວລາອອກຂ່າວ: 2021-02-17 08:40:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 493 | ຄວາມນິຍົມ: ![]()
ກອງບັນຊາການທະຫານ ອາກາດໄດ້ຈັດພິທີມອບເງິນອຸດ ໜູນໃຫ້ແກ່ພະນັກງານພັກການເພື່ອກຽມເຂົ້າຮັບບໍານານຂຶ້ນໃນ ວັນທີ 16 ກຸມພາ 2021 ນີ້, ໂດຍການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ພູຫຼວງ ບົວພະຈັນ ເລຂາຄະນະ ພັກ ຫົວໜ້າການເມືອງ ກອງບັນ ຊາການທະຫານອາກາດ, ມີຄະ ນະຫ້ອງ, ພະແນກການທີ່ກ່ຽວ ຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
ໂດຍປະຕິບັດຕາມດໍາລັດຂອງ ນາຍົກລັດຖະມົນຕີ ວ່າດ້ວຍການ ອະນຸມັດໃຫ້ພະນັກງານອອກ ພັກການ-ຮັບອຸດໜູນບໍານານ ຕາມກົດໝາຍວ່າດ້ວຍ ລັດຖະ ບານສະບັບເລກທີ 04/ສພຊ, ລົງວັນທີ 8 ພະຈິກ 2016 ມາດ ຕາ 6 ວ່າດ້ວຍນາຍທະຫານກອງ ທັບປະຊາຊົນລາວສະບັບເລກທີ 43/ສພຊ,ລົງວັນທີ 14 ມິຖຸນາ 2018 ມາດຕາ 33. ຕາມການ ຕົກລົງຂອງກະຊວງປ້ອງກັນປະ ເທດ ວ່າດ້ວຍ ການປະຕິບັດເງິນ
ເດືອນບໍານານໃຫ້ນາຍທະຫານ ຂັ້ນສູງ. ດັ່ງນັ້ນກອງບັນຊາການ ທະຫານອາກາດຈຶ່ງໄດ້ມອບເງິນ
ອຸດໜູນບໍານານໃຫ້ແກ່ສະຫາຍ ພັນເອກ ທອງສີ ຄໍາມະນີວົງ ອອກພັກການກຽມຮັບອຸດໜູນ ບໍານານ ເຊິ່ງລວມເປັນເງິນ 28.771.200 ກີບ.
ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ພູຫຼວງ ບົວພະຈັນ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ ໄຊຊະນະ ແລະ ຮູ້ບຸນຄຸນຕໍ່ສະ ຫາຍທີ່ໄດ້ອຸທິດກໍາລັງແຮງກາຍ, ສະຕິປັນຍາ, ວັດຖຸ ແລະ ຈິດໃຈ, ດ້ວຍຄວາມຮູ້ຄວາມສາມາດປະ ກອບສ່ວນເຂົ້າໃນພາລະກິດປົກ ປັກຮັກສາ ແລະ ສ້າງສາປະເທດ ຊາດດ້ວຍດີຕະຫຼອດມາ ກໍຄືການ
ປະຕິບັດໜ້າວຽກງານການເມືອງ ໃນການປັບປຸງກໍ່ສ້າງກົມກອງ ດ້ວຍຜົນງານອັນໃຫຍ່ຫຼວງ ແລະ
ເປັນເອກະພາບ ບົນພື້ນຖານ ລວມສູນປະຊາທິປະໄຕຂອງພັກ ພ້ອມກັນເປັນກໍາແຮງອັນສໍາ ຄັນໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ຈະ ເລີນສີວິໄລຍິ່ງໆຂຶ້ນ.
ໂດຍ: ສີທາ ສີສົມບັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















