ວພກ ເປີດກອງປະຊຸມຮັບສ່ອງແສງວຽກງານກວດກາພັກ - ລັດ
ເວລາອອກຂ່າວ: 2021-02-17 08:39:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 974 | ຄວາມນິຍົມ: ![]()
ໃນວັນທີ 16 ກຸມພາ 2021
ນີ້, ວິທະຍາຄານພະລາທິການ ກອງທັບ ໄດ້ເປີດກອງປະຊຸມ ຮັບສ່ອງແສງວຽກງານກວດ ກາພັກ-ລັດ ຂຶ້ນຢູ່ທີ່ຫ້ອງປະຊຸມ ອຳນວຍການ ພາຍໃຕ້ການເປັນ ປະທານຂອງສະຫາຍ ພັນເອກ ບຸນສານ ຈັນທະສອນ ຄະນະພັກ-
ຄະນະອຳນວຍການ ຫົວໜ້າຫ້ອງ
ການເມືອງ ວິທະຍາຄານພະລາ ທິການກອງທັບ, ມີສະຫາຍ ພັນໂທ ທອງໃບ ສັນຕິສຸກ ຫົວໜ້າ
ພະແນກກວດກາພັກ-ລັດ ວິທະຍາຄານພະລາທິການກອງທັບ, ມີບັນດາສະຫາຍກຳມະການ ປ້ອງກັນ-ກວດກາບັນດາຄະນະ ພັກຮາກຖານເຂົ້າຮ່ວມຢ່າງ ພ້ອມພຽງ.
ໃນກອງປະຊຸມ ສະຫາຍ ພັນໂທ ທອງໃບ ສັນຕິສຸກ ໄດ້ຂຶ້ນ ກ່າວຈຸດປະສົງຂອງກອງປະຊຸມ ຈາກນັ້ນບັນດາສະຫາຍຕາງ ໜ້າຈາກພາກສ່ວນຕ່າງໆທີ່ເຂົ້າ ຮ່ວມກອງປະຊຸມ ກໍໄດ້ຜັດປ່ຽນ ກັນຂຶ້ນລາຍງານໂດຍຫຍໍ້ກ່ຽວ ກັບບັນດາສະພາບການຕ່າງໆຢູ່ ພາຍໃນກົມກອງຂອງຕົນຢ່າງ ກົງໄປກົງມາເປັນຕົ້ນແມ່ນດ້ານ ດີທີ່ພົ້ນເດັ່ນ, ດ້ານອ່ອນຄົງຄ້າງ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງ ຍາກໃນການປະຕິບັດໜ້າທີ່ວຽກ ງານ ແລະ ວິທີການແກ້ໄຂ. ໂອ ກາດດຽວກັນນີ້ບັນດາສະຫາຍ ໄດ້ແລກປ່ຽນຄຳຄິດຄຳເຫັນ, ແບບແຜນວິທີເຮັດວຽກ, ຖອດ ຖອນບົດຮຽນ ເຊິ່ງກັນ ແລະ ກັນເພື່ອນຳໄປຈັດຕັ້ງປະຕິບັດ ໃນຕໍ່ໜ້າໃຫ້ໄດ້ຮັບຜົນດີຂຶ້ນ ເລື້ອຍໆ.
ສະຫາຍ ປະທານ ໄດ້ມີຄຳເຫັນ ໂອ້ລົມຕໍ່ກອງປະຊຸມ ເຊິ່ງສະ ຫາຍໄດ້ກ່າວຄຳຍ້ອງຍໍຊົມເຊີຍຕໍ່ ບັນດາຜົນງານທີ່ຍາດມາໄດ້ໃນ ໄລຍະຜ່ານມາ ແລະ ໄດ້ຮຽກ ຮ້ອງໃຫ້ບັນດາສະຫາຍຈົ່ງພ້ອມ ກັນຍົກສູງຄວາມຮັບຜິດຊອບຕໍ່ ໜ້າທີ່ການເມືອງຂອງຕົນທີ່ໄດ້ ຮັບມອບໝາຍ, ພ້ອມກັນເສີມຂະ ຫຍາຍຈຸດດີ ແກ້ໄຂຈຸດອ່ອນ, ຕີ ຖອຍບັນດາປາກົດການຫຍໍ້ທໍ້ ຕ່າງໆ ເພື່ອສ້າງໃຫ້ກົມກອງຂອງຕົນກາຍເປັນກົມກອງປອດໄສ ເຂັ້ມແຂງ ໜັກແໜ້ນ ເທື່ອລະກ້າວ.
ໂດຍ: ສົມພອນ ນໍລະສິງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















